ໂຄງການພັດທະນາແຄມຂອງ ແຂວງຈຳປາສັກ ມູນຄ່າກວ່າ 65 ລ້ານໂດລາ ຄາດສຳເລັດ 2021 - ອິດສະຫຼະ

ໂຄງການພັດທະນາແຄມຂອງ ແຂວງຈຳປາສັກ ມູນຄ່າກວ່າ 65 ລ້ານໂດລາ ຄາດສຳເລັດ 2021



ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ​ພິທີວາງສີລາລຶກ ໂຄງການກໍ່ສ້າງພັດທະນາແຄມຂອງ ເຂດບໍລິເວນເມືອງປາກເຊ ແລະ ເມືອງໂພນທອງແຂວງຈຳປາສັກ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 22 ທັນວາ 2017 ໂດຍເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ; ມີທ່ານ ບຸນຖອງ ດີວິໄຊ ເຂົ້າ ແຂວງໆຈຳປາສັກ ພ້ອມດ້ວຍ ບັນດາທ່ານຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ, ບັນດາການນຳຂອງແຂວງ, ພະແນກການ, ອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດກ່າວເປີດພິທີ, ທ່ານ ຄຳສ້ອຍ ປະທຸມທອງ ຮອງຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນການພັດທະນາໂຄງການ ເຊິ່ງເຫັນວ່າ:  ໂຄງການດັ່ງກ່າວ ແມ່ນໂຄງການໜຶ່ງ ທີ່ນອນໃນແຜນບູລິມະສິດຂອງລັດຖະບານ, ມີຈຸດປະສົງ ກໍ່ສ້າງເພື່ອປ້ອງກັນຄວາມເສຍຫາຍຈາກໄພນໍ້າຖ້ວມ ແລະ ຕາຝັ່ງເຈື່ອນ, ທັງເປັນການສ້າງພື້ນຖານໂຄງລ່າງການທ່ອງທ່ຽວ, ປັບປຸງພື້ນທີ່ ໃຫ້ມີຄວາມສວຍງາມ, ເປັນບ່ອນພັກຜ່ອນຮັກສາສຸຂະພາບ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາ ຊົນທ້ອງຖິ່ນ ໃຫ້ມີລາຍຮັບເພີ່ມຂຶ້ນ, ສາມາດປະກອບສ່ວນເຂົ້າໃນການ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຊາວແຂວງຈຳປາສັກ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.


ໂຄງການນີ້ ໄດ້ເລີ່ມຕົ້ນດໍາເນີນການສໍາຫຼວດເກັບກຳຂໍ້ມູນ ເພື່ອສຶກສາເສດຖະກິດເບື້ອງຕົ້ນ ແຕ່ປີ 2010 ແລະ ໄດ້ເຊັນສັນຍາວ່າຈ້າງຜູ້ຮັບເໝົາກໍ່ສ້າງ ໃນວັນທີ 29 ເມສາ 2017 ຄາດວ່າຈະສໍາເລັດ ໃນປີ 2021; ໂດຍແມ່ນບໍລິສັດ Hanshin E & C.Co.Ltd ເປັນຜູ້ຮັບເໝົາກໍ່ສ້າງໂຄງການ ໃນມູນຄ່າ 65,653,000 ໂດລາສະຫະລັດ ເຊິ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ເດືອນຕຸລາ 2017. ໃນນັ້ນ ກິດຈະກຳການກໍ່ສ້າງຫຼັກປະກອບມີ: ກໍ່ສ້າງສວນສາທາລະນະ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ກໍ່ສ້າງຄູປ້ອງກັນນໍ້າຖ້ວມ ແລະ ອື່ນໆ.


ໃນໂອກາດດຽວກັນນີ້, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ກໍ່ໄດ້ກ່າວວ່າ: ໂຄງການພັດທະນາ ແຄມຂອງແຂວງຈຳປາສັກ ແມ່ນເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເພື່ອເສີມຂະຫຍາຍວຽກງານດ້ານການທ່ອງທ່ຽວ. ດັ່ງນັ້ນ, ຄະນະພັກ-ອໍານາດການປົກຄອງແຂວງ ຈະສືບຕໍ່ຊຸກຍູ້ໃຫ້ຜູ້ສຳປະທານ ຮ່ວມກັບປະຊາຊົນ ພ້ອມກັນປົກປັກຮັກສາ ໃຫ້ມີຄວາມສະອາດສວຍງາມ, ນຳໃຊ້ໄດ້ຢ່າງຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.


No comments

Powered by Blogger.