ປະທານປະເທດກ່າວ: ລາຍຮັບຂອງຊາດມາຈາກການຂາຍຊັບພະຍາກອນ, ກູ້ຢືມ, ຊ່ວຍເຫຼືອລ້າມັນບໍ່ຍືນຍົງ - ອິດສະຫຼະ

ປະທານປະເທດກ່າວ: ລາຍຮັບຂອງຊາດມາຈາກການຂາຍຊັບພະຍາກອນ, ກູ້ຢືມ, ຊ່ວຍເຫຼືອລ້າມັນບໍ່ຍືນຍົງ



ສຳນັກຂ່າວສານປະເທດລາວລາຍງານ 27 ທັນວາ 2017 ວ່າ: ທີ່ຫໍປະຊຸມແຫ່ງຊາດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ.ລາວ ໄດ້ເນັ້ນໃຫ້ກະຊວງການເງິນສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ ຈາກຜູ້ປະກອບການກໍ່ຄື ຈາກສັງຄົມໃນທົ່ວປະເທດ ເຊິ່ງວ່າລາຍຮັບຕົ້ນຕໍຍັງອາໄສການຂຸດຄົ້ນຊັບພະຍາກອນ ແລະ ຂາດວັດຖຸດິບ, ນອກຈາກນີ້ ຍັງອາໄສການຊ່ວຍເຫຼືອລ້າ ແລະ ການກູ້ຢືມທີ່ເພີ່ມຂຶ້ນຕໍ່ເນື່ອງ, ຈາກພັນທະ ແລະ ຄ່າຝາກຫຼວງ ຈາກບັນດາໂຄງການລົງທຶນໄລຍະຍາວ ເຊິ່ງແຫຼ່ງລາຍຮັບດັ່ງກ່າວບໍ່ສາມາດກາຍເປັນຖານອັນເຂັ້ມແຂງໃນປັດຈຸບັນໄດ້.

ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ເນັ້ນກ່ຽວກັບການຄຸ້ມຄອງວຽກງານແຜນການ-ການລົງທຶນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ແລະ ເອົາໃຈໃສ່ນຳພາ-ບັນຊາ ເພື່ອສ້າງຄວາມເຂັ້ມແຂງຂອງເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂການຂາດດຸນງົບປະມານ, ແກ້ໄຂໜີ້ສິນຂອງລັດ ແລະ ຮັກສາການເຕີບໃຫຍ່ຂອງເສດຖະກິດໃຫ້ໄວຕໍ່ເນື່ອງ ເປັນຕົ້ນແມ່ນປະຕິບັດການປະຢັດລາຍຈ່າຍບໍລິຫານ, ປັບປຸງກົນໄກບໍລິຫານໃຫ້ຮັດກຸມ, ແກ້ໄຂຊ່ອງວ່າງການຮົ່ວໄຫຼຂອງລາຍຮັບ, ການຟຸມເຟືອຍລາຍຈ່າຍ ແລະ ແກ້ໄຂເດັດຂາດຕໍ່ການລະເມີດວິໄນແຜນການ-ການເງິນ.

ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວເນັ້ນຕື່ມວ່າ: ໃຫ້ເພີ່ມທະວີການນຳພາ-ບັນຊາຕໍ່ການປັບປຸງຄວາມສະດວກ ໃນການພິຈາລະນາການລົງທຶນຂອງຜູ້ປະກອບການພາຍໃນ ແລະ ນັກລົງທຶນຕ່າງປະເທດ ເພື່ອສ້າງຄວາມດຶງດູດການລົງທຶນຢ່າງແຂງແຮງກວ່າເກົ່າ, ພ້ອມກັນນີ້, ຕ້ອງຈຳກັດສຸດຂີດການກູ້ຢືມໄລຍະສັ້ນ, ໄລຍະກາງ ໂດຍສະເພາະເພື່ອມາດຸນດ່ຽງການໃຊ້ຈ່າຍບໍລິຫານ ແລະ ຄຸ້ມຄອງການກູ້ຢືມເພື່ອພັດທະນາບັນດາໂຄງການລົງທຶນທີ່ຈຳເປັນທາງການເສດຖະກິດ-ສັງຄົມໃຫ້ສອດຄ່ອງຕາມລະບຽບກົດໝາຍ.


No comments

Powered by Blogger.