ກຳມະການເລືອກຕັ້ງລັດເຊຍ ຕັດສິດຜູ້ນຳຝ່າຍຄ້ານ ລົງຊິງຕຳແໜ່ງປະທານປະເທດ ເພາະມີຄະດີ - ອິດສະຫຼະ

ກຳມະການເລືອກຕັ້ງລັດເຊຍ ຕັດສິດຜູ້ນຳຝ່າຍຄ້ານ ລົງຊິງຕຳແໜ່ງປະທານປະເທດ ເພາະມີຄະດີ



ສຳນັກຂ່າວຕ່າງປະເທດລາຍງານ 27 ທັນວາ 2017 ວ່າ: ຄະນະກຳມະການເລືອກຕັ້ງແຫ່ງຊາດຂອງລັດເຊຍອອກຖະແຫຼງການເມື່ອວັນຈັນ ທີ່ຜ່ານມາວ່າ: ສະມາຊິກຄະນະກຳມະການມີມະຕິສຽງສ່ວນໃຫຍ່ 12 ສຽງ ແລະ ງົດອອກສຽງ 1 ສຽງ ປະຕິເສດເອກະສານການສະໝັກຮັບເລືອກຕັ້ງຊິງຕຳແໜ່ງປະທານປະເທດລັດເຊຍ ຂອງທ່ານ ອະເລັກຊີ ນາວັນນີ ເນື່ອງຈາກຜູ້ນຳຝ່າຍດ້ານ ອາຍຸ 41 ປີ ຄົນດັ່ງກ່າວ ຍັງມີສະຖານະເປັນຜູ້ຕ້ອງຫາໃນຫຼາຍຄະດີທັງໃນທາງອາຍາ ແລະ ທາງແພ່ງ ເຖິງແມ່ນວ່າສານຈະໃຫ້ຈຳເລີຍພາກໂທດໄວ້ໂດຍບໍ່ຕ້ອງຕິດຄຸກຕໍ່ຕາມ ແຕ່ເນື້ອໃນຈິດໃຈຂອງຄວາມຜິດຈະຖືວ່າຢູ່ໃນລະດັບຮ້າຍແຮງ.

ຂະນະທີ່ທ່ານ ນາວັນນີ ເຊິ່ງຫຼາຍຝ່າຍໃຫ້ມຸມມອງວ່າ ເປັນພຽງຄົນດຽວທີ່ຈະແຂ່ງຂັນກັບທ່ານ ປູຕິນ ໄດ້ຢ່າງສົມສັກສີ ແລະ ກ່າວວ່າມະຕິຂອງຄະນະກຳມະການເລືອກຕັ້ງບໍ່ແມ່ນສິ່ງທີ່ເໜືອຄວາມຄາດໝາຍ ແຕ່ທ່ານຍັງຈະໃຊ້ສິດຕາມກົດໝາຍໃນການຍື່ນອຸທອນ ພ້ອມທັງກ່າວຮຽກຮ້ອງໃຫ້ປະຊາຊົນຮ່ວມກັນລົ້ມການເລືອກຕັ້ງໃນຄັ້ງນີ້ ທີ່ບໍ່ແມ່ນການເລືອກຕັ້ງຢ່າງແທ້ຈິງ ເພາະມີຜູ້ສະໜັກພຽງຄົນດຽວຄືທ່ານ ປູຕິນ ສ່ວນຜູ້ສະໝັກທີ່ເຫຼືອກໍ່ເປັນພຽງຕົວປະກອບ ແລະ ທ່ານ ນາວັນນີ ເຊື່ອວ່າ ຄະແນນນິຍົມຕໍ່ທ່ານ ປູຕິນ ໃນລັດເຊຍ ກຳລັງຕົກຕ່ຳຢ່າງຕໍ່ເນື່ອງ ສ່ວນລາຍງານຜົນສຳຫຼວດຄວາມຄິດເຫັນຂອງສື່ມວນຊົນເປັນພຽງການປັ້ນແຕ່ງຕົວເລກເທົ່ານັ້ນ.

ຂະນະທີ່ໂຄສົກທຳນຽມເຄຼມລິນ ທ່ານ ຄະມິດທຼີ ເປສຄັອບ  ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ: ລັດຖະບານລັດເຊຍກຳລັງສຶກສາລາຍລະອຽດວ່າ ການທີ່ທ່ານ ອະເລັກຊີ ນາວັນນີ ຜູ້ນຳຝ່າຍຄານປະກາດປຸກລະດົມໃຫ້ປະຊາຊົນຮ່ວມກັນລົ້ມການເລືອກຕັ້ງປະທານປະເທດລັດເຊຍນັ້ນ ເປັນການກະທຳທີ່ຜິດກົດໝາຍ ຫຼື ບໍ່.

ເຖິງຢ່າງໃດກໍ່ຕາມ ໂຄສົກທຳນຽມເຄຼມລິນປະຕິເສດທີ່ຈະສະແດງຄວາມຄິດເຫັນກ່ຽວກັບການທີ່ຄະນະທຳມະການເລືອກຕັ້ງແຫ່ງຊາດ ປະກາດຫ້າມທ່ານ ນາວັນນີ ລົງເລືອກຕັ້ງປະທານປະເທດ​, ພ້ອມທັງກ່າວວ່າ ບໍ່ສາມາດທີ່ຈະເອົາທ່ານ ນາວັນນີ ມາເປັນຕົວຊີ້ວັດເຖິງຄວາມເປັນທຳຂອງການເລືອກຕັ້ງລັດເຊຍ ພາຍຫຼັງທີ່ຄະນະກຳມະທິການເອີຣົບ ອອກຖະແຫຼງການສະແດງຄວາມສົງໄສຕໍ່ບັນຍາກາດທາງການເມືອງຂອງລັດເຊຍ ໃນໄລຍະກ່ອນການເລືອກຕັ້ງ ແລະ ວິຈານວ່າລັດຖະບານລັດເຊຍບໍ່ຄວນໃຊ້ຄະດີທາງການເມືອງມາຂັດຂວາງການຮ່ວມກິດຈະກຳທາງການເມືອງຂອງບຸກຄົນທີ່ມີສິດຢ່າງຊອບທຳ.

ເຊິ່ງການເລືອກຕັ້ງປະທານປະເທດລັດເຊຍຈະຈັດຂຶ້ນໃນວັນທີ 18 ມິນາ 2018 ໂດຍທຸກຝ່າຍທັງໃນ ແລະ ຕ່າງປະເທດຄາດການໄປໃນທິດທາງດຽວກັນວ່າ ທ່ານ ປູຕິນ ອາຍຸ 65 ປີ ຈະຍັງສາມາດຊະນະໃນການເລືອກຕັ້ງຄັ້ງນີ້ຢ່າງງ່າຍດາຍ ເຖິງແມ່ນວ່າຈະລົງສະໝັກໃນນາມອິດສະຫຼະກໍ່ຕາມ ພ້ອມທັງຈະຢູ່ໃນຕຳແໜ່ງປະທານປະເທດລັດເຊຍເປັນສະໄໝທີ 4 ແລະ ເປັນສະໄໝທີ່ 2 ຕິດຕໍ່ກັນ ໂດຍຈະຢູ່ໃນຕຳແໜ່ງໄປອີກ 6 ປີ ຈົນເຖິງປີ 2024 ເຊິ່ງໃນຕອນນນັ້ນທ່ານ ປູຕິນ ຈະມີອາຍຸ 72 ປີ.


No comments

Powered by Blogger.