ການນຳຂັ້ນສູງຂອງລາວຕ້ອນຮັບ ລັດຖະມົນຕີຕ່າງປະເທດແຫ່ງ ສະຫະອາຣັບ ເອມິເຣດ - ອິດສະຫຼະ

ການນຳຂັ້ນສູງຂອງລາວຕ້ອນຮັບ ລັດຖະມົນຕີຕ່າງປະເທດແຫ່ງ ສະຫະອາຣັບ ເອມິເຣດ



ໃນຕອນບ່າບຂອງວັນທີ 16 ພະຈິກ 2017, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເຊັກຄ໌ ອັບດູລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ (Sheikh Abdullah bin Zayed bin Sultan Al Nahyan), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສະຫະອາຣັບ ເອມິເຣດ ພ້ອມດ້ວຍຄະນະ, ທີ່ ສຳນັກງານນາຍົກລັດຖະມົນຕີ ແລະ ໃນເວລາຕໍ່ມາ ພະນະທ່ານ ພັນຄໍາ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຄະນະດັ່ງກ່າວ, ທີ່ ທຳນຽບປະທານປະເທດ, ໃນໂອກາດທີ່ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ພະຈິກ 2017.

ໃນໂອກາດດັ່ງກ່າວ, ການນຳຂັ້ນສູງຂອງລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ເຊັກຄ໌ ອັບດູລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ ແລະ ຄະນະໃນຄັ້ງນີ້, ຊຶ່ງເປັນຄັ້ງທຳອິດ ແລະ ເປັນປະຫວັດສາດແຫ່ງການພົວພັນ ລະຫວ່າງ ສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 15 ຕຸລາ 1996 ເປັນຕົ້ນມາ ແລະ ເປັນຂີດໝາຍອັນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ມີບາດກ້າວອັນໃໝ່.

ພ້ອມກັນນີ້, ການນຳລາວ ກໍ່ໄດ້ສະແດງຄວາມຊົມເຊີຍທີ່ສອງປະເທດ ໄດ້ຮ່ວມກັນລົງນາມສັນຍາ ວ່າດ້ວຍ ການຂົນສົ່ງທາງອາກາດ ຊຶ່ງມີຜົນບັງຄົບໃຊ້ໃນປີ 2016 ເປັນຕົ້ນມາ ແລະ ຫວັງວ່າສັນຍາດັ່ງກ່າວ ຈະເປັນພື້ນຖານໃຫ້ແກ່ການເປີດກວ້າງການໄປມາຫາສູ່ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ຫຼາຍຂຶ້ນໃນອະນາຄົດ; ຊົມເຊີຍທີ່ ສະຫະອາຣັບ ເອມິເຣດ ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາອົງການການບິນພົນລະເຮືອນ ສຳລັບສົກປີ 2017-2020 ແລະ ອົງການອື່ນໆໃນໄລຍະຜ່ານມາ; ແລະ ການກະກຽມເປັນເຈົ້າພາບຈັດງານວາງສະແດງໂລກ (World Expo 2020) ຂອງ ສະຫະອາຣັບ ເອມິເຣດ. ພ້ອມດຽວກັນນີ້, ການນໍາຂອງ ສປປ ລາວ ກໍ່ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ໃຫ້ມີການແລກປ່ຽນຄະນະຜູ້ແທນຂອງສອງປະເທດໃຫ້ຫຼາຍຂຶ້ນ ເພື່ອສົ່ງເສີມການພົວພັນຮ່ວມມືດ້ານຕ່າງໆ ແລະ ເສີມສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະບານ ແລະ ປະຊາຊົນທັງສອງປະເທດ, ລວມທັງໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.


ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ເຊັກຄ໌ ອັບດູລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການນຳຂັ້ນສູງຂອງລາວ ທີ່ໄດ້ໃຫ້ກຽດຕ້ອນຮັບ, ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ຮອງປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ແຫ່ງ ສະຫະອາຣັບ ເອມິເຣດ ມາຍັງຄູ່ຮ່ວມຕຳແໜ່ງຝ່າຍລາວ, ສະແດງຄວາມເຫັນດີ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ.

ໃນຕອນທ້າຍ, ການນຳຂັ້ນສູງຂອງ ສປປ ລາວ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ຄູ່ຮ່ວມຕຳແໜ່ງຝ່າຍ ສະຫະອາຣັບ ເອມິເຣດ ແລະ ອວຍພອນໃຫ້ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງໄດ້ຮັບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

No comments

Powered by Blogger.