ສ.ອາເມຣິກາ ຂຶ້ນບັນຊີດຳ 2 ບຸກຄົນສຳຄັນໃນໂຄງການພັດທະນາຂີປະນາວຸດຂອງເກົາຫຼີເໜືອ - ອິດສະຫຼະ

ສ.ອາເມຣິກາ ຂຶ້ນບັນຊີດຳ 2 ບຸກຄົນສຳຄັນໃນໂຄງການພັດທະນາຂີປະນາວຸດຂອງເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 27 ທັນວາ 2017 ວ່າ: ກະຊວງການເງິນສະຫະລັດ ອາເມຣິກາ ອອກຖະແຫຼງການເມື່ອວັນອັງຄານທີ່ຜ່ານມາ ຂຶ້ນບັນຊີດຳເຈົ້າໜ້າລັດລະດັບສູງ 2 ຄົນຂອງລັດຖະບານເກົາຫຼີເໜືອ ທີ່ມີບົດບາດສຳຄັນຕໍ່ໂຄງການພັດທະນາຂີປະນາວຸດຂອງເກົາຫຼີເໜືອໄດ້ແກ່ ທ່ານ ຄິມ ຈອງ-ຊິກ ເຊິ່ງມີບົດບາດໃນດ້ານການພັດທະນາເຊື້ອໄຟແຫຼວເປັນເຊື້ອໄຟແຂງ ແລະ ທ່ານ ຣີ ຢອງ-ຊອນ ເຊິ່ງມີບົດບາດສຳຄັນໃນດ້ານຂອງການພັດທະນາຂີປະນາວຸດຂ້າມທະວີບ (ICBM).


ໂດຍລາຍງານຂອງລັດຖະບານສະຫະລັດ ອາເມຣິກາລະບຸວ່າ ບຸກຄົນທັງສອງມີຊື່ຢູ່ໃນບັນຊີດຳການຂວໍ້າບາດຄັ້ງຫຼ້າສຸດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ທີ່ປະກາດໄປເມື່ອວັນທີ 22 ທັນວາ 2017 ທີ່ຜ່ານມາ, ທີ່ເປັນການເພີ່ມຂີດຈຳກັດໂຄຕ້າການຊື້ນ້ຳມັນດິບ ແລະ ຜະລິດຕະພັນປີໂຕຼລຽມຂອງເກົາຫຼີເໜືອ ເພື່ອຕອບໂຕ້ການທົດລອງຂີປະນາວຸດຂ້າມທະວີບ "ຮວາຊອງ-15" ເມື່ອວັນທີ 28 ພະຈິກ 2017 ທີ່ຜ່ານມາ.

ໃນມື້ດຽວກັນ ກະຊວງການຕ່າງປະເທດລັດເຊຍກໍ່ໄດ້ລາຍງານການສົນທະນາທາງໂທລະສັບລະຫວ່າງທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກັບ ທ່ານ ເຣັກ ທິວເລີສັນ ລັດຖະບານຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາວ່າ ທັງສອງຝ່າຍເຫັນດີຮ່ວມກັນວ່າ: ໂຄງການທົດລອງຂີປະນາວຸດຂອງເກົາຫຼີເໜືອລະເມີດມະຕິຂອງສະຫະປະຊາຊາດຢ່າງຮ້າຍແຮງ ແຕ່ກໍ່ບໍ່ມີຄວາມຈຳເປັນທີ່ສະຫະລັດ ອາເມຣິກາຕ້ອງໃຊ້ນະໂຍບາຍຂົ່ມຂູ່ຕໍ່ອີກຝ່າຍ ທີ່ລວມທັງການຊ້ອມຮົບ ແລະ ການເພີ່ມຈຳນວນກຳລັງທາງທະຫານໃນແຫຼມເກົາຫຼີ ໂດຍຄູ່ກໍລະນີຄວນຫັນໜ້າມາເຈລະຈາກັນໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ຖະແຫຼງການລະບຸວ່າທ່ານ ທິວເລີສັນ ເປັນຝ່າຍໂທຫາທ່ານ ລາວະຣົບ


No comments

Powered by Blogger.