ເປີດສາກຂຶ້ນແລ້ວການຊ້ອມຮົບຄັ້ງໃຫຍ່ທີ່ສຸດ ຂອງກອງທັບອາກາດສ.ອາເມຣິກາ-ເກົາຫຼີໃຕ້ - ອິດສະຫຼະ

ເປີດສາກຂຶ້ນແລ້ວການຊ້ອມຮົບຄັ້ງໃຫຍ່ທີ່ສຸດ ຂອງກອງທັບອາກາດສ.ອາເມຣິກາ-ເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 4 ທັນວາ 2017 ວ່າ: ກອງບິນທີ 7 ຂອງສະຫະລັດ ອາເມຣິກາ ແລະ ກອງທັບອາກາດເກົາຫຼີໃຕ້ ໄດ້ມີການຊ້ອມຮົບຮ່ວມກັນໃນຊື່ປະຕິບັດ Vigilant Ace  ເພື່ອກະກຽມຄວາມພ້ອມ ແລະ ເພີ່ມຄວາມສາມາດໃນການຮັບມື ແລະ ການໂຈມຕີຕອບໂຕ້ຂອງທະຫານອາກາດທັງສອງປະເທດ ໂດຍການຊ້ອມຮົບຈະໃຊ້ເວລາທັງໝົດ 5 ວັນ ຫຼື ວັນຈັນ-ວັນສຸກນີ້ ໃນເຂດນ່ານຟ້າຂອງເກົາຫຼີໃຕ້.

ເຊິ່ງຂໍ້ມູນຈາກກະຊວງປ້ອງກັນປະເທດສະຫະລັດລະບຸວ່າ ການຊ້ອມຮົບຮ່ວມກັບເກົາຫຼີໃຕ້ໃນຄັ້ງນີ້ ຖືເປັນການຊ້ອມຮົບທາງອາກາດຄັ້ງຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ໂດຍສະຫະລັດສົ່ງທະຫານເຂົ້າຮ່ວມ 12,000 ຄົນ, ພ້ອມທັງຍົນຮົບຫຼາຍຮ້ອຍລຳ ທີ່ລວມທັງຍົນຂັບໄລ່ F-35 18 ລຳ ແລະ F-22 6 ລຳ, ໃນດ້ານຂອງສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານວ່າ ສະຫະລັດອາດນຳຍົນຖິ້ມລະເບີດທາງຍຸດທະສາດ B-1B ເຂົ້າຮ່ວມພາລະກິດການເຝິກຊ້ອມໃນຄັ້ງນີ້ດ້ວຍ ແຕ່ຍັງບໍ່ມີການຢືນຢັນຢ່າງຊັດເຈນເທື່ອ.

ເຊິ່ງການຊ້ອມຮົບຮ່ວມກັນລະຫວ່າງກອງທັບສະຫະລັດ ກັບ ເກົາຫຼີໃຕ້ ເປັນການເຄື່ອນໄຫວທາງການທະຫານທີ່ສ້າງຄວາມບໍ່ພໍໃຈໃຫ້ກັບເກົາຫຼີເໜືອມາຕະຫຼອດໄລຍະທີ່ຜ່ານມາ ແລະ ການຊ້ອມຮົບຄັ້ງຫຼ້າສຸດໃນອາທິດນີ້ ແນ່ນອນວ່າຈະຍິ່ງເພີ່ມຄວາມເຄັ່ງຕຶງໃຫ້ກັບສະຖານະການຢູ່ແຫຼມເກົາຫຼີອີກ ເນື່ອງຈາກເກີດຂຶ້ນພຽງ 1 ອາທິດ ພາຍຫຼັງທີ່ເກົາຫຼີເໜືອປະກາດຄວາມສຳເລັດໃນການທົດລອງຂີປະນາວຸດຂ້າມທະວີບ ລຸ້ນໃໝ່ໃນຊື່ ຮວາຊອງ-15 ເມື່ອອາທິດທີ່ຜ່ານມາ ເຊິ່ງສາມາດຕິດຕັ້ງຫົວຮົບນິວເຄຼຍ ແລະ ຂຶ້ນສູ່ລະດັບຄວາມສູງເກືອບເຖິງ 4,500 ກິໂລແມັດ ສູງທີ່ສຸດໃນບັນດາຂີປະນາວຸດທີ່ເກົາຫຼີເໜືອເຄີຍທົດລອງມາ ນອກຈາກນີ້ສື່ຂອງເກົາຫຼີເໜືອຍັງກ່າວວ່າ ໄລຍະການຍິງຂອງຂີປະນາວຸດດັ່ງກ່າວສາມາດຄວບຄຸມແຜ່ນດິນຂອງສະຫະລັດໄດ້ທົ່ວປະເທດ.



No comments

Powered by Blogger.