ສານກຳປູເຈຍຕັດສິນໃຫ້ "ຍຸບ" ພັກຝ່າຍຄ້ານ ແລະ ສັ່ງຫ້າມ, ສັ່ງປົດຄົນຂອງພັກຝ່າຍຄ້ານທັງໝົດ - ອິດສະຫຼະ

ສານກຳປູເຈຍຕັດສິນໃຫ້ "ຍຸບ" ພັກຝ່າຍຄ້ານ ແລະ ສັ່ງຫ້າມ, ສັ່ງປົດຄົນຂອງພັກຝ່າຍຄ້ານທັງໝົດ



ສຳນັກຂ່າວຕ່າງປະເທດລາຍງານ 16 ພະຈິກ 2017 ວ່າ: ສານສູງສຸດຂອງກຳປູເຈຍຕັດສິນຍຸບພັກກູ້ຊາດກຳປູເຈຍ ຫຼື CNRP ພັກຝ່າຍຄ້ານຫຼັກຂອງກຳປູເຈຍ ແລະ ຕັດສິດທາງການເມືອງຂອງສະມາຊິກອາວຸໂສຂອງພັກ CNRP ຈຳນວນ 118 ຄົນ ເປັນເວລາ 5 ປີ, ພາຍຫຼັງພັກປະຊາຊົນກຳປູເຈຍທີ່ນຳໂດຍ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍຍື່ນຟ້ອງວ່າ: ພັກ CNRP ວາງແຜນໂຄ່ນລົ້ມອຳນາດລັດ ໂດຍກ່ອນໜ້າທີ່ທ່ານ ເຂັມ ສຸຂາ ຫົວໜ້າພັກ CNRP ທີ່ຖືກຕັ້ງຂໍ້ຫາວ່າເປັນ "ກະບົດ" ແລະ ສົມຮູ້ຮ່ວມກິດກັບສະຫະລັດ ໂຄ່ນລົ້ມອຳນາດລັດຖະບານ ໂດຍໃນຂະນະນີ້ທ່ານ ເຂັມ ຍັງຖືກຄວບຄຸມຕົວຢູ່ໃນຄຸກພິເສດ ຂະນະທີ່ສື່ກຳປູເຈຍລາຍງານວ່າ ກ່ອນໜ້າການຕັດສິນຍຸບພັກ ສະມາຊິກພັກຝ່າຍຄ້ານທີ່ເປັນສະມາຊິກສະພາກວ່າເຄິ່ງໜຶ່ງ ໄດ້ເດີນທາງອອກນອກປະເທດໄປແລ້ວ ເພື່ອຫຼີກລ້ຽງການຖືກກວາດລ້າງຂອງລັດຖະບານ.

ພັກຝ່າຍຄ້ານກຳປູເຈຍ ທີ່ນຳໂດຍທ່ານ ເຂັມ ສຸຂາ

ກຸ່ມສິດທິມະນຸດໃນກຳປູເຈຍຕ່າງກໍ່ພາກັນວິພາກວິຈານວ່າ ຄະດີນີ້ເປັນການກັ່ນແກ້ງທາງການເມືອງ ເພື່ອຈຳກັດຄູ່ແຂ່ງສຳຄັນຂອງພັກລັດຖະບານ ກ່ອນຈະມີການເລືອກຕັ້ງໃນເດືອນກໍລະກົດ ປີ 2018 ທີ່ຈະມາເຖິງນີ້, ເນື່ອງຈາກພັກ CNRP ໄດ້ຮັບຄະແນນນິຍົມເພີ່ມຂຶ້ນເລື້ອຍໆໃນການເລືອກຕັ້ງປີ 2013 ແລະ ຖືເປັນຄູ່ແຂ່ງຂັນຫຼັກຂອງພັກທີ່ນຳໂດຍ ສົມເດັດ ຮຸນເຊນ ທີ່ເປັນລັດຖະບານມາຍາວນານກວ່າ 30 ປີ ແລະ ກ່ອນຈະມີຄຳພິພາກສາອອກມາ ສົມເດັດ ຮຸນເຊນ ໄດ້ປະກາດວ່າ ທ່ານເອົາຊີວິດເປັນເດີມພັນວ່າ ສານຈະສັ່ງຍຸບພັກ CNRP ຢ່າງແນ່ນອນ.

ນອກຈາກສະມາຊິກ 118 ຄົນຂອງພັກ CNRP ຈະຖືກສັ່ງຫ້າມຫຼິ້ນການເມືອງ 5 ປີ ຄຳຕັດສິນດັ່ງກ່າວຍັງມີຜົນໃຫ້ສະມາຊິກພັກ CNRP ທີ່ເປັນສະມາຊິກສະພາ 55 ຄົນ ຕ້ອງໝົດສະພາບ ແລະ ນັກການເມືອງທ້ອງຖິ່ນຂອງພັກ CNRP ອີກ 489 ຄົນກໍ່ຕ້ອງພົ້ນຈາກຕຳແໜ່ງເຊັ່ນກັນ.

ໃນໄລຍະຫຼາຍເດືອນທີ່ຜ່ານມາ ລັດຖະບານກຳປູເຈຍໄລ່ປາບປາມອົງກອນທີ່ກ່ຽວຂ້ອງກັບສະຫະລັດ ທັງສຳນັກຂ່າວ ແລະ ອົງກອນອິດສະຫຼະ ທີ່ມັກວິພາກວິຈານການລະເມີດສິດທິມະນຸດ ແລະ ສິດທິການນຳໃຊ້ທີ່ດິນໂດຍລັດ ເຊິ່ງລັດຖະບານກຳປູເຈຍຖືວ່າເປັນການຍຸຍົງໃຫ້ເກີດຄວາມບໍ່ສະຫງົບໃນປະເທດ.

No comments

Powered by Blogger.