ສະພາ ສ.ອາເມຣິກາ ຮັບຮອງແຜນງົບປະມານທາງການທະຫານ ມູນຄ່າມະຫາສານ ປະຈຳປີ 2018 - ອິດສະຫຼະ

ສະພາ ສ.ອາເມຣິກາ ຮັບຮອງແຜນງົບປະມານທາງການທະຫານ ມູນຄ່າມະຫາສານ ປະຈຳປີ 2018



ສຳນັກຂ່າວຕ່າງປະເທດລາຍງານ 17 ພະຈິກ 2017 ວ່າ: ໃນກອງປະຊຸມສະພາສູງສະຫະລັດ ອາເມຣິກາ ມີມະຕິເມື່ອວັນພະຫັດທີ່ຜ່ານມາ ເຫັນດີຜ່ານຮ່າງກົດໝາຍອຳນາດຄວາມໝັ້ນຄົງແຫ່ງຊາດ (NDAA) ປະຈຳປີ 2018 ເຊິ່ງຈະເປັນການຈັດສັນງົບປະມານສຳລັບກະຊວງປ້ອງກັນປະເທດໂດຍສະເພາະ, ເຊິ່ງວົງເງິນທີ່ສະພາສູງເຫັນດີນັ້ນສູງເຖິງ 700,000 ລ້ານໂດລາສະຫະລັດ ຫຼື 700 ຕື້ໂດລາສະຫະລັດ ຫຼາຍກວ່າທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ຍື່ນສະເໜີ 26,000 ລ້ານໂດລາສະຫະລັດ ແລະ ສູງກວ່າ NDAA ສະບັບປີ 2016 ເຊິ່ງເປັນປີສຸດທ້າຍໃນຕຳແໜ່ງຂອງທ່ານ ບາຣັກ ໂອບາມາ ອະດີດຜູ້ນຳສະຫະລັດເຖິງ 15%.

ເຊິ່ງການລົງມະຕິຮັບຮອງຮ່າງກົດໝາຍດັ່ງກ່າວຂອງສະພາສູງ ເກີດຂຶ້ນພຽງ 2 ວັນພາຍຫຼັງທີ່ສະພາລ່າງຜ່ານຮ່າງກົດໝາຍສະບັບນີ້ ດ້ວຍຄະແນນສຽງສະໜັບສະໜູນ 365 ຕໍ່ 70 ສຽງ, ໂດຍຮ່າງແຜນງົບປະມານ NDAA ສຳລັບປີໜ້າ ຈະຄວບຄຸມທັງການເພີ່ມງົບໃນການຈັດຊື້ຍົນຮົບຂັບໄລ່ F-35 ຈຳນວນ 90 ລຳ, ຫຼາຍກວ່າທີ່ທ່ານ ທຣຳ ຍື່ນສະເໜີ 20 ລຳ, ເຮືອຮົບ ແລະ ຍານພາຫະນຳຫຸ້ມເກາະອີກຫຼາຍລຸ້ນ ແລະ ການເພີ່ມງົບປະມານສະໜັບສະໜູນສຳນັກງານປ້ອງກັນຂີປະນາວຸດ (MDA) ເປັນເງິນ 12,300 ລ້ານໂດລາສະຫະລັດ ແລະ ການເພີ່ມຄ່າຕອບແທນໃຫ້ແກ່ທະຫານທຸກເລົ່າທັບອີກ 2.4%.

No comments

Powered by Blogger.