ກົມອຸຕຸແຈ້ງເຕືອນ 29 ທັນວາ 2017 - 2 ມັງກອນ 2018 ອາກາດຈະໜາວເຢັນຕື່ມອີກ ແລະ ໄລຍະນີ້ຈະມີຝົນຕົກ - ອິດສະຫຼະ

ກົມອຸຕຸແຈ້ງເຕືອນ 29 ທັນວາ 2017 - 2 ມັງກອນ 2018 ອາກາດຈະໜາວເຢັນຕື່ມອີກ ແລະ ໄລຍະນີ້ຈະມີຝົນຕົກ



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເລກທີ 1242/ກອຕທ ຄາດຄະເນສະພາບອາກາດ 7 ວັນຕໍ່ໜ້າ ແຕ່ວັນທີ 27 ທັນວາ 2017 ຫາ 2 ມັງກອນ 2018 ດັ່ງນີ້:

ໃນໄລຍະວັນທີ 27-29 ທັນວາ 2017 ມວນອາກາດເຢັນທີ່ມີກຳລັງປານກາງຈະປົກຄຸມທົ່ວທຸກພາກຂອງປະເທດ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນໃນເຂດພາກເໜືອ ລົງຫາ ພາກກາງ ພ້ອມມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ. ໃນໄລຍະວັນທີ 30 ທັນວາ 2017 ຫາ 2 ມັງກອນ 2018 ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນຕື່ມ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົບທົບກັບກະແສລົມຕາເວັນອອກສຽງເໜືອ ພັດປົກຄຸມເຂດພາກເໜືອ ແລະ ພາກກາງເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກໃນແຕ່ລະພາກ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

• ພາກເໜືອດ້ານເາເວັນອອກ (ຜົ້ງສາລີ, ຫົວພັນ, ຊຽງຂວາງ): ໃນໄລຍະວັນທີ 27-28 ທັນວາ 2017 ອາກາດໜາວເຢັນ ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢ່ແຂວງຜົ້ງສາລີ. ໃນໄລຍະວັນທີ 29 ທັນວາ 2017 - 2 ມັງກອນ 2018 ອາກາດຈະໜາວເຢັນລົງຕື່ມອີກພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ, ສະເພາະເຂດພູສູງ, ຮ່ອມພູ ແລະ ເນີນພູ ອາກາດຈະໜາວເຢັນຫຼາຍ. ອຸນຫະພູມຕ່ຳສຸດ 4-6 ອົງສາ, ສູງສຸດ 23-25 ອົງສາ.

• ພາກເໜືອດ້ານຕາເວັນຕົກ (ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ): ໃນໄລຍະວັນທີ 27-28 ທັນວາ 2017 ອາກາດໜາວເຢັນ ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ແຂວງບໍ່ແກ້ວ ແລະ ຫຼວງນ້ຳທາ. ໃນໄລຍະວັນທີ 29 ທັນວາ 2017 - 2 ມັງກອນ 2018 ອາກາດຈະໜາວເຢັນລົງຕື່ມອີກ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ, ສະເພາະເຂດພູສູງ, ຮ່ວມພູ ແລະ ເນີນພູອາກາດຈະໜາວເຢັນຫຼາຍ ໂດຍສະເພາະຢູ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ອຸນຫະພູມຕ່ຳສຸດຂີດ 8-10 ອົງສາ, ສູງສຸດ 28-30 ອົງສາ.

• ພາກກາງ (ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ໃນໄລຍະວັນທີ 27-28 ທັນວາ 2017 ອາກາດເຢັນ ຫາ ໜາວເຢັນ ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນເຊັ່ນ: ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ ແລະ ບໍລິຄຳໄຊ. ໃນໄລຍະວັນທີ 29 ທັນວາ 2017 - 2 ມັງກອນ 2018 ອາກາດຈະໜາວເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນເຂດຊາຍແດນຕິດກັບ ສສ.ຫວຽດນາມ, ສະເພາະແຂວງໄຊສົມບູນ ແລະ ເຂດຫຼັກຊາວ ອາກາດຈະໜາວເຢັນ ອຸນຫະພູມຕ່ຳສຸດຂີດ 14-16 ອົງສາ,​ ສູງສຸດ 39-31 ອົງສາ.

• ພາກໃຕ້ (ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ໃນວັນທີ 27 ທັນວາ 2017 ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ຈາກນັ້ນໄລຍະວັນທີ 28 ທັນວາ 2017 - 2 ມັງກອນ 2018 ອາກາດຈະເຢັນລົງຕື່ມອີກ ໂດຍສະເພາະໃນໄລຍະຕອນກາງຄືນ ຫາ ຕອນເຊົ້າ ສ່ວນຕອນກາງເວັນອາກາດຮ້ອຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ອຸນຫະພຸມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 31-33 ອົງສາ. ສຳຫຼັບເຂດພູພຽງບໍລະເວນ ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ, ອຸນຫະພູມຕ່ຳສຸດ 8-10 ອົງສາ ແລະ ສູງສຸດ 22-24 ອົງສາ.

• ຄຳເຕືອນ:
ໃນໄລຍະວັນທີ 27-28 ທັນວາ 2017 ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບັນດາແຂວງພາກເໜືອ, ຈາກນັ້ນໃນໄລຍະວັນທີ 30 ທັນວາ 2017 - 2 ມັງກອນ 2018 ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ແລະ ຈະມີໝອກໜາປົກຫຸ້ມຫຼາຍຊຶ້ນ ເຊິ່ງຈະເຮັດໃຫ້ການເບິ່ງເຫັນໄກບໍ່ຊັດເຈນ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອຳນາດການປົກຄອງທີ່ອາໄສໃນເຂດພາກເໜືອ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບຫົນທາງທີ່ມື່ນ, ໄລຍະເຫັນໄກຫຼຸດລົງ ເຊິ່ງອາດຈະເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້ ແລະ ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.

No comments

Powered by Blogger.