ທ່ານ ປູຕິນ ປະກາດລົງເລືອກຕັ້ງຊິງຕຳແໜ່ງປະທານປະເທດລັດເຊຍ ໃນປີໜ້າ - ອິດສະຫຼະ

ທ່ານ ປູຕິນ ປະກາດລົງເລືອກຕັ້ງຊິງຕຳແໜ່ງປະທານປະເທດລັດເຊຍ ໃນປີໜ້າ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ທັນວາ 2017 ທີ່ຜ່ານມາວ່າ: ທ່ານ ປູຕິນ ອາຍຸ 65 ປີ ທີ່ຂຶ້ນສູ່ອຳນາດທັງໃນຕຳແໜ່ງນາຍົກລັດຖະມົນຕີ ແລະ ປະທານປະເທດ ມາຕັ້ງແຕ່ປີ 2000 ປະກາດເມື່ອວັນພຸດທີ່ຜ່ານມາວ່າ: ທ່ານຈະລົງຊິງຕຳແໜ່ງປະທານປະເທດລັດເຊຍໃນການເລືອກຕັ້ງທີ່ຈະເກີດຂຶ້ນໃນວັນທີ 18 ມີນາ 2018  ຖ້າຫາກທ່ານ ປູຕິນ ຊະນະເລືອກຕັ້ງ ຈະເປັນການຄອງອຳນາດເປັນສະໄໝທີ 4 ແລະ ຈະເຮັດໜ້າທີ່ຜູ້ນຳລັດເຊຍຕໍ່ໄປອີກເປັນເວລາ 6 ປີ ຈົນເຖິງປີ 2024.

ທ່ານ ປູຕິນ ກ່າວຕໍ່ພະນັກງານໂຮງງານຜະລິດລົດແຫ່ງໜຶ່ງໃນ ເມືອງນິສນີນອກໂກຣອດ ເມື່ອວັນພຸດທີ່ຜ່ານມາວ່າ: ທ່ານຈະຍື່ນໃບສະໝັກຊິງຕຳແໜ່ງປະທານປະເທດຂອງລັດເຊຍ ທ່າມກາງສຽງໂຮຮ້ອງ ແລະ ຕົບມືຈາກກຸ່ມຄົນງານດັ່ງກ່າວ.


No comments

Powered by Blogger.