ເຈົ້າໜ້າທີ່ຈະເຂັ້ມງວດກວດທາດເຫຼົ້າ ແລະ ຈັບຄວາມໄວລົດ ໃນໄລຍະປີໃໝ່ສາກົນນີ້ - ອິດສະຫຼະ

ເຈົ້າໜ້າທີ່ຈະເຂັ້ມງວດກວດທາດເຫຼົ້າ ແລະ ຈັບຄວາມໄວລົດ ໃນໄລຍະປີໃໝ່ສາກົນນີ້



ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 25 ທັນວາ 2017 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຜນວຽກສະກັດກັ້ນອຸບັດຕິເຫດ ໃນໄລຍະສົ່ງທ້າຍປີເກົ່າ 2017 ແລະ ຕ້ອນຮັບປີໃໝ່ສາກົນ 2018 ເຊິ່ງຈະໄດ້ລົງກວດທາດເຫຼົ້າ, ຈັບຄວາມໄວ ແລະ ກວດກາຍານພາຫະນະຜູ້ຂັບຂີ່ຕາມຖະໜົນກວ່າ 12 ຈຸດ ໂດຍຈະເລີ່ມລົງມືປະຕິບັດໃນວັນທີ 25 ທັນວາ 2017 ຫາ 1 ມັງກອນ 2018 ເຊິ່ງກໍ່ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງຫຼຸດຜ່ອນອຸບັດຕິເຫດທາງຖະໜົນ.

ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຈະລາຈອນ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເພື່ອເຮັດໃຫ້ງານສະເຫຼີມສະຫຼອງປີໃໝ່ສາກົນ ແລະ ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສະຫງົບ ແລະ ຄວາມປອດໄພ ຈຶ່ງໄດ້ສຸມໃສ່ວຽກງານໂຄສະນາເຜີຍແຜ່ ພ້ອມທັງແນະນຳໃຫ້ເຈົ້າໜ້າທີ່ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ເຊິ່ງກຳລັງຈະລາຈອນຈະໄດ້ປ້ອງກັນຕາມຈຸດ, ຕາມປ້ອມ ເພື່ອຮັບປະກັນບໍ່ໃຫ້ມີການສັນຈອນແອອັດຢູ່ຕາມເສັ້ນທາງຕົວເມືອງ ໂດຍນຳໃຊ້ມາດຕະການບັງຄັບໃຊ້ກົດໝາຍເຊັ່ນ: ຄວບຄຸມຄວາມໄວ, ກວດທາດເຫຼົ່າ ແລະ ຕັ້ງຈຸດກວດກາ ເພື່ອກ່າວເຕືອນຜູ້ລະເມີດກົດຈະລາຈອນ.

ສະເພາະປີ 2017 ມາຮອດປັດຈຸບັນ ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນຫຼາຍກວ່າ 1,500 ກໍລະນີ, ມີຄົນເສຍຊີວິດ 251 ຄົນ ທຽບໃສ່ປີທີ່ຜ່ານມາ ຈຳນວນອຸປະຕິເຫດເພີ່ມຂຶ້ນ 37 ກໍລະນີ ສະເພາະມື້ສົ່ງທ້າຍປີເກົ່າ 2016 ແລະ ຕ້ອນຮັບປີໃໝ່ 2017 ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 31 ກໍລະນີ, ມີຜູ້ເສຍຊີວິດ 4 ຄົນ ເພື່ອຮັບປະກັນໃຫ້ອຸບັດຕິເຫດຫຼຸດລົງໃນໄລຍະສົ່ງທ້າຍປີເກົ່າ 2017 ແລະ ຕ້ອນຮັບປີໃໝ່ສາກົນ 2018 ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ແຈກຢາຍອຸປະກອນກວດທາດເຫຼົ່າ 30 ເຄື່ອງ ເພື່ອໃຫ້ເຈົ້າໜ້າທີ່ແຕ່ລະເມືອງນຳໃຊ້ເຂົ້າໃນວຽກງານປ້ອງກັນອຸບັດຕິເຫດຢ່າງມີປະສິດທິຜົນ.

No comments

Powered by Blogger.