ຊາອູດິດຮຽກຄ່າປັບໃໝ 6,000 ລ້ານໂດລາກັບເຈົ້າຊາຍ ມະຫາເສດຖີໂລກ ເພື່ອແລກກັບການປ່ອຍຕົວ - ອິດສະຫຼະ

ຊາອູດິດຮຽກຄ່າປັບໃໝ 6,000 ລ້ານໂດລາກັບເຈົ້າຊາຍ ມະຫາເສດຖີໂລກ ເພື່ອແລກກັບການປ່ອຍຕົວ



ສຳນັກຂ່າວຕ່າງປະເທດລາຍງານ 27 ທັນວາ 2017 ວ່າ: ເຈົ້າຊາຍອັນ-ວາລີດ ທາລານ (Al-Waleed Bin Talal) ມະຫາເສດຖີອັບດັບທີ 57 ຂອງໂລກ ຊາວອາຣັບບີ ຊາອູດິດ ທີ່ຖືກຈັບກຸມໃນຂໍ້ຫາສໍ້ລາດບັງຫຼວງ ຮ່ວມກັບເຈົ້າຊາຍ ແລະ ບຸກຄົນສຳຄັນອື່ນໆໃນປະເທດອີກວ່າ 300 ຄົນ ຖືກລັດຖະບານອາຣັບບີ ຊາອູດິດຮຽກຄ່າປັບໃໝຈຳນວນ 6,000 ລ້ານໂດລາສະຫະລັດ ເພື່ອແລກກັບອິດສະຫຼະພາບ.

ເຖິງຢ່າງໃດກໍ່ຕາມແຫຼ່ງຂ່າວລາຍງານວ່າ ພະອົງບໍ່ຍິນຍອມທີ່ຈະຈ່າຍເງິນຈຳນວນດັ່ງກ່າວ ເນື່ອງຈາກເຫັນຫ່ວງວ່າຈະເທົ່າກັບເປັນການຍອມຮັບວ່າເຮັດຜິດແທ້ຕາມຂໍ້ກ່າວຫາ ແຕ່ຕ້ອງການໃຫ້ມີການສືບສວນເລື່ອງດັ່ງກ່າວຢ່າງໂປ່ງໃສໃຫ້ຫຼາຍກວ່ານີ້ ນອກຈາກນີ້ຍັງເປັນຫ່ວງວ່າການຮຽກປັບໃໝເປັນເງິນຈຳນວນມະຫາສານຄືດັ່ງກ່າວຄືການພະຍາຍາມທຳລາຍອານາຈັກທຸລະກິດມູນຄ່າ 18,700 ລ້ານໂດລາສະຫະລັດຂອງພະອົງທີ່ສ້າງມາ.

ໃນບັນດາເຈົ້າຊາຍ ແລະ ບຸກຄົນລະດັບສູງຂອງອາຣັບບີ ຊາອູດິດ 320 ຄົນ ທີ່ຖືກຈັບກຸມໃນຂໍ້ຫາສໍລາດບັງຫຼວງ ແລະ ຖືກກັກຂັງໄວ້ທີ່ໂຮງແຮມຣິດ ຄາຕັນ ໂຮງແຮມຫຼູໃຈກາງນະຄອນຫຼວງຣິຢາດ ເມືອງຫຼວງຂອງປະເທດ ມີເຈົ້າຊາຍຈຳນວນຫຼາຍຖືກຮຽກຄ່າປັບໃໝ ເພື່ອແລກກັບອິດສະຫຼະພາບເຊັ່ນ: ເຈົ້າຊາຍ ມູເທບ ບິນ ອັບດຸນລາ ລູກຊາຍຂອງກະສັດພະອົງກ່ອນຂອງອາຣັບບີ ຊາອູດິດ ທີ່ຕ້ອງຈ່າຍເງິນ 1,000 ໂດລາສະຫະລັດ, ເຖິ່ງຢ່າງໃດກໍ່ຕາມຈຳນວນເງິນທີ່ລັດຖະບານອາຣັບບີ ຊາອູດິດຮຽກຮ້ອງຈາກເຈົ້າຊາຍ ອັນ-ວາລີດ ເປັນໜຶ່ງໃນຈຳນວນເງິນທີ່ສູງທີ່ສຸດທີ່ມີການຮຽກປັບໃໝ່ຜ່ານມາ.

ຜູ້ທີ່ຊຸກດັນໃຫ້ມີການຈັບກຸມໃນຄັ້ງນີ້ຄື ເຈົ້າຊາຍໂມຮຳເໝັດ ບິນ ຊັດມານ ອົງມົງກຸດອາຣັບບີ ຊາອູດິດ ທີ່ເປີດເຜີຍກັບສື່ມວນຊົນວ່າ: ທຸກໆປີນັບຕັ້ງແຕ່ປີ 1980 ເປັນຕົ້ນມາ ເງິນປະມານ 10% ຂອງງົບປະມານລັດຮົ່ວໄຫຼໄປກັບການສໍ້ລາດບັງຫຼວງ ແລະ ເຈົ້າຊາຍຜູ້ຖືກຈັບກຸມໃນຄັ້ງນີ້ ເປັນຜູ້ທີ່ຮູ້ເຫັນກັບການຮົ່ວໄຫຼດັ່ງກ່າວ ແລະ ໃນຈຳນວນ 320 ຄົນທີ່ຖືກຈັບກຸມ ມີປະມານ 1% ທີ່ພິສູດໄດ້ວ່າຕົນເອງບໍລິສຸດ ແລະ ໄດ້ຮັບການປ່ອຍຕົວ ແຕ່ມີອີກ 4% ທີ່ຢືນຢັນວ່າຕົນເອງບໍ່ມີຄວາມຜິດ ແລະ ຕ້ອງການໄປສູ່ຄະດີໃນສານ.

ການປາບປາມການສໍ້ລາດບັງຫຼວງໃນຄັ້ງນີ້ ຖືກຕີລາຄາວ່າເປັນການກຳຈັດສັດຕູທາງການເມືອງຂອງເຈົ້າຊາຍໂມຮຳເໝັດ ບິນ ຊັດມານ ເພາະຜູ້ຖືກຈັບກຸມລ້ວນແຕ່ເປັນຜູ້ທີ່ມີອິດທິພົນທາງການເມືອງ ທີ່ອາດເປັນໄພຕໍ່ການຂຶ້ນຄອງລາດຂອງພະອົງໃນອະນາຄົດເຊັ່ນ: ເຈົ້າຊາຍມູເທບ ທີ່ຄຸມອຳນາດ 1 ໃນ 3 ຂອງກອງທັບ ແລະ ເຈົ້າຊາຍອັນ-ວາລີດ ທີ່ເປັນບຸກຄົນທີ່ມີອຳນາດທາງການເງິນອັນດັບຕົ້ນໆຂອງປະເທດ ແລະ ຍັງມີອິດທິພົນໃນທາງການເມືອງໃນຖານະເຊື້ອສາຍລາຊະວົງຊັ້ນຜູ້ໃຫຍ່ ແລະ ມີບົດບາດໃນ ARAMCO ບໍລິສັດນ້ຳມັນແຫ່ງຊາດອາຣັບບີ ຊາອູດິດ ນອກຈາກນີ້ເຈົ້າຊາຍຍັງເປັນໜຶ່ງໃນຜູ້ຕໍ່ຕ້ານອິດສະຣາແອນ ໃນຂະນະທີ່ເຈົ້າຊາຍໂມຮຳເໝັດ ບິນ ຊັດມານ ທີ່ໂອ່ນອ່າງໄປທາງສະຫະລັດ ອາເມຣິກາ ແລະ ມີທ່າອ່ຽງໄປທາງອິດສະຣາແອນຫຼາຍຂຶ້ນ.

No comments

Powered by Blogger.