(ວິດີໂອ) ເທດສະການແຫ່ "ໂxຍ" ໃນປະເທດຍີ່ປຸ່ນ ເຮັດເພື່ອຫຍັງ?
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiHiObkjYUPYWsQVa5gQJpyOyY9zEZtY0qmpdw9LtHcjFlgnqV4hJhzysgtSUfW_m8WhPtGRk0orWtzv5Bc3t4qx-71W5b2aw3khv1BiIY0UcVbf0Bh77FzToCdqE2fmsUWKdW5mBpIc4YE/s1600/726.jpg)
ເທດສະການແຫ່ "ໂxຍ" ຫຼື ພາສາຍີ່ປຸ່ນເອີ້ນວ່າ ຄະນະມະຣະ ມະສຶຣິ ເປັນພິທີທາງສາສະໜາຊິນໂຕ ຈັດຂຶ້ນທຸກໆວັນອາທິດທຳອິດຂອງເດືອນເມສາ ທີ່ອາຣາມຄະນະຢະມະ ເມືອງຄະວະຊະກິ ແຂວງຄະນະງະວະ ປະເທດຍີ່ປຸ່ນ.
ໃນເທດສະການນີ້ ຄົນຈຳນວນຫຼາຍຈະແຫ່ອະໄວຍະວະເພດຊາຍຈຳລອງຢ່າງຄຶກຄືນ ເນື່ອງຈາກອາຮາມຄະນະຢະມະນັ້ນຂຶ້ນຊື່ວ່າເປັນສະຖານທີ່ກາບໄຫວ້ບູຊາຂອງບັນດາໂສເພນີໃຫ້ຄຸ້ມຄອງປ້ອງກັນຕົນເອງຈາກໂລກຕິດຕໍ່ທາງເພດສຳພັນ, ອີກຢ່າງໜຶ່ງຍັງເຊື່ອກັນວ່າ: ອາຮາມຄະນະຢະມະເປັນສະຖານທີ່ສະຖິດຂອງເທບພະເຈົ້າຜູ້ປົກປັກຮັກສາຄວາມຮຸ່ງເລື່ອງທາງທຸະກິດການຄ້າ ແລະ ການສືບພັນສ້າງຄອບຄົວ ໂດຍສະເພາະຊ່ວຍໃຫ້ເກີດລູກງ່າຍ ແລະ ບັນດານໃຫ້ຊີວິດຄວາມຮັກຂອງຄູ່ຜົວເມຍຢູ່ເຢັນເປັນສຸກ.
ປັດຈຸບັນນີ້ ເທດສະການດັ່ງກ່າວ ຖືກຈັດຂຶ້ນເພື່ອປະໂຫຍດທາງດ້ານການທ່ອງທ່ຽວ ແລະ ເພື່ອຫາລາຍໄດ້ສົມທົບທຶນເພື່ອວິໄຈໄວຣັສພູມຄຸ້ມກັນເສື່ອມໃນຄົນ (ໂລກເອດ) ຫຼາຍກວ່າເພື່ອຈຸດປະສົງທາງສາສະໜາ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ