ເກົາຫຼີເໜືອ ເຊີນການນຳຂັ້ນສູງຂອງ UN ຢ້ຽມຢາມ ເພື່ອປຶກສາຫາລືບັນຫາສຳຄັນ - ອິດສະຫຼະ

ເກົາຫຼີເໜືອ ເຊີນການນຳຂັ້ນສູງຂອງ UN ຢ້ຽມຢາມ ເພື່ອປຶກສາຫາລືບັນຫາສຳຄັນ



ສຳນັກຂ່າວຕ່າງປະເທດລາຍງານ 5 ທັນວາ 2017 ວ່າ: ໂຄສົກສະຫະປະຊາຊາດ (UN) ຖະແຫຼງວ່າ: ທ່ານ ເຈັບຟຣີ ເຟດແມນ (Jeffrey Feltman) ອະດີດເຈົ້າໜ້າທີ່ອາວຸໂສຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເຊິ່ງປັດຈຸບັນນີ້ດຳລົງຕຳແໜ່ງ ຮອງເລຂາທິການ UN ຝ່າຍກິດຈະການທາງການເມືອງ ໄດ້ເດີນທາງຢ້ຽມຢາມເກົາຫຼີເໜືອໃນລະຫວ່າງວັນທີ 5-8 ທັນວາ 2017 ນີ້ ເພື່ອປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ທ່ານ ຣີ ຢອງ ໂຮ (Ri Yong Ho) ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ປາກ ມະຢອງ ກຸກ (Pak Myong Guk) ກ່ຽວກັບບັນຫາຕ່າງໆທີ່ໜ້າເປັນຫ່ວງທ່າມກາງຄວາມເຄັ່ງຕຶງທີ່ເພິ່ມສູງຂຶ້ນເລື້ອຍໆຢູ່ແຫຼມເກົາຫຼີ ພາຍຫຼັງທີ່ເກົາຫຼີເໜືອ ໄດ້ມີການຍິງທົດລອງຂີປະນາວຸດຂ້າມທະວີບຄັ້ງຫຼ້າສຸດ ເມື່ອອາທິດທີ່ຜ່ານມາ ໃນຂະນະດຽວກັນກອງທັບອາກາດສະຫະລັດ ແລະ ເກົາຫຼີໃຕ້ ກໍ່ໄດ້ມີການຊ້ອມຮົບທາງອາກາດຄັ້ງຍິ່ງໃຫຍ່ທີ່ສຸດໃນອາທິດນີ້ ໂດຍມີຍົນຮົບຮ່ວມການເຝິກຊ້ອມຫຼາຍກວ່າ 200 ລຳ.


ໂຄສົກຂອງ UN ລະບຸວ່າ: ການຢ້ຽມຢາມເກົາຫຼີເໜືອໃນຄັ້ງນີ້ ເປັນການຕອບສະໜອມຕາມຄຳເຊີນຂອງທາງການເກົາຫຼີເໜືອ ທີ່ມີມາຢ່າງຕໍ່ເນື່ອງເປັນເວລາຍາວນານແລ້ວ ໂດຍມີຈຸດປະສົງເພື່ອປຶກສາຫາລືກ່ຽວກັບນະໂຍບາຍຕ່າງໆກັບສະຫະປະຊາຊາດ, ນອກຈາກນີ້ຍັງລະບຸອີກວ່າ: ທ່ານ ເຟສແມນ ຈະພົບປະກັບຄະນະເຈົ້າໜ້າທີ່ຂອງ UN ທີ່ປະຈຳການຢູ່ເກົາຫຼີເໜືອ ພ້ອມທັງຄະນະທູດ ແລະ ຈະຢ້ຽມຊົມສະຖານທີ່ທີ່ເປັນໂຄງການຕ່າງໆຂອງ UN ອີກດ້ວຍ, ເຊິ່ງທ່ານ ເຟດແມນ ຖືເປັນການນຳຂັ້ນສູງຂອງ UN ຄົນທຳອິດ ທີ່ເດີນທາງໄປເກົາຫຼີເໜືອ ນັບຕັ້ງແຕ່ທ່ານ ນາງ ລິນ ປາສໂຄ ຮອງເລຂາທິການ UN ຄົນກ່ອນໜ້ານີ້ເດີນທາງຢ້ຽມຢາມເກົາຫຼີເໜືອ ເມື່ອເດືອນກຸມພາ 2010 ແລະ ທ່ານ ນາງ ວາເລີຣີ ເອມອສ ຮອງເລຂາທິການດ້ານມະນຸດສະທຳຂອງ UN ທີ່ເດີນທາງໄປຢ້ຽມຢາມໃນເດືອນຕຸລາ ປີ 2011.



No comments

Powered by Blogger.