ຕາເວັນອອກກາງລຸກເປັນໄຟອີກຄັ້ງ ເມື່ອສະຫະລັດຮັບຮອງເຢຣູຊາເລມ ເປັນເມືອງຫຼວງອິດສະຣາແອນ - ອິດສະຫຼະ

ຕາເວັນອອກກາງລຸກເປັນໄຟອີກຄັ້ງ ເມື່ອສະຫະລັດຮັບຮອງເຢຣູຊາເລມ ເປັນເມືອງຫຼວງອິດສະຣາແອນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ທັນວາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງນາມໃນຄຳສັ່ງຝ່າຍບໍລິຫານ ເມື່ອວັນພຸດທີ່ຜ່ານມາ ວ່າດ້ວຍການຮັບຮອງເອົາສະຖານະຂອງນະຄອນເຢຣູຊາເລມເປັນເມືອງຫຼວງຢ່າງເປັນທາງການຂອງອິດສະຣາແອນ ແລະ ໃຫ້ກະຊວງການຕ່າງປະເທດກຽມຍ້າຍສະຖານທູດສະຫະລັດ ອາເມຣິກາຈາກນະຄອນຫຼວງເທວອາວິບໄປຍັງນະຄອນຫຼວງເຢຣູຊາເລມ ໂດຍມີທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ຮ່ວມເປັນສັກຂີພິຍານ.


ເຊິ່ງປະທານປະເທດສະຫະລັດ ອາເມຣິກາຄົນກ່ອນໆໜ້ານີ້ ທ່ານ ບິວ ຄລິນຕັນ ເຄີຍໄດ້ປະຕິເສດລົງນາມການບັງຄັບໃຊ້ກົດໝາຍສະຖານທູດສະຫະລັດປະຈຳນະຄອນຫຼວງເຢຣູຊາເລມ ທີ່ສະພາລົງມະຕິຮັບຮອງເມື່ອປີ 1995, ທ່ານ ທຣຳ ກ່າວວ່າ ການຕັດສິນໃຈຂອງທ່ານໃນເລື່ອງນີ້ເປັນໄປຕາມຂະບວນການທີ່ຖືກຕ້ອງ ເນື່ອງຈາກເຖິງເວລາແລ້ວ ທີ່ປະຊາຄົມໂລກຕ້ອງຮ່ວມກັນຮັບຮອງເອົານະຄອນຫຼວງເຢຣູຊາເລມໃນຖານະເມືອງຫຼວງຢ່າງເປັນທາງການຂອງອິດສະຣາແອນ ລັດເອກະລາດທີ່ສົມຄວນມີ "ນະຄອນຫຼວງ" ຄືກັບລັດອະທິປະໄຕທຸກແຫ່ງໃນໂລກນີ້.

ເຖິງຢ່າງໃດກໍ່ຕາມ ຜູ້ນຳສະຫະລັດກ່າວວ່າ ລັດຖະບານສະຫະລັດຍັງສະໜັບສະໜູນການເຈລະຈາສັນຕິພາບລະຫວ່າງອິດສະຣາແອນກັບປາເລສໄຕ ຕາມແນວທາງ 2 ລັດ ເພື່ອນຳໄປສູ່ການສະຖາປະນາລັດປາເລສໄຕຄຽງຄູ່ກັບລັດອິດສະຣາແອນ ພ້ອມທັງກ່າວຕຳໜິຜູ້ນຳສະຫະລັດຄົນກ່ອນໜ້ານີ້ທີ່ລວມທັງທ່ານ ບິວ ຄລິນຕັນ, ທ່ານ ຈອດ ດັບເບີຢູບູສ ແລະ ທ່ານ ບາຣັກ ໂອບາມາ ວ່າບໍ່ສາມາດຮັກສາຄຳໝັ້ນສັນຍາໄດ້, ໃນດ້ານຂອງນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນຳອິດສະຣາແອນ ກ່າວຍົກຍ້ອງການປະກາດຂອງທ່ານ ທຣຳ ຖືເປັນ "ວັນປະຫວັດສາດ" ສຳລັບອິດສະຣາແອນ ໂດຍຖືເປັນບາດກ້າວສຳຄັນສູ່ການສ້າງສັນຕິພາບ ໃນຕາເວັນອອກກາງ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກເດີນທາງສະຫະລັດໃນບັນຫາດັ່ງກ່າວ.

ໃນຂະນະທີ່ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວຕຳໜິລັດຖະບານສະຫະລັດຢ່າງໜັກວ່າ ເປັນການຕັດສິນໃຈພຽງຝ່າຍດຽວທີ່ຂັດແຍ່ງກັບຈຸດຢືນຂອງປະຊາຄົມໂລກໃນເລື່ອງນີ້ ທີ່ຢືນຢັນວ່າຕ້ອງເປັນການຕັດສິນໃຈຮ່ວມກັນລະຫວ່າງອິດສະຣາແອນ ກັບ ປາເລສໄຕເທົ່ານັ້ນ ແລະ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກຽມປະຊຸມສຸກເສີນຕໍ່ກັບບັນຫາດັ່ງກ່າວໃນວັນສຸກນີ້.

ຕໍ່ມາທ່ານປະທານປະເທດ ມາໝູດ ອັບບາສ ຜູ້ນຳປາເລສໄຕ ກ່າວວ່າສະຫະລັດ ບໍ່ຢູ່ໃນສະຖານະຜູ້ຮ່ວມສ້າງສັນຕິພາບໃນຕາເວັນອອກກາງອີກຕໍ່ໄປ ດ້ານກຸ່ມຮາມາສອອກຖະແຫຼງການເຕືອນວ່າ ທ່ານ ທຣຳ ກຳລັງ "ເປີດປະຕູສູ່ນາຮົກ" ສຳລັບຜົນປະໂຫຍດຂອງສະຫະລັດ ໃນຕາເວັນອອກກາງ, ໃນຂະນະທີ່ບັນດາປະເທດໃນຕາເວັນອອກກາງລວມເຖິງອີຣານ, ອາຣັບບີ ຊາອູດິດ, ລີບັງ ແລະ ຊອກດານີ ລວມທັງຕວັກກີ ໄດ້ປະສານສຽງປະນາມການຕັດສິນໃຈຂອງທ່ານ ທຣຳ ໃນການປະກາດຮັບຮອງເອົາເຢຣູຊາເລມເປັນເມືອງຫຼວງຂອງອິດສະຣາແອນ ແລະ ເຕືອນວ່າຈະເກີດການລຸກຮືຂຶ້ນຄັ້ງຍິ່ງໃຫຍ່ໃນຕາເວັນອອກກາງ ສ່ວນທ່າທີຂອງມະຫາອຳນາດໃນເອີຣົບເຊັ່ນ: ເຢຍລະມັນ, ຝຣັ່ງ ແລະ ອັງກິດ ຕ່າງກໍ່ສະແດງຄວາມຜິດຫວັງ ແລະ ປະກາດຈຸດຢືນຮ່ວມກັນຄັດຄ້ານສະຫະລັດໃນເລື່ອງນີ້.

ເຖິງແມ່ນວ່າການຍ້າຍສະຖານທູດສະຫະລັດ ຈາກນະຄອນຫຼວງເທວອາວິບ ໄປຍັງນະຄອນຫຼວງເຢຣູຊາເລມຕ້ອງໃຊ້ເວລາຢ່າງໜ້ອຍປະມານ 3-4 ປີ ແຕ່ທ່າທີຕອບໂຕ້ຂອງປະຊາຊົນໃນຕາເວັນອອກກາງນັ້ນເກີດຂຶ້ນຢ່າງໄວວາ ໂດຍມີລາຍງານການປະທ້ວງ ພ້ອມທັງຈູດໄຟເຜົາທຸງຊາດສະຫະລັດ, ທຸງຊາດອິດສະຣາແອນ ແລະ ພາບຖ່າຍຂອງທ່ານ ທຣຳ ໃນຫຼາຍພື້ນທີ່ຂອງປາເລສໄຕ ແລະ ສະໜວນກາຊາ ຕະຫຼອດຮອດການໂຮມຊຸມນຸມປະທ້ວງທີ່ນະຄອນຫຼວງອິດສະຕັນບູ ໃນຕວັກກີ ແລະ ນະຄອນຫຼວງອຳມານ ເມືອງຫຼວງຂອງຊອກດານີ ຮຽກຮ້ອງໃຫ້ລັດຖະບານຊອກດານີຍຸດຕິຂໍ້ຕົກລົງສັນຕິພາບໃນປີ 1994 ກັບ ອິດສະຣາແອນ ແລະ ມີການປະນາມສະຫະລັດວ່າເປັນ "ແມ່ໃຫຍ່ຂອງພວກກໍ່ການຮ້າຍ".

ເຊິ່ງຊາວປາເລສໄຕຕ້ອງການໃຫ້ນະຄອນຫຼວງເຢຣູຊາເລມເປັນເມືອງຫຼວງຂອງລັດໃນອະນາຄົດຂອງຕົນ ແລະ ປະຊາຄົມລະຫວ່າງປະເທດບໍ່ຍອມຮັບການກ່າວອ້າງກຳມະສິດທັງໝົດເໜືອດິນແດນຂອງອິດສະຣາແອນ ເຊິ່ງເຢຣູຊາເລມເປັນທີ່ຕັ້ງຂອງສາສະນະສະຖານສັກສິດຂອງ 3 ສາສະໜາຄື: ຈູດາ, ອິດສະລາມ ແລະ ຄຼິສ.



No comments

Powered by Blogger.