ເຈົ້າໜ້າທີ່ກ່າວວ່າ ສາເຫດໄຟໄໝ້ຕຶກ World Trade Center ຍ້ອນສະເກັດໄຟ - ອິດສະຫຼະ

ເຈົ້າໜ້າທີ່ກ່າວວ່າ ສາເຫດໄຟໄໝ້ຕຶກ World Trade Center ຍ້ອນສະເກັດໄຟ



ໜັງສືພິມຄວາມສະຫງົບລາຍງານ 6 ທັນວາ 2017 ວ່າ: ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ຖະແຫຼງເມື່ອວັນທີ 5 ທັນວາ 2017 ທີ່ຜ່ານມາວ່າ: ສາເຫດທີ່ພາໃຫ້ໄຟໄໝ້ຕຶກ World Trade Center ເມື່ອວັນທີ 3 ທັນວາ 2017 ທີ່ຜ່ານມາ ເກີດຈາກສະເກັດໄຟ ທີ່ຈອດອາຄານຕົກໃສ່ຢາງທີ່ຫຸ້ມທໍ່ແອ ເຮັດໃຫ້ໄຟລຸກໄໝ້, ສ່ວນໂຄງສ້າງຂອງອາຄານບໍ່ໄດ້ຮັບຜົນກະທົບໃດໆ ແລະ ຍັງໃຊ້ງານໄດ້ຢ່າງປົກກະຕິ, ມູນຄ່າຄວາມເສຍຫາຍປະມານ 30 ລ້ານກີບ.

ຕຶກ World Trade Center ແມ່ນຕຶກທີ່ກຳລັງຢູ່ໃນການກໍ່ສ້າງຕັ້ງຢູ່ຖະໜົນຄູວຽງ (ຂ້າງສູນການຄ້າວຽງຈັນເຊັນເຕີ), ນະຄອນຫຼວງວຽງຈັນ. ເຊິ່ງເປັນໜຶ່ງໃນໂຄງການທີ່ສຳປະທານໂດຍນາຍທຶນຈີນ ເພື່ອກໍ່ສ້າງເປັນສູນການຄ້າຂະໜາດໃຫຍ່ໃຈກາງນະຄອນຫຼວງວຽງຈັນ ທີ່ຈະເປັນບ່ອນຮອງຮັບກິດຈະກຳທາງເສດຖະກິດຕ່າງໆເຊັ່ນ: ສູນການຄ້າ, ສະຖາບັນການເງິນ, ໂຮງແຮມ ແລະ ອື່ນໆ.


No comments

Powered by Blogger.