ກຸ່ມອັນ-ກໍອິດະ ປຸກລະດົມພັນທະມິດໂຈມຕີສ.ອາເມຣິກາ-ອິດສະຣາແອນ - ອິດສະຫຼະ

ກຸ່ມອັນ-ກໍອິດະ ປຸກລະດົມພັນທະມິດໂຈມຕີສ.ອາເມຣິກາ-ອິດສະຣາແອນ



ສຳນັກຂ່າວຕ່າງປະເທດລາຍງານ 9 ທັນວາ 2017 ວ່າ: ກຸ່ມອັນ-ກໍອິດະ (Al Qaeda) ເຜີຍແຜ່ຖະແຫຼງການຂອງສະພາຜູ້ປົກຄອງສູງສຸດ ພາຍໃຕ້ການນຳຂອງທ່ານ ໄອມານ ອັນ-ຊາວາຮິຣີ ຜູ້ນຳສູງສຸດຄົນປັດຈຸບັນ ຜ່ານສື່ສັງຄົມອອນລາຍຂອງກຸ່ມນັກຮົບຈີຮັດຫຼາຍແຫ່ງ ເມື່ອວັນພະຫັດທີ່ຜ່ານມາ ໃຊ້ຄຳຮຽກສະຫະລັດ ອາເມຣິກາວ່າເປັນ "ຟາໂຣຍຸກໃໝ່" ທີ່ກົດຂີ່ຂົມເຫງຊາວມຸດສະລິມ ແລະ ຮຽກຮ້ອງໃຫ້ບັນດາສະມາຊິກ ແລະ ພັນທະມິດລຸກຮືຂຶ້ນໃນນາມຂອງພະເຈົ້າ ເພື່ອປະຕິບັດການຕໍ່ເປົ້າໝາຍທີ່ເປັນຜົນປະໂຫຍດສຳຄັນຂອງສະຫະລັດ ອາເມຣິກາ ແລະ ອິດສະຣາແອນ ລວມທັງພັນທະມິດຂອງທັງສອງປະເທດບໍ່ວ່າຈະຢູ່ໃສກໍ່ຕາມໃນໂລກນີ້.

ຂະນະທີ່ສື່ສັງຄົມອອນລາຍຂອງກຸ່ມອັນ-ກໍອິດະ ທີ່ລວມທັງກຸ່ມມາເກຼັບທີ່ມີເຂດທີ່ໝັ້ນຢູ່ໃນອາຟຣິກາເໜືອ ແລະ ກຸ່ມອັນ-ກໍອິດະແຫ່ງແຫຼມອາລະເບຍ (AQAP) ລວມທັງກຸ່ມອັນ-ຊາບັບເຊິ່ງເປັນພັນທະມິດຂອງກຸ່ມອັນ-ກໍອິດະ ແລະ ມີເຂດທີ່ໝັ້ນຢູ່ໃນໂຊມາລີ ອອກຖະແຫຼງການທີ່ມີເນື້ອໃນຄ້າຍຄືກັນວ່າ ເພື່ອເປັນມາດຕະການຕອບໂຕ້ທີ່ສະຫະລັດ ອາເມຣິກາ ຮັບຮອງເອົານະຄອນເຢຣູຊາເລມເປັນເມືອງຫຼວງຢ່າງເປັນທາງການຂອງອິດສະຣາແອນ, ໃນດ້ານຂອງກຸ່ມຕາລີບັນ ເຖິງແມ່ນວ່າຈະຍັງບໍ່ສະແດງທ່າທີຢ່າງເປັນທາງການຕໍ່ກັບບັນຫາດັ່ງກ່າວ ແຕ່ມີລາຍງານການເຜີຍແຜ່ຂ່າວສານປຸກລະດົມແບບດຽວກັນຜ່ານສື່ສັງຄົມອອນລາຍຂອງກຸ່ມຕາລີບັນໃນອາຟະນາກິດສະຖານ ສ່ວນໜັງສືພິມອັນ-ອັດບາຂອງກຸ່ມຮິບບອນເລາະ ພາດຫົວໜັງສືພິມສະບັບເມື່ອວັນພະຫັດທີ່ຜ່ານມາວ່າ "ອາເມຣິກາຈົ່ງພິນາດ".


ເຊິ່ງການປະກາດດັ່ງກ່າວຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ສົ່ງຜົນໃຫ້ອຸນຫະພູມຄວາມຂັດແຍ່ງລະຫວ່າງອິດສະຣາແອນ ກັບ ປາເລສໄຕທີ່ຮ້ອນແຮງຢູ່ແລ້ວເພີ່ມເປັນທະວີຄູນ ໂດຍການໂຮມຊຸມນຸມປະທ້ວງຂອງປະຊາຊົນໃນເຂດເວດແບັງ, ເຂດກາຊາ ແລະ ຝັ່ງຕາເວັນອອກຂອງນະຄອນເຢຣູນາເລມຍັງຄົງເກີດຂຶ້ນຢ່າງຕໍ່ເນື້ອງ, ມີລາຍານວ່າຊາວປາເລສໄຕເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ໄດ້ຮັບບາດເຈັບອີກເປັນຈຳວນຫຼາຍ, ໃນເວລາດຽວກັນຍົນຂອງກອງທັບອິດສະຣາແອນໄດ້ປະຕິບັດການໂຈມຕີທາງອາກາດໃນເຂດກາຊາທີ່ປົກຄອງໂດຍກຸ່ມຮາມາສ ຕອບໂຕ້ການຍິງຈະຫຼວດຂ້າມຊາຍແດນ 3 ລູກ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບປະມານ 20 ຄົນ, ມີເດັກນ້ອຍລວມຢູ່ນຳ ກ່ອນທີ່ຕໍ່ມາໃນຕອນເຊົ້າຂອງວັນເສົານີ້ຕາມເວລາທ້ອງຖິ່ນ ມີການໂຈມຕີທາງອາກາດອີກຢ່າງໜ້ອຍ 2 ຄັ້ງໃນເຂດກາຊາ ມີຜູ້ເສຍຊີວິດຢ່າງໜ້ອຍອີກ 2 ຄົນ.


No comments

Powered by Blogger.