ຈີນຢືນຢັນແນວຄິດ "ຕ່າງຝ່າຍຕ່າງຢຸດ" ເພື່ອແກ້ໄຂບັນຫາຢູ່ແຫຼມເກົາຫຼີ - ອິດສະຫຼະ

ຈີນຢືນຢັນແນວຄິດ "ຕ່າງຝ່າຍຕ່າງຢຸດ" ເພື່ອແກ້ໄຂບັນຫາຢູ່ແຫຼມເກົາຫຼີ


ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ພົບປະກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທີ່ນະຄອນຫຼວງປັກກິ່ງ, ສປ.ຈີນ

ສຳນັກຂ່າວຕ່າງປະເທດລາຍງານ 17 ພະຈິກ 2017 ວ່າ: ທ່ານ ເກິ້ງ ສວາງ ໂຄສົກກະຊວງການຕ່າງປະເທດຂອງຈີນກ່າວວ່າ ລັດຖະບານຈີນຍັງຄົງມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ "ແນວຄິດຍຸດຕິທັງສອງຝ່າຍ" ນັ້ນຄືການທີ່ສະຫະລັດ ອາເມຣິກາຕ້ອງຍຸດຕິການຊ້ອມຮົບກັບເກົາຫຼີໃຕ້ ແລະ ເກົາຫຼີເໜືອຕ້ອງຍຸດຕິໂຄງການນິວເຄຼຍຂອງຕົນເອງໃນເວລາດຽວກັນນັ້ນ ຄືແຜນການທີ່ສົມເຫດສົມຜົນ ແລະ ມີຄວາມເປັນໄປໄດ້ຫຼາຍທີ່ສຸດ ເພື່ອການຜ່ອນຄາຍບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ.

ສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ ຊ້ອມຮົບໃນມະຫາສະໝຸດປາຊີຟິກ

ຂະນະດຽວກັນ ໂຄສົກກະຊວງການຕ່າງປະເທດຂອງຈີນຍັງກ່າວອີກວ່າ: ໃນຄວາມເປັນຈິງແລ້ວແນວຄິດດັ່ງກ່າວຖືເປັນພຽງຈຸດເລີ່ມຕົ້ນ ແຕ່ລັດຖະບານຈີນຫວັງເປັນຢ່າງຍິງວ່າ ທຸກຝ່າຍທີ່ກ່ຽວຂ້ອງຈະພິຈາລະນາຂໍ້ສະເໜີຂອງຈີນ "ດ້ວຍຄວາມຈິງໃຈ" ແລະ ໃນເວລາດຽວກັນຈີນກໍ່ພ້ອມທີ່ຈະຮັບຟັງຂໍ້ສະເໜີອື່ນໆຈາກທຸກຝ່າຍ ເພື່ອນຳໄປສູ່ການແກ້ໄຂສະຖານະການດ້ວຍຄວາມສັນຕິ.

ເກົາຫຼີເໜືອ ທົດລອງຂີປະນາວຸດ

ຄຳຖະແຫຼງດັ່ງກ່າວຈາກກະຊວງການຕ່າງປະເທດຂອງຈີນ ຖືເປັນການປະຕິເສດຄຳຖະແຫຼງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ທີ່ກ່າວເມື່ອວັນອັງຄານທີ່ຜ່ານມາ ພາຍຫຼັງກັບເຖິງນະຄອນຫຼວງວໍຊິງຕັນຈາກການປະຕິບັດໜ້າທີ່ຢ້ຽມຢາມຫຼາຍປະເທດໃນອາຊີເກືອບ 2 ອາທິດ ເມື່ອຕົ້ນເດືອນນີ້ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເຫັນດີເຫັນພ້ອມກັບຕົນໃນການຍົກເລີກແນວທາງ "ຍື່ນໝູຍື່ນແມວ" ລັກສະນະນີ້ ແລະ ຜູ້ນຳຈີນໃຫ້ຄຳໝັ້ນເລື່ອງການເພີ່ມມາດຕະການກົດດັນທາງເສດຖະກິດຕໍ່ລັດຖະບານເກົາຫຼີເໜືອ.

No comments

Powered by Blogger.