ເກົາຫຼີເໜືອ ຊົມເຊີຍຜົນສຳເລັດການຢ້ຽມຢາມຂອງການນຳລະດັບສູງ UN - ອິດສະຫຼະ

ເກົາຫຼີເໜືອ ຊົມເຊີຍຜົນສຳເລັດການຢ້ຽມຢາມຂອງການນຳລະດັບສູງ UN



ສຳນັກຂ່າວຕ່າງປະເທດລາຍງານ 9 ທັນວາ 2017 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອລາຍງານວ່າ: ທ່ານ ເຈບຟຼີ ເຟດແມນ ຮອງເລຂາທິການສະຫະປະຊາຊາດ ຜູ້ຮັບຜິດຊອບວຽກງານການເມືອງ ຮັບຮູ້ ແລະ ມີຄວາມເຂົ້າໃຈຕໍ່ຜົນກະທົບດ້ານລົບຂອງມາດຕະການຂວໍ້າບາດທາງເສດຖະກິດ ທີ່ມີຕໍ່ຂະບວນການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ໃຫ້ຄຳໝັ້ນສັນຍາວ່າຈະເປັນຜູ້ປະສານງານເພື່ອອຳນວຍຄວາມສະດວກຕໍ່ກັບບັນຫາດັ່ງກ່າວໃຫ້ແກ່ເກົາຫຼີເໜືອໃນອະນາຄົດ.



ຂະນະດຽວກັນລັດຖະບານເກົາຫຼີເໜືອ ແລະ ເຈົ້າໜ້າທີ່ລະດັບສູງຂອງສະຫະປະຊາຊາດເຫັນດີພ້ອມໃນການຟື້ນຟູຄວາມສຳພັນ ແລະ ການຕິດຕໍ່ສື່ສານລະຫວ່າງກັນ ຜ່ານການເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງຂອງເຈົ້າໜ້າທີ່ສະຫະປະຊາຊາດທຸກລະດັບໃນໂອກາດຕໍ່ໆໄປ, ນອກຈາກນີ້ລາຍງານຂອງ KCNA ຍັງລະບຸເຖິງການພົບປະຫາລືລະຫວ່າງທ່ານ ເຟດແມນ ກັບທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ແລະ ທ່ານ ປາກ ມະຢອງ-ກຸກ ຮອງລັດຖະມົນຕີກະຊວງການຕ່າງປະເທດວ່າ ເຈົ້າໜ້າທີ່ລະດັບສູງດ້ານການທູດຂອງລັດຖະບານເກົາຫຼີເໜືອໄດ້ກ່າວເຖິງການທີ່ສະຫະລັດ ອາເມຣິກາໃຊ້ນະໂຍບາຍ "ຮຸກຮານ ແລະ ຂົ່ມເຫງ" ຕໍ່ເກົາຫຼີເໜືອ ແລະ "ຂົ່ມຂູ່ທຸກຮູບແບບ" ເພື່ອກໍ່ສົງຄາມນິວເຄຼຍຂອງລັດຖະບານສະຫະລັດ ອາເມຣິກາຄືຕົ້ນເຫດຂອງບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີໃນຕອນນີ້ ໂດຍບໍ່ມີເນື້ອໃນໃດລະບຸເຖິງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອຄົນປັດຈຸບັນ.

ເຊິ່ງທ່ານ ເຟດແມນ ແລະ ສະຫະປະຊາຊາດບໍ່ເຄີຍສະແດງທ່າທີຢ່າງເປັນທາງການຕໍ່ການຢ້ຽມຢາມເກົາຫຼີເໜືອໃນຄັ້ງນີ້ ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດໃນຮອບ 7 ປີ ຫຼື ນັບຕັ້ງແຕ່ເດືອນກຸມພາ 2010 ສຳລັບຜູ້ດຳລົງຕຳແໜ່ງຮອງເລຂາທິການສະຫະປະຊາຊາດ, ເຖິງຢ່າງໃດກໍ່ຕາມການຢ້ຽມຢາມນະຄອນຫຼວງປຽງຢາມຂອງທ່ານ ເຟດແມນ ໄດ້ຮັບການຢືນຢັນຈາກທັງສອງຝ່າຍວ່າເປັນການຢ້ຽມຢາມຕາມຄຳເຊີນຂອງລັດຖະບານເກົາຫຼີເໜືອ ແລະ ເກີດຂຶ້ນໃນໄລຍະດຽວກັນກັບສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ຊ້ອມຮົບທາງອາກາດຄັ້ງຍິ່ງໃຫຍ່ທີ່ສຸດຮ່ວມກັນ.


No comments

Powered by Blogger.