(ວິດີໂອ) ການຊ້ອມຮົບທາງອາກາດຄັ້ງຍິ່ງໃຫຍ່ທີ່ສຸດຂອງ ສ.ອາເມຣິກາ-ເກົາຫຼີໃຕ້ - ອິດສະຫຼະ

(ວິດີໂອ) ການຊ້ອມຮົບທາງອາກາດຄັ້ງຍິ່ງໃຫຍ່ທີ່ສຸດຂອງ ສ.ອາເມຣິກາ-ເກົາຫຼີໃຕ້



ມື້ນີ້ 5 ທັນວາ 2017 ຖືເປັນມື້ທີ່ສອງຂອງການຊ້ອມຮົບທາງອາກາດຄັ້ງຍິ່ງໃຫຍ່ລະຫວ່າງກອງບິນທີ 7 ຂອງສະຫະລັດ ອາເມຣິກາ ແລະ ກອງທັບອາກາດເກົາຫຼີໃຕ້ ທີ່ໄດ້ມີການຊ້ອມຮົບຮ່ວມກັນໃນຊື່ປະຕິບັດ Vigilant Ace ເຊິ່ງການຊ້ອມຮົບຄັ້ງນີ້ຈະໃຊ້ເວລາທັງໝົດ 5 ວັນ ຫຼື ວັນຈັນ-ວັນສຸກນີ້ ໃນເຂດນ່ານຟ້າຂອງເກົາຫຼີໃຕ້.

ເຊິ່ງຂໍ້ມູນຈາກກະຊວງປ້ອງກັນປະເທດສະຫະລັດລະບຸວ່າ ການຊ້ອມຮົບຮ່ວມກັບເກົາຫຼີໃຕ້ໃນຄັ້ງນີ້ ຖືເປັນການຊ້ອມຮົບທາງອາກາດຄັ້ງຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ໂດຍສະຫະລັດສົ່ງທະຫານເຂົ້າຮ່ວມ 12,000 ຄົນ, ພ້ອມທັງຍົນຮົບກວ່າ 200 ລຳ ທີ່ລວມທັງຍົນຂັບໄລ່ F-35, F-22 ແລະ F-16.





No comments

Powered by Blogger.