ສປປ.ລາວ ມີສາຍພົວພັນການທູດກັບ 140 ປະເທດ ແລະ ກັບພັກການເມືອງເກືອບ 130 ພັກທົ່ວໂລກ - ອິດສະຫຼະ

ສປປ.ລາວ ມີສາຍພົວພັນການທູດກັບ 140 ປະເທດ ແລະ ກັບພັກການເມືອງເກືອບ 130 ພັກທົ່ວໂລກ



ກະຊວງການຕ່າງປະເທດລາຍງານ: ໃນວັນທີ 27 ທັນວາ 2017, ທີ່ ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2017 ແລະ ທິດທາງແຜນການ ປະຈຳປີ 2018 ຂອງກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຮອງລັດຖະມົນຕີ, ຄະນະກົມ, ພະນັກງານອາວຸໂສ ແລະ ບໍານານພ້ອມດ້ວຍພະນັກງານພາຍໃນກະຊວງການຕ່າງປະເທດທັງໝົດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ສະເໜີບົດສະຫຼຸບຕີລາຄາຜົນການເຄື່ອນໄຫວວຽກງານການຕ່າງປະເທດ ໃນປີ 2017 ແລະ ແຜນວຽກຈຸດສຸມປະຈຳປີ 2018, ຊຶ່ງໄດ້ຍົກໃຫ້ເຫັນສະພາບແວດລ້ອມໃນພາກພື້ນ ແລະ ສາກົນທີ່ພວມຜັນແປໄປຢ່າງສັບສົນ, ສະຫຼັບຊັບຊ້ອນມີທັງການຕໍ່ສູ້ແກ່ງແຍ່ງ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍ, ແຕ່ທ່າອ່ຽງໂດຍລວມ ຍັງແມ່ນການເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມໂຍງ.

ໃນສະພາບການດັ່ງກ່າວ, ໂດຍພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ ແລະ ລັດຖະບານ, ການເຄື່ອນໄຫວວຽກງານການຕ່າງປະເທດສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ, ເປັນຕົ້ນຜົນສໍາເລັດການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ຜ່ານມາ, ຊຶ່ງໄດ້ສະແດງອອກໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະຄັ້ງທີ 29 ແລະ ກອງປະຊຸມທີ່ກ່ຽວຂ້ອງ ອື່ນໆ ໄດ້ຢ່າງຈົບງາມ.

ນອກນັ້ນ, ໃນໄລຍະປີ 2017 ສປປ.ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມສາກົນທີ່ສຳຄັນຕ່າງໆ ເປັນຕົ້ນແມ່ນກອງປະຊຸມສຸດຍອດ G20 ທີ່ ສປ.ຈີນ, G7 ທີ່ ຢີ່ປຸ່ນ, ກອງປະຊຸມສຸດຍອດອາຊຽນ ທີ່ ມານິລາ, ຟີລິບປິນ, ກອງປະຊຸມ ສປຊ ແລະ ກອງປະຊຸມທີ່ສຳຄັນອື່ນໆ. ຜ່ານການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຕັ້ັງໜ້າ ສປປ.ລາວ ໄດ້ຂະຫຍາຍຕົວທັງລວງກວ້າງ ແລະ ລວງເລິກຢ່າງມີປະສິດທິຜົນ, ສືບຕໍ່ບາດກ້າວແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ, ເຂົ້າຮ່ວມການເຄື່ອນໄຫວໃນຂອບການຮ່ວມມືຕ່າງໆຂອງພາກພື້ນ ແລະ ສາກົນ ຢ່າງຫ້າວຫັນ.

ນອກນັ້ນ, ບັນດາສໍານັກງານການທູດລາວປະຈໍາຕ່າງປະເທດກໍໄດ້ເອົາໃຈໃສ່ເຄື່ອນໄຫວການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທໍາຢ່າງຕັ້ງໜ້າອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ.ລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະ ທັງເປັນການຍາດແຍ່ງການຊ່ວຍເຫຼືອສາກົນ, ດຶງດູດການລົງທຶນ ແລະການພົວພັນດ້ານເສດຖະກິດ.


ປັດຈຸບັນ, ສປປ.ລາວ ໄດ້ມີສາຍພົວພັນການທູດກັບ 140 ປະເທດ ແລະ ມີສໍານັກງານຕາງໜ້າການທູດ ລວມທັງໝົດ 39 ແຫ່ງ, ໃນນັ້ນ ມີສະຖານທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົງສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ. ນອກຈາກນີ້, ຍັງມີສາຍພົວພັນກັບພັກການເມືອງໃນທົ່ວໂລກ ເກືອບ 130 ພັກ.ໃນບົດສະຫຼຸບຍັງໄດ້ວາງທິດທາງແຜນການຈຸດສຸມໃນການເຄື່ອນໄຫວວຽກງານໃນປີ 2018, ໂດຍສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ ຕາມຜົນຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13 ທີ່ໄດ້ຈັດຂຶ້ນຢ່າງມີຜົນສໍາເລັດໃນທ້າຍປີ 2016 ແລະສືບຕໍ່ຢືດໝັ້ນປະຕິບັດນະໂຍບາຍການຕ່າງປະເທດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢ່າງໜັກແໜ້ນ, ຄ່ອງແຄ້ວ, ນິ້ມນວນ ແລະ ມີຈຸດສຸມ.


ໃນໂອກາດດັ່ງກ່າວ, ທ່ານສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີສະຫຼຸບການເຄື່ອນໄຫວວຽກງານຂອກຊວງການຕ່າງປະເທດ, ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ໄດ້ພ້ອມກັນສັງເກດຕີລາຄາຄືນ ກ່ຽວກັບຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ໂດຍຍົກໃຫ້ເຫັນຜົນສຳເລັດ ກໍຄືສິ່ງທີ່ຄົງຄ້າງ ທີ່ຈະຕ້ອງເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ.

ນອກຈາກນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມເປັນເອກະພາບ ຕໍ່ບົດສະຫຼຸບສັງເກດຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ໃນປີ 2017 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2018, ຊຶ່ງເຫັນວ່າ ປີ 2017 ເປັນປີໜຶ່ງທີ່ກະຊວງການຕ່າງປະເທດ ໄດ້ມີປະລິມານວຽກຢ່າງຫຼວງຫຼາຍ ບໍ່ວ່າໃນດ້ານວຽກງານວິຊາສະເພາະ ກໍຄືການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງສຸດ ແລະ ລະດັບຕ່າງໆ ລວມເຖິງການເຄື່ອນໄຫວຂອງຂັ້ນວິຊາການ ກໍມີຈຳນວນບໍ່ໜ້ອຍ. ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເປັນຈິດໜຶ່ງໃຈດຽວ, ຄວາມປຸ້ມລຸມສາມັກຄີ, ການຍົກສູງຄວາມຮັບຜິດຊອບຂອງຄະນະນຳກະຊວງ ກໍຄືພະນັກງານຂັ້ນລຸ່ມທຸກຂັ້ນ ແລະ ສິ່ງສຳຄັນ ແມ່ນໄດ້ຮັບການຊີ້ນຳນຳພາຢ່າງໃກ້ຊິດຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ແລະ ການຮ່ວມມືຈາກບັນດາຂະແໜງການອ້ອມຂ້າງສູນກາງ ແລະ ອຳານາດການປົກຄອງທຸກຂັ້ນ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານດັ່ງກ່າວ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນໄດ້ເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງເດັ່ນຂຶ້ນເປັນກ້າວໆ.


ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນຂອງກະຊວງການຕ່າງປະເທດ ຈົ່ງສືບຕໍ່ຊຸກຍູ້ສົ່ງເສີມຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍບາຍຕ່າງປະເທດ ຕາມທິດທາງມະຕິ X ຂອງສູນກາງພັກທີ່ວາງອອກ ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 13 ໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ໄດ້ຖືໂອກາດດັ່ງກ່າວ ອວຍພອນພະນັກງານລັດຖະກອນກະຊວງການຕ່າງປະເທດ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ມີຜົນສຳເລັດໃນພາລະກິດອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນປີ 2018 ທີ່ຈະມາເຖິງນີ້.

No comments

Powered by Blogger.