UN ຖະແຫຼງ ອາຍກາກໂບນິກ ທົ່ວໂລກ ສູງສຸດໃນຮອບ 800,000 ປີ - ອິດສະຫຼະ

UN ຖະແຫຼງ ອາຍກາກໂບນິກ ທົ່ວໂລກ ສູງສຸດໃນຮອບ 800,000 ປີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ພະຈິກ 2017 ວ່າ: ລາຍງານລະດັບການປ່ອຍອາຍກາກໂບນິກ ຫຼື ແກັດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດໂລກ ຂອງອົງການອຸຕຸນິຍົມວິທະຍາໂລກ ຫຼື WMO ຖືກເຜີຍແຜ່ຕໍ່ສາທາລະນະ ກ່ອນການປະຊຸມອົງການສະຫະປະຊາຊາດ ຫຼື UN ວ່າດ້ວຍການປ່ຽນແປງຂອງສະພາບດິນຟ້າອາກາດ ໃນອາທິດໜ້າ ທີ່ເມືອງ Bonn ປະເທດເຢຍລະມັນ ເພື່ອສົ່ງສັນຍານໄປຍັງປະເທດຕ່າງໆໃນໂລກໃຫ້ຮັບຮູ້ວ່າ ເວລາໃນການແກ້ໄຂກັບບັນຫາໂລກຮ້ອນນັ້ນ ໃກ້ຈະໝົດແລ້ວ.

ລາຍງາຍສະບັບນີ້ ເປີດເຜີຍວ່າ ຈາກການຕິດຕາມການປ່ຽນແປງຂອງລະດັບຄວາມເຂັ້ມຂຸ້ນຂອງອາຍກາກໂບນິກໃນໄລຍະ 800,000 ປີຜ່ານມາ ພົບວ່າ ເມື່ອປີທີ່ຜ່ານມານັ້ນມີລະດັບອາຍກາກໂບນິກໃນຊັ້ນບັນຍາກາດສູງສຸດ ແລະ ຫຼາຍກວ່າໄລຍະກ່ອນຍຸກອຸດສາຫະກຳປະມານ 145%. ເຊິ່ງຫຼາຍພໍທີ່ຈະເຮັດໃຫ້ເກີດການປ່ຽນແປງຂອງວົງຈອນສະພາບອາກາດໂລກ ທີ່ອາດນຳໄປສູ່ໄພພິບັດຮ້າຍແຮງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.

ທ່ານ Petteri Taalas ເລຂາທິການ WMO ກ່າວວ່າ: ພວກເຮົາມາໄກເກີນວ່າລະດັບການປ່ຽນແປງຕາມທຳມະຊາດແລ້ວ ແລະ ການປ່ອຍອາຍກາກໂບນິກໄດ້ເລັ່ງໃຫ້ຂະບວນການທີ່ຫຼາຍຄົນຕື່ນຢ້ານໃຫ້ໄວຂຶ້ນ ພວກເຮົາໄດ້ເຫັນໄພພິບັດທາງທຳມະຊາດທີ່ເກີດຈາກການປ່ຽນແປງຂອງສະພາບອາກາດທີ່ເພີ່ມຫຼາຍຂຶ້ນເລື້ອຍໆ ແລະ ສ້າງຄວາມເສຍຫາຍທາງເສດຖະກິດກວ່າ 2 ເທົ່າຕົວ ນັບຕັ້ງແຕ່ຊ່ວງຊຸມປີ 1980.

ໃນລາຍງານສະບັບນີ້ ຍັງໄດ້ຢ້ຳວ່າ ອາຍກາກໂບນິກໄດ້ເພີ່ມອຸນຫະພູມໃຫ້ກັບໂລກຫຼາຍເຖິງ 60% ແລະ ຕົ້ນຕໍ່ສຳຄັນຂອງການປ່ອຍອາຍກາກໂບນິກກໍ່ມາຈາກສີມືຂອງມະນຸດ ແລະ ຕອນນີ້ສຸຂະພາບຮ່າງກາຍຂອງມະນຸດ ກຳລັງໄດ້ຮັບຜົນກະທົບຈາກພາວະໂລກຮ້ອນໂດຍບໍ່ຮູ້ຕົວ.



No comments

Powered by Blogger.