ເກົາຫຼີເໜືອຕອບໂຕ້ ສ.ອາເມຣິກາ ວ່າກະຫາຍສົງຄາມ ພາຍຫຼັງຊ້ອມຮົບຄັ້ງໃຫຍ່ອີກຄັ້ງ - ອິດສະຫຼະ

ເກົາຫຼີເໜືອຕອບໂຕ້ ສ.ອາເມຣິກາ ວ່າກະຫາຍສົງຄາມ ພາຍຫຼັງຊ້ອມຮົບຄັ້ງໃຫຍ່ອີກຄັ້ງ



ສຳນັກຂ່າວຕ່າງປະເທດລາຍງນເມື່ອວັນທີ 3 ທັນວາ 2017 ວ່າ: ໜັງສືພິມໂຣດອງກະບອກສຽງຂອງພັກແຮງງານເກົາຫຼີເໜືອລາຍງານບົດບັນນາທິການສະບັບວັນອາທິດທີ່ຜ່ານມາວ່າ: ສະຫະລັດ ອາເມຣິກາ ແລະ ລັດຖະບານຫຸ່ນເກົາຫຼີໃຕ້ເປັນພວກກະຫາຍສົງຄາມ ຂໍໃຫ້ຮັບຮູ້ໄວ້ວ່າການຊ້ອມຮົບທີ່ມີເປົ້າໝາຍຄືເກົາຫຼີເໜືອເປັນການກະທຳທີ່ໂງ່ຈ້າ ແລະ ກະຕຸ້ນໃຫ້ເກີດການປ້ອງກັນຕົນເອງ ການຊ້ອມຮົບຂອງສະຫະລັດ ກັບ ເກົາຫຼີໃຕ້ເປັນການຍຸຍົງຢ່າງຊັດເຈນຕໍ່ເກົາຫຼີເໜືອ ເຊິ່ງອາດນຳໄປສູ່ສົງຄາມນິວເຄຼຍໄດ້ຕະຫຼອດເວລາ.

ຂະນະດຽວກັນພົນໂທ ເອັດ ອາ ແມັດມາສເຕີ ທີ່ປຶກສາຝ່າຍຄວາມໝັ້ນຄົງແຫ່ງຊາດສະຫະລັດປະຈຳທຳນຽບຂາວ ໄດ້ກ່າວເຕືອນເຖິງຄວາມເປັນໄປໄດ້ທີ່ນັບມື້ນັບເພີ່ມຂຶ້ນທີ່ຈະເກີດສົງຄາມລະຫວ່າງສະຫະລັດ ກັບ ເກົາຫຼີເໜືອທີ່ມີອາວຸດນິວເຄຼຍ.

ກ່ອນໜ້ານີ້ກະຊວງການຕ່າງປະເທດຂອງເກົາຫຼີເໜືອໄດ້ກ່າວວ່າ: ລັດຖະບານສະຫະລັດທີ່ນຳໂດຍທ່ານ ໂດໂນ ທຣຳ ໄດ້ຮ້ອງຂໍໃຫ້ເກີດສົງຄາມໂດຍອ້າງເຖິງການຊ້ອມຮົບທາງອາກາດ.

ເຊິ່ງໄດ້ມີການຊ້ອມຮົບທາງອາກາດ 5 ວັນລະຫວ່າງກອງທັບສະຫະລັດ ກັບ ເກົາຫຼີໃຕ້ທີ່ໄດ້ເລີ່ມຂຶ້ນໃນວັນຈັນນີ້ (4 ພະຈິກ) ມີຍົນຮົບ 230 ລຳເຂົ້າຮ່ວມພາລະກິດການຊ້ອມຮົບ, ເປັນການຊ້ອມຮົບທີ່ເກີດຂຶ້ນພາຍຫຼັງທີ່ເກົາຫຼີເໜືອໄດ້ທົດລອງຂີປະນາວຸດຂ້າມທະວີບຮວາຊອງ-15 ເມື່ອວັນທີ 29 ພະຈິກ 2017 ທີ່ຜ່ານມາ ໂດຍກ່າວວ່າສາມາດຍິງໄດ້ໄກເຖິງທຸກເປົ້າໝາຍໃນແຜ່ນດິນຂອງສະຫະລັດ.



No comments

Powered by Blogger.