ຜູ້ບັນຊາການທະຫານສູງສຸດຂອງມຽນມາກ່າວ "ຊາວໂຣຮິງຢາກັບບໍ່ໄດ້" ຖ້າປະຊາຊົນຍະໄຂ່ບໍ່ຍອມ - ອິດສະຫຼະ

ຜູ້ບັນຊາການທະຫານສູງສຸດຂອງມຽນມາກ່າວ "ຊາວໂຣຮິງຢາກັບບໍ່ໄດ້" ຖ້າປະຊາຊົນຍະໄຂ່ບໍ່ຍອມ



ສຳນັກຂ່າວຕ່າງປະເທດລາຍງານ 16 ພະຈິກ 2017 ວ່າ: ພົນເອກ ອາວຸໂສມິນ ອອງ-ຫລ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາກ່າວຢ້ຳວ່າ: ຜູ້ລີ້ໄພຊາວໂຣຮິງຢາ ຍັງບໍ່ສາມາດເດີນທາງກັບລັດຍະໄຂ່ໄດ້ຈົນກວ່າຊາວພຸດໃນລັດຍະໄຂ່ ເຊິ່ງເປັນພົນລະເມືອງຂອງມຽນມາທີ່ແທ້ຈິງຈະຍອມຮັບ.

ພົນເອກ ອາວຸໂສມິນ ຂຽນລົງໃນ facebook ຂອງຕົນເປັນຂໍ້ຄວາມສາພາອັງກິດໃນມື້ນີ້ວ່າ: ຈະຕ້ອງໃຫ້ຄວາມສຳຄັນກັບຄວາມເພິ່ງພໍໃຈຂອງປະຊາຊົນລັດຍະໄຂ່ທີ່ເປັນພົນລະເມືອງຂອງມຽນມາທີ່ແທ້ຈິງເປັນສຳຄັນ ເມື່ອໃດທີ່ປະຊາຊົນລັດຍະໄຂ່ຍອມຮັບທຸກຄົນຈຶ່ງຈະເຕັມໃຈປະຕິບັດໄດ້ ແລະ ກ່າວວ່າ ມຽນມາບໍ່ສາມາດປ່ອຍໃຫ້ປະຊາຊົນໂຣຮິງຢາໃນບັງກະລາເທດເດີນທາງກັບມາໄດ້ໝົດທຸກຄົນ ເພາະເປັນໄປບໍ່ໄດ້ທີ່ຈະຮັບກັບຕາມຈຳນວນທີ່ບັງກະລາເທດສະເໜີ.

ນອກຈາກນີ້, ຜູ້ບັນຊາການທະຫານສູງສຸດມຽນມາຍັງຮຽກຊາວໂຣຮິງຢາວ່າ ເປັນຜູ້ກໍ່ການຮ້າຍທີ່ໜີໄປພ້ອມກັບຄອບຄົວ, ເຊິ່ງທ່ານໄດ້ລົງຂໍ້ຄວາມດັ່ງກ່າວພາຍຫຼັງທີ່ໄດ້ພົບປະກັບທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ມາຢ້ຽມຢາມໃນມື້ກ່ອນນີ້, ທ່ານ ທິວເລີສັນ ຮຽກຮ້ອງໃຫ້ກອງທັບມຽນມາສະໜັບສະໜູນການຮັບກັບຜູ້ລີ້ໄພທຸກຄົນກັບຄືນປະເທດ ແລະ ກ່າວເຖິງລາຍງານເລື່ອງທະຫານມຽນມາກະທຳຄວາມຮຸນແຮງທີ່ໂຫດຮ້າຍຕໍ່ຊາວໂຣຮິງຢານັ້ນວ່າ ເປັນເລື່ອງທີ່ມີມູນຄວາມຈິງ.


ເຊິ່ງທີ່ຜ່ານມາມຽນມາ ແລະ ບັງກະລາເທດໄດ້ຕົກລົງໃນຫຼັກການເລື່ອງການສົ່ງຊາວໂຣຮິງຢາກັບຄືນມຽນມາ ແຕ່ກໍ່ຍັງຕົກລົງໃນລາຍລະອຽດບໍ່ໄດ້ເຊັ່ນ: ຈຳນວນຊາວໂຣຮິງຢາທີ່ມຽນມາຈະຮັບກັບ, ສະຖານທີ່ທີ່ຈະໃຫ້ເຂົາເຈົ້າອາໄສຢູ່ ເພາະບ້ານເຮືອນຂອງເຂົາເຈົ້າຖືກຈູດເຜົາໝົດແລ້ວ, ມາດຕະການໃຫ້ຊາວມຸດສະລິມໂຣຮິງຢາຢູ່ຮ່ວມກັບຊາວພຸດໃນລັດຍະໄຂ່ຢ່າງສະຫງົບສຸກ, ເຊິ່ງປັດຈຸບັນມີຊາວໂຣຮິງຢາອົບພະຍົງລີ້ໄພຄວາມຮຸນແຮງຈາກມຽນມາໄປຍັງປະເທດບັງກະລາເທດກວ່າ 600,000 ຄົນ.

No comments

Powered by Blogger.