ທ່ານ ສີ ຈິ້ນຜິງ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ - ອິດສະຫຼະ

ທ່ານ ສີ ຈິ້ນຜິງ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ



ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ ເມື່ອເວລາປະມານ 15:00 ໂມງ ຂອງວັນທີ 13 ພະຈິກ 2017 ນີ້, ໂດຍຍົນສາຍພິເສດຂອງ ສປ.ຈີນ ເພື່ອຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ໃຫ້ກຽດອອກຕ້ອນຮັບໂດຍທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍການນຳຂັ້ນສູງພັກ-ລັດຖະບານ ສປປ.ລາວ.


ພິທີຕ້ອນຮັບ ທ່ານ ສີ ຈິ້ນຜິງ ພ້ອມດ້ວຍຄະນະຈະໄດ້ຈັດຂຶ້ນຢ່າງສົມກຽດຂອງວັນດຽວກັນ ທີ່ທຳນຽບປະທານປະເທດ, ໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ.ລາວ ພ້ອມດ້ວຍຄະນະນຳຂັ້ນສູງ ຈະໄດ້ໃຫ້ການຕ້ອນຮັບ ແລະ ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການແລ້ວ ຈະມີພິທີພົບປະສອງຝ່າຍ ເພື່ອປຶກສາຫາລື ແລະ ເສີມຂະຫຍາຍການຮ່ວມມືຮອບດ້ານໃນຕໍ່ໜ້າ.

ການເດີນທາງມາຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການຂອງທ່ານ ສີ ຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ຖືເປັນຂີດໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຈີນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນອະນາຄົດ ແລະ ຍາວນານ.

No comments

Powered by Blogger.