ອິດູຕົນເດ...!​ ແມ່ຍິງຊາວອິນເດຍອອກລູກຂາຕິດກັນ ຄືກັບນາງເງືອກ - ອິດສະຫຼະ

ອິດູຕົນເດ...!​ ແມ່ຍິງຊາວອິນເດຍອອກລູກຂາຕິດກັນ ຄືກັບນາງເງືອກ



ແມ່ຍິງຊາວອິນເດຍຄົນໜຶ່ງໃນເມືອງໂກກັນຕາ ລັດເບງກໍຕາເວັນຕົກ ປະເທດອິນເດຍ ຕ້ອງສູນເສຍລູກນ້ອຍທີ່ເກີດມາໄດ້ພຽງ 4 ຊົ່ວໂມງ ເນື່ອງຈາກມີຄວາມຜິດປົກກະຕິທາງດ້ານຮ່າງກາຍ ໂດຍເກີດອອກມາມີຂາທັງສອງເບື້ອງຕິດກັນ ແລະ ບໍ່ມີອະໄວຍະວະເພດ ເນື່ອງຈາກກະດູກກົບບໍ່ພັດທະນາສົມບູນ.


ໂດຍ ດຣ. ສຸທິບ ສາຮາ ໝໍແມ່ ແລະ ເດັກ ຂອງໂຮງໝໍແຫ່ງດັ່ງກ່າວໄດ້ກ່າວວ່າ: ພໍ່ແມ່ຂອງເດັກນ້ອຍລາຍນີ້ມີອາຊີບເປັນກຳມະກອນ, ແມ່ເດັກນ້ອຍບໍ່ມີເງິນພໍທີ່ຈະອັນຕາຊາວໃນລະຫວ່າງການຖືພາ ກວ່າຈະຮູ້ວ່າເດັກນ້ອຍຂາຕິດກັນຜິດປົກກະຕິ ກໍ່ຕອນເກີດອອກມາເທົ່ານັ້ນ ແລະ ຍັງຄາດວ່າສາເຫດອາດຈະເກີດຈາກ ແມ່ຂາດສານອາຫານທີ່ເໝາະສົມ ແລະ ເລືອດໄຫຼວຽນບໍ່ດີເຮັດໃຫ້ເດັກນ້ອຍໃນທ້ອງມີຄວາມຜິດປົກກະຕິຄືດັ່ງກ່າວ.


ດຣ. ສຸທິບ ກ່າວຕໍ່ອີກວ່າ: ກໍລະນີເດັກເງືອກນີ້ ຖືເປັນລາຍທີ່ສອງຂອງອິນເດຍ ທີ່ມີພັດທະນາການຜິດປົກກະຕິທາງດ້ານຮ່າງກາຍຊ່ວງລ່າງ, ຂະນະທີ່ຜູ້ຊ່ຽວຊານດ້ານນີ້ຈາກມະຫາວິທະຍາໄລອັອກຟອດ ດຣ. ລິນຊີ ຟິດແຮຣິສ ອະທິບາຍວ່າ ອາກາດເດັກເງືອກນີ້ໃນທາງການແພດຮຽກວ່າ sirenomelia ຫຼື Mermaid syndrome ເຊິ່ງຈະພົບ 1 ຄົນ ໃນທຸກໆການເກີດເດັກນ້ອຍ 60,000 ເຖິງ 100,000 ຄັ້ງ.

ໂດຍຖືວ່າເດັກນ້ອຍຄົນນີ້ມີຊີວິດຢູ່ໄດ້ດົນທີ່ສຸດໃນໂລກແລ້ວ ກ່ອນໜ້ານີ້ເມື່ອປີ 2016 ກໍ່ເຄີຍມີກໍລະນີຄ້າຍກັນເມື່ອແມ່ຊາວອິນເດຍອາຍຸ 22 ປີ ຈາກລັດອຸດຕະຣະປະເທດ ໃຫ້ກຳເນີດເດັກນ້ອຍຂາຕິດກັນຄ້າຍຄືກັບກໍລະນີດັ່ງກ່າວນີ້.

ສ່ວນສາເຫດເກີດຂຶ້ນຈາກສາຍສະບືບໍ່ສາມາດສ້າງຫຼອດເລືອດແດງ 2 ຫຼອດໄດ້ ເຊິ່ງເຮັດໃຫ້ປະລິມານເລືອດໄປຫຼໍ່ລ້ຽງເດັກນ້ອຍໃນທ້ອງບໍ່ພຽງພໍ, ເດັກເງືອກເປັນອາກາດທີ່ມີຄວາມຮ້າຍແຮງຫຼາຍ ແລະ ທີ່ຜ່ານມາບໍ່ມີບັນທຶກການລອດຊີວິດເລີຍ ສ່ວນໃຫຍ່ເສຍຊີວິດພາຍໃນບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ເກີດອອກມາເນື່ອງຈາກລະບົບໝາກໄຂ່ຫຼັງ ແລະ ພົກຍ່ຽວລົ້ມເຫຼວ.

No comments

Powered by Blogger.