ລົບຂໍ້ມູນໃນຄອມຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ປັບໃໝ ສູງສຸດ 5,000,000 ກີບ - ອິດສະຫຼະ

ລົບຂໍ້ມູນໃນຄອມຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ປັບໃໝ ສູງສຸດ 5,000,000 ກີບ



ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ມາດຕະການປັບໃໝ່ຕໍ່ຜູ້ລະເມີດກ່ຽວກັບ ອາຊະຍາກຳທາງລະບົບຄອມພິວເຕີ ເລກທີ 3624/ປທສ ລົງວັນທີ 11 ທັນວາ 2017 ເພື່ອກຳນົດມາດຕະການປັບໃໝ່ຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດຢູ່ໃນ ມາດຕາ 60 ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ທີ່ມີພຶດຕິກຳກ່ຽວກັບ ການລົບຂໍ້ມູນຄອມພິວເຕີ, ການສະໜອງຂໍ້ມູນຄອມພິວເຕີ ທີ່ບໍ່ຖືກຕ້ອງ, ການບໍ່ສະໜອງຂໍ້ມູນຄວາມພິວເຕີ ແລະ ພຶດຕິກຳອື່ນ ທີ່ເປັນການຂັດຂວາງ ແລະ ບໍ່ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ຕຳຫຼວດ ໃນການສືບສວນ-ສອບສວນ ເພື່ອນຳເອົາຜູ້ກະທຳຜິດມາລົງໂທດ ແນ່ໃສ່ໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ.

ພຶດຕິກຳທີ່ເປັນການລະເມີດ:

• ພຶດຕິກຳທີ່ເປັນການລະເມີດ ປະກອບມີດັ່ງນີ້:
1. ການສະໜອງຂໍ້ມູນຄອມພິວເຕີ ທີ່ບໍ່ຖືກຕ້ອງ
2. ການບໍ່ສະໜອງຂໍ້ມູນຄອມພິວເຕີ ຕາມກຳນົດເວລາ
3. ການລົບຂໍ້ມູນໃນລະບົບຄອມພິວເຕີ ຫຼື ຂໍ້ມູນຄອມພິວເຕີຂອງຜູ້ອື່ນ ທີ່ບໍ່ໄດ້ຮັບອະນຸຍາດ

• ການສະໜອງຂໍ້ມູນຄອມພິວເຕີທີ່ບໍ່ຖືກຕ້ອງ: ບຸກຄົນ, ຕິນິບຸກຄົນ ຫຼື ການຈັດຕັ້ງ ທີ່ສະໜອງຂໍ້ມູນຄອມພິວເຕີ ແລະ/ຫຼື ອຸປະກອບເອເລັກໂຕຣນິກ ທີ່ບໍ່ຖືກຕ້ອງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ຫຼື ພະນັກງານທີ່ກ່ຽວຂ້ອງ ເຊິ່ງປະກອບມີຂໍ້ມູນດັ່ງນີ້:
1. ຂໍ້ມູນຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກ ທີ່ນຳໃຊ້ກະທຳຄວາມຜິດ
2. ຂໍ້ມູນຄວາມລັບຂອງອົງການຈັດຕັ້ງ
3. ຂໍ້ມູນດ້ານຄວາມໝັ້ນຄົງຂອງຊາດ
4. ຂໍ້ມູນທາງດ້ານການຄ້າ
5. ຂໍ້ມູນທຸລະກິດທາງການເງິນ
6. ຂໍ້ມູນທີ່ມີລັກສະນະທຳລາຍການປະຕິບັດງານຂອງລະບົບຄອມພິວເຕີ
7. ຂໍ້ມູນທີ່ເປັນສິ່ງລາມົກອານາຈານ
8. ຂໍ້ມູນການຕັດຕໍ່ເນື່ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວິດີໂອ
9. ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງ

• ການບໍ່ສະໜອງຂໍ້ມູນຄອມພິວເຕີຕາມກຳນົດເວລາ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຂໍ້ມູນກ່ຽວຂ້ອງກັບ ການກະທຳຜິດທາງລະບົບຄອມພິວເຕີ ແຕ່ບໍ່ສະໜອງຂໍ້ມູນດັ່ງກ່າວ ໃຫ້ອົງການສືບສວນ-ສອບສວນ ຕາມກຳນົດເວລາ.

ເຈົ້າໜ້າທີ່ຕຳຫຼວດ ຈະເຮັດໜັງສືສະເໜີຫາບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ສະໜອງຂໍ້ມູນຫຼັກຖານ ເພື່ອນຳໄປດຳເນີນຄະດີຕໍ່ຜູ້ກະທຳຜິດ.

• ການລົບຂໍ້ມູນໃນລະບົບຄອມພິວເຕີ ຫຼື ຂໍ້ມູນຄອມພິວເຕີຂອງຜູ້ອື່ນທີ່ບໍ່ໄດ້ຮັບອະນຸຍາດ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລົບຂໍ້ມູນໃນລະບົບຄອມພິວເຕີ ຫຼື ຂໍ້ມູນຄອມພິວເຕີຂອງຜູ້ອື່ນ ທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນ ຫຼື ຜູ້ທີ່ໄດ້ຮັບມອບສິດໃຫ້ຄຸ້ມຄອງຂໍ້ມູນ ເຊິ່ງຂໍ້ມູນດັ່ງກ່າວປະກອບມີດັ່ງນີ້:
1. ຊື່ບັນຊີ ແລະ ລະຫັດຜ່ານທີ່ກ່ຽວຂ້ອງ
2. ຊອບແວທີ່ນຳໃຊ້ໃນລະບົບຄອມພິວເຕີ
3. ຟາຍຂອງລະບົບຄອມພິວເຕີ (System File)
4. ຟາຍເອກະສານຕ່າງໆ
5. ຂໍ້ມູນບັນທຶກການເຂົ້າ-ອອກ ລະບົບຄອມພິວເຕີ (Log File)
6. ປະຫວັດການນຳໃຊ້ອິນເຕີເນັດ (Web Browser History)
7. ຂໍ້ມູນທີ່ບັນທຶກໄວ້ໃນລະບົບເຊີເວີ (Sever System) ແລະ ອຸປະກອນເອເລັກໂຕຣນິກ ອື່ນໆ
8. ຂໍ້ມູນອື່ນໆທີ່ກ່ຽວຂ້ອງ


ອັດຕາການປັບໃໝ່:
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປັບໃໝ່ດັ່ງນີ້:

1. ການສະໜອງຂໍ້ມູນຄອມພິວເຕີ ທີ່ບໍ່ຖືກຕ້ອງ ຈະຖືກປັບໃໝ ແຕ່ 1,500,000 ກີບ ຫາ 2,000,000 ກີບ

2. ການບໍ່ສະໜອງຂໍ້ມູນຄອມພິວເຕີ ຕາມກຳນົດເວລາ ຈະຖືກປັບໃໝ ແຕ່ 2,500,000 ຫາ 3,000,000 ກີບ

3. ການລົບຂໍ້ມູນ ໃນລະບົບຄອມພິວເຕີ ຫຼື ຂໍ້ມູນຄອມພິວເຕີຂອງຜູ້ອື່ນ ທີ່ບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ່ 4,000,000 ກີບ ຫາ 5,000,000 ກີບ.






No comments

Powered by Blogger.