ສ.ອາເມຣິກາຈະບໍ່ຮັບຜູ້ລີ້ໄພ ຖອນຕົວຈາກປະຕິຍານ UN ວ່າດ້ວຍຜູ້ລີ້ໄພ ແລະ ການຍ້າຍຖິ່ນຖານ - ອິດສະຫຼະ

ສ.ອາເມຣິກາຈະບໍ່ຮັບຜູ້ລີ້ໄພ ຖອນຕົວຈາກປະຕິຍານ UN ວ່າດ້ວຍຜູ້ລີ້ໄພ ແລະ ການຍ້າຍຖິ່ນຖານ



ສຳນັກຂ່າວຕ່າງປະເທດລາຍງານ 4 ທັນວາ 2017 ວ່າ: ຄະນະຜູ້ແທນສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ (UN) ອອກຖະແຫຼງການເມື່ອວັນເສົາທີ່ຜ່ານມາ ຕາມເວລາທ້ອງຖິ່ນວ່າ ໄດ້ແຈ້ງຕໍ່ເລຂາທິການ UN ແລ້ວວ່າສະຫະລັດ ຂໍຍຸດຕິການເຂົ້າຮ່ວມໃນຂໍ້ຕົກລົງວ່າດ້ວຍຜູ້ລີ້ໄພ ແລະ ຜູ້ຍ້າຍຖິ່ນຖານ, ເນື່ອງຈາກປະຕິຍານນິວຢອກສຳລັບຜູ້ລີ້ໄພ ແລະ ຜູ້ຍ້າຍຖິ່ນຖານມີຫຼາຍມາດຕາບໍ່ສອດຄ່ອງກັບນະໂຍບາຍຜູ້ລີ້ໄພ ແລະ ຜູ້ຍ້າຍຖິ່ນຖານຂອງສະຫະລັດ ລວມທັງຫຼັກການຜູ້ຍ້າຍຖິ່ນຖານຂອງລັດຖະບານຊຸດປັດຈຸບັນ, ທ່ານ ໂດໂນ ທຣຳ ປະທານປະເທດຈຶ່ງຕັດສິນໃຈວ່າ ຈະຖອນຕົວຈາກປະຕິຍານດັ່ງກ່າວ.


ທ່ານ ນາງ ນິກກີ້ ເຮລີ ເອກອັກຄະລັດຖະທູດສະຫະລັດປະຈຳ UN ກ່າວວ່າ ສະຫະລັດຈະຍັງໃຫ້ການສະໜັບສະໜູນການຍ້າຍຖິ່ນຖານ ແລະ ຜູ້ລີ້ໄພທົ່ວໂລກຕໍ່ໄປ ແຕ່ການຕັດສິນໃຈນະໂຍບາຍໃດໆ ຕ້ອງປະຕິບັດຕາມຄວາມຕ້ອງການຂອງປະຊາຊົນອາເມຣິກາເທົ່ານັ້ນ, ໃນດ້ານຂອງອົງກອນນິລະໂທດສາກົນປະນາມວ່າ ເປັນການຖິ້ມຄວາມຮັບຜິດຊອບຕໍ່ວິກິດຜູ້ລີ້ໄພທີ່ໃຫຍ່ທີ່ສຸດໃນໂລກ.

ຜູ້ນຳສະມາຊິກ UN 193 ປະເທດໄດ້ຮັບຮອງປະຕິຍານນິວຢອກດ້ວຍມະຕິທີ່ເປັນເອກະພາບເມື່ອເດືອນກັນຍາປີທີ່ຜ່ານມາ ເປັນປະຕິຍານທາງການເມືອງທີ່ບໍ່ມີຜົນຜູກພັນ ກຳນົດໃຫ້ມີຂະບວນການເຈລະຈາລະຫວ່າງປະເທດເພື່ອຮ່າງຂໍ້ຕົກລົງລະຫວ່າງປະເທດວ່າດ້ວຍຜູ້ລີ້ໄພ ແລະ ຮ່າງຂໍ້ຕົກລົງລະຫວ່າງປະເທດວ່າດ້ວຍການຍ້າຍຖິ່ນຖານທີ່ປອດໄພ ເປັນລະບຽບ ແລະ ປົກກະຕິພາຍໃນປີ 2018 ເພື່ອເປັນແນວທາງແກ້ໄຂບັນຫາຜູ້ລີ້ໄພ ແລະ ການບໍລິຫານຈັດການຜູ້ຍ້ານຖິ່ນຖານຂອງໂລກ, ກ່ອນໜ້ານີ້ສະຫະລັດ ກໍ່ໄດ້ຖອນຕົວອອກຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ເມື່ອເດືອນຕຸລາ ທີ່ຜ່ານມາ, ໂດຍໃຫ້ເຫດຜົນວ່າ ມີອັກຄະຕິຕໍ່ອິດສະຣາແອນ ເຊິ່ງໝາຍເຖິງ UNESCO ລົງມະຕິຮັບຮອງເອົາປາເລສໄຕເຂົ້າເປັນສະມາຊິກເຕັມຕົວໃນປີ 2011.

No comments

Powered by Blogger.