ຍີ່ປຸ່ນ ຖືເປັນປະເທດທີ່ໃຫ້ການຊ່ວຍເຫຼືອ ສປປ.ລາວ ຫຼາຍທີ່ສຸດອັນດັບ 1 - ອິດສະຫຼະ

ຍີ່ປຸ່ນ ຖືເປັນປະເທດທີ່ໃຫ້ການຊ່ວຍເຫຼືອ ສປປ.ລາວ ຫຼາຍທີ່ສຸດອັນດັບ 1



ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 26 ທັນວາ 2017 ວ່າ: ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ "ໂຄງການປັບປຸງຊົນລະປະທານກະສິກຳທ່າງ່ອນ" ມູນຄ່າ 61.4 ຕື້ກວ່າກີບ ຫຼື ປະມານ 837 ລ້ານເຢັນ ພາຍໃຕ້ການຊ່ວຍເຫຼືອ ເພື່ອການພັດທະນາຂອງລັດຖະບານຍີ່ປຸ່ນ ຮ່ວມລົງນາມຄັ້ງນີ້ ໂດຍທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ.ລາວ ມີບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ, ເຊິ່ງແມ່ນໜຶ່ງໃນວຽກງານບູລິມະສິດທີ່ລັດຖະບານລາວ ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ຖືເປັນສຳຄັນທີ່ສຸດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ, ໂດຍສະເພາະໃນຂົງເຂດກະສິກຳ, ເຊິ່ງຈະຊ່ວຍໃນການສະໜອງນ້ຳໃຫ້ພຽງພໍ ແກ່ຊາວກະສິກອນຢູ່ເຂດທ່າງ່ອນ ໃນການຜະລິດເຂົ້າໃນລະດູຝົນ ແລະ ລະດູແລ້ງໃຫ້ໄດ້ຕາມເປົ້າໝາຍຂອງລັດຖະບານ ເພື່ອຄ້ຳປະກັນສະບຽງອາຫານໃຫ້ພຽພໍ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ.ລາວ ມາໂດຍຕະຫຼອດ ແລະ ຫວັງວ່າລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ.ລາວ ຕື່ມອີກໃນອະນາຄົດ. ພ້ອມດຽວກັນນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ກໍ່ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ກໍ່ຄືການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນຕໍ່ ສປປ.ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງນັບແຕ່ປີ 2015 ເປັນຕົ້ນມາ ສປປ.ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍມາເປັນຄູ່ຮ່ວມມືຍຸດທະສາດ, ເຊິ່ງເຮັດໃຫ້ການພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກໃນທຸກລະດັບ ນັບແຕ່ສູນກາງລົງຮອດຂະແໜງການ ແລະ ທ້ອງຖິ່ນ.

ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ.ລາວ ໃນຫຼາຍດ້ານ ໂດຍສະເພາະແມ່ນການຊ່ວຍເຫຼືອເພື່ອການພັດທະນາ ແລະ ຖືກຈັດຢູ່ໃນອັນດັບ 1 ຂອງປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ອື່ນໆ.



No comments

Powered by Blogger.