ໃນເດືອນທັນວາ ລັດຖະບານພິຈາລະນາຫຼາຍບັນຫາເປັນຕົ້ນການລັກລອບຄ້າໄມ້, ຂຸດຄົ້ນຄຳ ແລະ ທີ່ດິນ - ອິດສະຫຼະ

ໃນເດືອນທັນວາ ລັດຖະບານພິຈາລະນາຫຼາຍບັນຫາເປັນຕົ້ນການລັກລອບຄ້າໄມ້, ຂຸດຄົ້ນຄຳ ແລະ ທີ່ດິນ



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ທັນວາ ເຊິ່ງເປັນຄັ້ງສຸດທ້າຍຂອງປີ 2017 ໄດ້ດໍາເນີນມາເປັນເວລາ 2 ວັນ ຄື: ວັນທີ 25-26 ທັນວາ 2017 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ແລກປ່ຽນຄໍາເຫັນ ກ່ຽວກັບສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ແລະ ການປ່ຽນແປງດິນຟ້າອາກາດໃນປັດຈຸບັນ. ກອງປະຊຸມ ໄດ້ພິຈາລະນານິຕິກໍາ 06 ສະບັບ (ກົດໝາຍ 04 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍທະບຽນຄອບຄົວ ສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍ ການປ່ຽນແປງຂອງສະພາບດິນຟ້າອາກາດ (ຕໍ່ກັບຮ່າງກົດໝາຍວ່າດ້ວຍ ການປ່ຽນແປງຂອງສະພາບດິນຟ້າອາກາດ ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ໂດຍໃຫ້ເຮັດເປັນດໍາລັດ); ຮ່າງກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ຮ່າງກົດ ໝາຍວ່າດ້ວຍ ວັກຊີນ) ແລະ ດໍາລັດ 02 ສະບັບ ຄື: (ດໍາລັດວ່າດ້ວຍ ພະນັກງານລັດວິສາຫະກິດ ແລະ ດໍາລັດວ່າດ້ວຍ ເຂດເສດຖະກິດພິເສດ ສະບັບປັບປຸງ) ແລະ ເນື່ອງຈາກເປັນເດືອນສຸດທ້າຍຂອງປີ, ກອງປະຊຸມ ຍັງໄດ້ສະຫຼຸບຕີລາຄາການດໍາເນີນ ກອງປະຊຸມລັດຖະບານ ປະຈໍາປີ 2017 ແລະ ປຶກສາຫາລື ແຜນດໍາເນີນກອງປະຊຸມລັດຖະບານ ປີ 2018.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫຼຸບສັງລວມການເຄື່ອນໄຫວວຽກງານ ຈຸດສຸມທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນທັນວາ ທີ່ຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມ ໃນເດືອນ ມັງກອນ 2018 ດັ່ງ ນີ້:

• ກ່ຽວກັບສະພາບ ການຈັດຕັ້ງປະຕິບັດວຽກງານ ໃນເດືອນ ທັນວາ 2017 ທີ່ຜ່ານມາ ລັດຖະບານ ໄດ້ບັດຕິບັດວຽກງານຈຸດສຸມສໍາຄັນຫຼາຍດ້ານ ເປັນຕົ້ນ

1. ໄດ້ສຶບຕໍ່ແກ້ໄຂ ບັນດາປະກົດການຫຍໍ້ທໍ້ຂອງສັງຄົມ ໂດຍສະເພາະ ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ, ປຸ້ນຈີ້ ຊິງຊັບ ແລະ ບັນຫາອື່ນໆ ໄດ້ຫຼາຍສົມ ຄວນເຮັດໃຫ້ສະພາບສັງຄົມໂດຍ ລວມສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາ ແລະ ການດໍາລົງຊີວິດ ທີ່ສະຫງົບ-ເປັນປົກກະຕິ ຂອງປະຊາຊົນ.

2. ໄດ້ຈັດຕັ້ງສະເຫຼີມສະຫຼອງ ແລະ ເລົ່າມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ 13 ທັນວາ ຄົບຮອບ 97 ປີ ຢ່າງກວ້າງຂວາງ ແລະ ມີເນື້ອໃນຢູ່ບັນດາກົງຈັກການຈັດຕັ້ງຂອງ ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖີ່ນ ໃນຂອບເຂດທົ່ວປະເທດ.

3. ໄດ້ກະກຽມໃຫ້ແກ່ການຢ້ຽມຢາມ ສັນທະວະໄມຕີ ແລະ ເຂົ້າຮ່ວມພິທີປິດການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017 ແລະ ການສືບຕໍ່ແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນ 2 ຝ່າຍຢ່າງເປັນຂະບວນຟົດຟື້ນ.

4. ໄດ້ດຳເນີນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ພິຈາລະນາຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ ການແກ້ໄຂບັນຫາການລັກລອບຄ້າໄມ້ ແລະ ການລັກລອບຂຸດຄົ້ນຄຳ ທີ່ເກີດຂຶ້ນ ຢູ່ບາງແຂວງ; ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງທາງປູຍາງສອງຊັ້ນ 3 ເສັ້ນ ຢູ່ແຂວງໄຊສົມບູນ; ການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ເພື່ອໄກ່ເກ່ຍ ແລະ ຄ່າຊົດເຊີຍໂຄງການລົງ ທຶນຂະໜາດໃຫຍ່ ຂອງພາກລັດ ແລະ ພາກເອກະຊົນ; ການອະນຸຍາດເປີດນໍາໃຊ້ທ່າເຮືອ ຢູ່ເຂດສາມລ່ຽມຄໍາ ເປັນທ່າ ເຮືອສາກົນ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ; ແກ້ໄຂບັນຫາການນໍາເຂົ້າລົດທີ່ບໍ່ຖືກຕ້ອງ, ແກ້ໄຂບັນຫາ ການລົງທຶນພັດທະນາໂຮງງານຊີມັງ ຢູ່ແຂວງຫຼວງພະບາງ ແລະ ບັນຫາອື່ນໆ.

5. ລັດຖະບານ ໄດ້ດໍາເນີນການສະຫຼຸບຕີລາຄາ ການດໍາເນີນກອງປະຊຸມລັດຖະບານ ໃນປີ 2017 ແລະ ກໍານົດແຜນດຳເນີນກອງປະຊຸມລັດຖະບານ ປະຈໍາປີ 2018. ພ້ອມກັນນີ້, ຫຼາຍຂະແໜງການ ກໍໄດ້ສະຫຼຸບການເຄື່ອນໄຫວປະຕິບັດວຽກງານ ປະຈໍາປີ 2017 ແລະ ກໍານົດແຜນວຽກຈຸດສຸມຂອງຕົນ ໃນປີ 2018. ໃນອາທິດຜ່ານມາກໍ່ມີ ກອງປະຊຸມ ວຽກງານທີ່ດິນທົ່ວປະເທດ; ມື້ນີ້ ແລະ ມື້ອື່ນ ກໍ່ຍັງມີກອງປະຊຸມວຽກງານແຜນການ ແລະ ການເງິນ ແລະ ໃນທ້າຍອາທິດກໍ່ຈະມີກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ, ກອງປະຊຸມເຫຼົ່ານີ້, ກໍ່ມີການນໍາຂັ້ນສູງຂອງພັກ ແລະ ລັດຖະບານ ໄປຮ່ວມເພື່ອຊຸກຍູ້ ແລະ ຊີ້ນໍາວຽກງານຂອງແຕ່ລະຂະແໜງການດັ່ງກ່າວ.

6. ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍໄດ້ໄປເຄື່ອນໄຫວວຽກງານ ທັງພາຍໃນ ແລະ ຕ່າງປະເທດ ຕາມແຜນວຽກຈຸດສຸມຂອງຕົນ ເພື່ອປະກອບສ່ວນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈໍາເດືອນ ທັນວາ ຂອງລັດຖະບານຢ່າງມີປະສິດທິຜົນ.

7. ໄດ້ຄົ້ນຄວ້າ ແລະ ອອກນິຕິກໍາລຸ່ມກົດໝາຍ ທີ່ສຳຄັນຈໍານວນໜຶ່ງ, ເຊິ່ງໃນໜື່ງເດືອນຜ່ານມາແມ່ນໄດ້ອອກ ດຳລັດ 31 ສະບັບ, ຂໍ້ຕົກລົງ 7 ສະບັບ ແລະ ແຈ້ງການ ຈຳນວນ 185 ສະບັບ. ພ້ອມກັນນີ້, ບັນດາຂະແໜງການກໍ່ພວມປັບປຸງບັນດາຮ່າງກົດໝາຍ ທັງໝົດ 16 ສະບັບ ທີ່ລັດຖະບານ ຈະສະເໜີໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ່ 5 ຂອງສະພາແຫ່ງຊາດ ຊຸດທີ VIII ເພື່ອປັບປຸງ ແລະ ປະກາດໃຊ້.

• ກ່ຽວກັບວຽກງານຈຸດສຸມ ໃນເດືອນ ມັງກອນ ທ່ານນາຍົດລັດຖະມົນຕີ ໄດ້ຊີ້ນໍາວ່າ: ຄຽງຄູ່ກັບວຽກງານຈຸດສຸມ ທີ່ປະຕິບັດໄດ້ໃນ 1 ເດືອນຜ່ານມາ, ພວກເຮົາກໍ່ມີຫຼາຍບັນຫາທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເຊິ່ງໃນເດືອນໜ້າເປັນເດືອນເລີ່ມຕົ້ນຂອງປີ, ເປັນເດືອນທຳອິດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2018 ແລະ ກໍ່ເປັນເດືອນທີ່ລັດຖະບານ ຈະມີການເຄື່ອນໄຫວວຽກງານທີ່ສຳຄັນທັງພາຍໃນ ແລະ ຕ່າງປະເທດ. ເພື່ອໃຫ້ການປະຕິບັດວຽກງານ ດຳເນີນໄປຢ່າງມີປະສິດທິຜົນນັ້ນ ບັນດາສະມາຊິກລັດຖະບານ ຈົ່ງສືບຕໍ່ເອົາໃຈໃສ່ວຽກງານຈຸດສຸມ ປະຈຳເດືອນ ມັງກອນ 2018 ຂອງລັດຖະບານ ດັ່ງຕໍ່ໄປນີ້ :

1. ເອົາໃຈໃສ່ ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນເຂດຊາຍແດນ; ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃຫ້ໜັກແໜ້ນ ໂດຍສືບຕໍ່ສ້າງແຜນແມ່ບົດ ຈັດສັນລະບຽບສັງຄົມ ໃຫ້ສຳເລັດໂດຍໄວ; ສືບຕໍ່ເອົາ ໃຈໃສ່ເປັນພິເສດ ຕໍ່ການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ຕິດຕາມໄພໜາວ ແລະ ສຸຂະພາບຂອງປະຊາຊົນ ເພື່ອຊ່ວຍເຫຼືອປະຊາຊົນໃຫ້ທັນການ ແລະ ບັນຫາອື່ນໆ ທີ່ເປັນປະກົດການຊໍ້າເຮື້ອ ບໍ່ໃຫ້ເພີ່ມຂຶ້ນ, ຕ້ອງສູ້ຊົນເຮັດໃຫ້ຫຼຸດລົງໃຫ້ໄດ້.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ທີ່ກຳລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ແລະ ອາດມີຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ. ໃຫ້ເອົາໃຈໃສ່ວິເຄາະວິໄຈ ສະພາບການໃຫ້ເລິກເຊິ່ງ ແລະ ກໍານົດທັດສະນະໃຫ້ເໝາະສົມ ເພື່ອມີການຂໍຄວາມເຫັນ ແລະ ການຊີ້ນຳຈາກຂັ້ນເທິງໃຫ້ທັນການ ເພື່ອຖະແຫຼງຕໍ່ສາກົນໃຫ້ທັນເວລາ, ພ້ອມທັງ ກະກຽມປ້ອງກັນຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂຶ້ນ. ພ້ອມກັນນີ້, ກໍ່ໃຫ້ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳພັກ-ລັດ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມ ຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ທີ່ກຳປູເຈຍ, ການເດີນທາງໄປຢ້ຽມຢາມ ສ. ມຽນມ້າ ຢ່າງເປັນທາງການ ຂອງນາຍົກລັດຖະມົນຕີ, ການເຂົ້າຮ່ວມກອງປະຊຸມ ສຸດຍອດສະເຫຼີມສະຫຼອງ ການເປັນຄູ່ຮ່ວມອາຊຽນ-ອິນເດຍ ຄົບຮອບ 25 ປີ (1992-2017) ທີ່ຈະຈັດຂຶ້ນທີ່ ນິວເດນລີ, ປະເທດອິນເດຍ ແລະ ການເຄື່ອນ ໄຫວວຽກງານຕ່າງປະເທດອື່ນໆ.

3. ຈັດຕັ້ງເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2018 (ສະບັບເລກທີ 397/ນຍ, ລົງວັນທີ 22 ທັນວາ 2017) ໃຫ້ທົ່ວເຖິງ. ດໍາລັດສະບັບນີ້ ໄດ້ກຳນົດບັນດາໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມຂອງລັດຖະບານ ເຊິ່ງໄດ້ກຳນົດ 10 ຈຸດສຸມຕົ້ນຕໍ [ ຄື: 1) ການຊຸກຍູ້ ການເຕີບໂຕຂອງເສດຖະກິດ; 2) ການຄຸ້ມຄອງລະບົບການເງິນ-ງົບປະມານ; 3) ການຄຸ້ມຄອງເງິນຕາ; 4) ການປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ; 5) ການຊຸກຍູ້ ສົ່ງເສີມການຜະລິດ ແລະ ບໍລິການ; 6) ການພັດທະນາ ທາງດ້ານວັດທະນະທຳ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ; 7) ການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ; 8) ການບໍລິຫານລັດ, ການເຄື່ອນໄຫວຂອງຜູ້ປະກອບການ; 9)ການປັບປຸງບັນດານິຕິກໍາ ແລະ 10) ການສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາ].

4. ພ້ອມກັນນີ້ ກໍ່ຍັງໄດ້ກຳໜົດຄວາມຮັບຜິດຊອບ ແລະ ວຽກຈຸດສຸມຕົ້ນຕໍຂອງຂະແໜງການຕ່າງໆ ລະອຽດສົມຄວນ.

5. ດັ່ງນັ້ນ, ສະເໜີໃຫ້ສະມາຊິກລັດຖະບານ ເຊິ່ງເປັນຫົວຈັກຫຼັກແຫຼ່ງຂອງບັນດາຂະແໜງການ ຜັນຂະຫຍາຍດຳລັດສະບັບນີ້ໃຫ້ເປັນບົດແນະນຳ, ເປັນແຜນວຽກຈຸດສຸມປະຈຳປີ, ປະຈຳ 6 ເດືອນ, ປະຈຳໄຕມາດ ແລະ ອອກເປັນແຜນປະຈໍາເດືອນຂອງຕົນ ເພື່ອຈັດຕັງປະຕິບັດ ເລີ່ມແຕ່ເດືອນມັງກອນ 2018 ເປັນຕົ້ນໄປ ໃຫ້ມີປະສິດທິຜົນ. ພ້ອມກັນນີ້, ກໍ່ໃຫ້ຂະແໜງການແຜນການ ແລະ ລົງທຶນ ເປັນເຈົ້າການໃນການຕິດຕາມ, ຊຸກຍູ້ ແລະ ສະຫຼຸບລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນປີ 2018 ໃຫ້ແກ່ລັດຖະບານ ເປັນແຕ່ລະໄຕມາດ.

6. ໃນການປະຕິບັດແຜນປີ 2018, ພວກເຮົາຕ້ອງໄດ້ເອົາໃຈໃສ່ການລະດົມ ແລະ ນຳໃຊ້ທຶນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໃນປີ 2018 ໃຫ້ມີປະສິດທິຜົນສູງກວ່າເກົ່າ, ໃນນັ້ນ, ໃຫ້ເອົາໃຈໃສ່ເປັນພິເສດ ໃນການຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ລະຫວ່າງປະເທດເຮົາ ແລະ ຮ່ວມມືສາກົນ ເປັນຕົ້ນແມ່ນ:

- ໂຄງການຊ່ວຍເຫຼືອທາງການ ຂອງ ສປ.ຈີນ ໃນມູນຄ່າ 4 ຕື້ຢວນ ແລະ 1.2 ຕື້ຢວນ ໃຫ້ຮີບຮ້ອນຜັນຂະຫຍາຍ, ສ້າງເປັນໂຄງການລະອຽດ ແລະ ປະສານກັບພາກສ່ວນກ່ຽວຂ້ອງຂອງຈີນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນໂດຍໄວ.

- ໂຄງການຮ່ວມມືລາວ-ຫວຽດນາມ ທີ່ລັດຖະບານ ທັງສອງປະເທດ ໄດ້ເປັນເອກະພາບດ້ານຫລັກການແລ້ວ ໂດຍຮີບຮ້ອນປະສານ ແລະ ເຈລະຈາ ກັບພາກສ່ວນກ່ຽວຂ້ອງຂອງ ສສ ຫວຽດນາມ ເພື່ອຈັດຕັ້ງປະຕິບັດ ແລະ ໃຫ້ໄດ້ເຊັນ 4 ສັນຍາ ໃນໂອກາດການພົບປະ ລະຫວ່າງ ສອງກົມການເມືອງ ແລະ ກອງປະຊຸມຄະນະກຳມາທິການ ລາວ-ຫວຽດນາມ ຄັ້ງທີ 40 ໃນເດືອນ ມັງກອນ ປີ 2018 ທີ່ຈະ ມາເຖິງ.

- ບັນດາໂຄງການທີ່ໄດ້ສະເໜີຂໍກູ້ຢືມມູນຄ່າສູງ ທີ່ສະພາໄດ້ຮັບຮອງແລ້ວ ໃຫ້ຮີບຮ້ອນປະສານສົມທົບ ກັບຜູ້ໃຫ້ທຶນກູ້ຢືມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ. ໃນຕໍ່ໜ້າ, ການກູ້ຢືມຈະເໜັ້ນ ໃສ່ບັນດາໂຄງການ ທີ່ມີປະສິດທິຜົນສູງແທ້ ເພື່ອບໍ່ໃຫ້ເພີ່ມໜີ້ສິນຫຼາຍເກີນໄປ.

- ບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່ໄດ້ເລີ່ມດຳເນີນການຈັດຕັ້ງປະຕິບັດແລ້ວ ໂດຍຊຸກຍູ້ໃຫ້ສາມາດດຳ ເນີນໄປຕາມແຜນ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການພັດທະ ນາຕາມນະໂຍບາຍ 1 ແລວທາງ 1 ເສັ້ນທາງ, ໂຄງການພັດທະນາເຂດເສດຖະກິດພິເສດ ທີ່ກຳລັງດຳເນີນ, ໂຄງການທີ່ກຳລັງສຶກສາຄວາມເປັນໄປໄດ້ ແລະ ໂຄງ ການລົງທຶນຂະໜາດໃຫຍ່ອື່ນໆ ທີ່ມີຜົນກະ ທົບສູງຕໍ່ການພັດທະນາອື່ນໆ ໃຫ້ສາມາດດໍາເນີນໄປໄດ້ດີ.

7. ເພື່ອລະດົມທຶນ ເພື່ອການພັດທະນາທັງພາຍໃນ ແລະ ຕ່າງປະເທດ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ໄດ້ຫລາຍຂຶ້ນ ຕ້ອງໄດ້ເອົາໃຈໃສ່ວຽກງານປັບປຸງສະພາບແວດລ້ອມ ຂອງການ ດຳເນີນທຸລະກິດ, ສຸມໃສແກ້ໄຂບັນຫາຄວາມບໍ່ສະດວກໃນການດຳເນີນທຸລະກິດ ແລະ ການອະນຸມັດການລົງທຶນຜ່ານປະຕູດຽວ ໃຫ້ວ່ອງໄວ, ໂປງໃສ ແລະ ສອດຄ່ອງຕາມກົດໝາຍ-ລະບຽບການ. ສູ້ຊົນເຮັດໃຫ້ ອັນດັບຄວາມສະດວກ ໃນການດຳເນີນທຸລະກິດຢູ່ປະເທດເຮົາ ໃຫ້ດີຂຶ້ນ ໃນປີ 2018-2019. ພ້ອມນີ້, ກໍ່ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັດທະນາວິສາຫະກິດ ຂະໜາດນ້ອຍ-ຂະ ໜາດກາງ ໄລຍະປີ 2016-2020 ທີ່ລັດຖະບານ ໄດ້ອອກດໍາລັດຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອຊຸກຍູ້ການພັດທະນາຂອງ SMEs ຢູ່ປະເທດເຮົາ ໃຫ້ເຂັ້ມແຂງເທື່ອລະກ້າວ.

8. ສືບຕໍ່ຄຸ້ມຄອງ ແລະ ແກ້ໄຂການລົງທຶນ ແລະ ການເຄື່ອນໄຫວທຸລະກິດ ແລະ ບໍລິການ ທີ່ບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ໂດຍສະເພາະ ການລັກລອບຂຸດຄົ້ນ ແລະ ສົ່ງອອກໄມ້, ການລັກລອບຂຸດຄົ້ນບໍ່ແຮ່ ແລະ ຊັບພະຍາກອນຫວງຫ້າມ ຢູ່ໃກ້ຊາຍແດນ ແລະ ເຂດຫ່າງໄກຈາກຕົວເມືອງ.

9. ສືບຕໍ່ປັບປຸງ ບັນດານິຕິກຳລຸ່ມກົດໝາຍ ແລະ ຮ່າງກົດໝາຍ ທີ່ຈະນຳມາຜ່ານກອງປະຊຸມລັດຖະບານ ໃນເດືອນມັງກອນ ແລະ ເດືອນກຸມພາ 2018 ທີ່ຈະມາເຖິງນີ້ (ເຊິ່ງມີປະມານ 12 ກົດໝາຍ) ເພື່ອຮັບປະກັນ ທາງດ້ານຄຸນນະພາບ ກ່ອນນໍາເຂົ້າກອງປະຊຸມລັດຖະບານ ເພື່ອໃຫ້ພວກເຮົາສາມາດພິຈາລະນາ ຢ່າງມີປະສິດທິຜົນ ແລະ ສາມາດສະເໜີ ໃຫ້ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ພິຈາລະນາທັນກຳນົດເວລາ ພາຍໃນທ້າຍເດືອນກຸມພາ ທີ່ຈະມາເຖິງ. ພ້ອມນີ້, ກໍ່ສືບຕໍ່ປັບປຸງ ບັນດາກົດໝາຍທີ່ຈະນຳໄປຜ່ານ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ໃນທ້າຍປີ ເຊິ່ງໃນນັ້ນກໍ່ລວມເຖິງກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງ.

10. ກອງປະຊຸມລັດຖະບານ ໃນເດືອນນີ້ ໄດ້ສະຫຼຸບຕີລາຄາ ການດຳເນີນກອງປະຊຸມລັດຖະບານ ໃນປີ 2017 ແລະ ຖອດຖອນໄດ້ຫຼາຍບົດຮຽນ ເພື່ອປັບປຸງການດຳເນີນ ກອງປະຊຸມລັດຖະບານ ໃນປີ 2018 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ. ດັ່ງນັ້ນ, ໃຫ້ບັນດາສະຫາຍສະມາຊິກລັດຖະບານ ເພີ່ມຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ ໃນການປະ ສານສົມທົບ, ກຽມຫົວຂໍ້, ເນື້ອໃນຂອງເອກະສານ ແລະ ປະກອບຄຳເຫັນຕໍ່ບັນຫາທີ່ນຳມາປຶກສາຫາລື ຢູ່ໃນກອງປະຊຸມລັດຖະບານ. ວຽກງານທີ່ສໍາຄັນອີກວຽກງານໜຶ່ງ ໃນປີ 2018 ແມ່ນຕ້ອງໄດ້ສຸມ ໃສ່ປັບປຸງ ບັນດາວິສາຫະກິດ ເພື່ອຊຸກຍູ້, ຊ່ວຍເຫຼືອໃຫ້ບັນດາວິສາຫະກິດຕ່າງໆ ໃຫ້ສາມາດດໍາເນີນການໄດ້.

No comments

Powered by Blogger.