ຫວຽດນາມ ສ້າງຕັ້ງກອງກຳລັງໄຊເບີ 10,000 ຄົນ ເພື່ອຄຸ້ມຄອງສື່ສັງຄົມອອນລາຍ - ອິດສະຫຼະ

ຫວຽດນາມ ສ້າງຕັ້ງກອງກຳລັງໄຊເບີ 10,000 ຄົນ ເພື່ອຄຸ້ມຄອງສື່ສັງຄົມອອນລາຍ



ສຳນັກຂ່າວຕ່າງປະເທດລາຍງານ 27 ທັນວາ 2017 ວ່າ: ໜ່ວຍຮົບໄຊເບີຂອງຫວຽດນາມທີ່ຫາກໍ່ໄດ້ຮັບການປະກາດສ້າງຕັ້ງໃນຊື່ "ກອງກຳລັງ 47" (Force 47) ປະກອບດ້ວຍທະຫານ ແລະ ພະນັກງານຜູ້ຊ່ຽວຊານດ້ານຄອມພິວເຕີກວ່າ 10,000 ຄົນ ໄດ້ເລີ່ມປະຕິບັດງານແລ້ວໃນຫຼາຍພາກສ່ວນ ໂດຍພາລະກິດຫຼັກຄືການຕິດຕາມການສະແດງຄວາມຄິດເຫັນຂອງປະຊາຊົນຕາມສື່ສັງຄົມອອນລາຍຕ່າງໆຕະຫຼອດ 24 ຊົ່ວໂມງ ຖ້າຫາກພົບວ່າມີການສະແດງຄວາມຄິດເຫັນທີ່ບໍ່ຖືກຕ້ອງ ຫຼື ຕໍ່ຕ້ານລັດຖະບານ ກໍ່ໃຫ້ລົບຄວາມຄິດເຫັນເຫຼົ່ນັ້ນໃນທັນທີ.

ລາຍງານຂ່າວດັ່ງກ່າວແມ່ນອ້າງອີງຈາກການເປີດເຜີຍຂອງທ່ານ ພົນໂທ ຫງວຽນ ຈອງ ເຫງວະ ຮອງເສນາທິການທະຫານຝ່າຍການເມືອງ ໃນລະຫວ່າງການປະຊຸມຄະນະໂຄສະນາອົບຮົບສູນກາງ ທີ່ນະຄອນໂຮຈິມິນ ເມື່ອວັນຈັນທີ່ຜ່ານມາ, ໂດຍທ່ານ ພົນໂທ ຫງວຽນກ່າວຢ້ຳວ່າ: ລັດຖະບານຕ້ອງພ້ອມຕະຫຼອດເວລາ ໃນການຕໍ່ສູ້ຢ່າງເດັດດ່ຽວກັບຄວາມຄິດເຫັນທີ່ບໍ່ຖືກຕ້ອງ.

ທີ່ຜ່ານມາຫວຽດນາມບໍ່ສາມາດຄວບຄຸມການສະແດງຄວາມຄິດເຫັນຂອງປະຊາຊົນໃນໂລກອອນລາຍໄດ້ ເພາະບໍລິສັດຜູ້ໃຫ້ບໍລິການສື່ສັງຄົມອອນລາຍໃນຫວຽດນາມແມ່ນມາຈາກຕ່າງປະເທດ ແລະ ຫວຽດນາມມີເຈົ້າໜ້າທີ່ພຽງບໍ່ພໍເທົ່າໃດຄົນທີ່ຕິດຕາມບັນຫາດັ່ງກ່າວ.

ບຸກຄົນໃນກອງກຳລັງ 47 ທີ່ມີຈຳນວນເຖິງ 10,000 ຄົນ ຖືວ່າຫຼາຍກວ່າໜ່ວຍຮົບໄຊເບີຂອງເກົາຫຼີເໜືອທີ່ມີປະມານ 6,000 ຄົນ, ຫວຽດນາມຖືເປັນປະເທດທີ່ຕິດ 10 ອັນດັບທຳອິດ ທີ່ມີຈຳນວນຜູ້ໃຊ້ facebook ຫຼາຍທີ່ສຸດໃນໂລກ ເຊິ່ງລັດຖະບານຫວຽດນາມກໍ່ໄດ້ພະຍາຍາມຊຸກດັນຮ່າງກົດໝາຍຄວາມໝັ້ນຄົງທາງອິນເຕີເນັດ ເພື່ອບັງຄັບໃຊ້ກັບຜູ້ໃຫ້ບໍລິການ facbook ແລະ google ຕ້ອງຕິດຕັ້ງເຊີບເວີໃນຫວຽດນາມ ເພື່ອຄວາມສະດວກໃນການຄຸ້ມຄອງ ໂດຍຮ່າງກົດໝາຍດັ່ງກ່າວນີ້ຍັງຢູ່ໃນຂະບວນການທີ່ລໍຖ້າການອະນຸມັດຈາກສະພາ.

No comments

Powered by Blogger.