ທ່ານນາຍົກກ່າວ: ການກູ້ຢືມຕ້ອງເນັ້ນສະເພາະໂຄງການທີ່ມີປະສິດທິພາບສູງເທົ່ານັ້ນ ເພື່ອບໍ່ໃຫ້ມີໜີ້ຫຼາຍເກີນໄປ - ອິດສະຫຼະ

ທ່ານນາຍົກກ່າວ: ການກູ້ຢືມຕ້ອງເນັ້ນສະເພາະໂຄງການທີ່ມີປະສິດທິພາບສູງເທົ່ານັ້ນ ເພື່ອບໍ່ໃຫ້ມີໜີ້ຫຼາຍເກີນໄປ



ສຳນັກຂ່າວສານປະເທດລາວລາຍງານ 29 ທັນວາ 2017 ວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນຳຕໍ່ບັນດາສະມາຊິກລັດຖະບານ ໂດຍຢ້ຳວ່າ ປີ 2018, ຕ້ອງໄດ້ເອົາໃຈໃສ່ສືບຕໍ່ການລະດົມ ແລະ ນຳໃຊ້ທຶນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນສູງກວ່າເກົ່າ. ໃນນັ້ນໃຫ້ເອົາໃຈໃສ່ເປັນພິເສດໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງປະເທດເຮົາ ແລະ ສາກົນ.

ທ່ານນາຍົກລັດຖະມົນຕີໄດ້ແນະນຳຕື່ມວ່າ ໃຫ້ຮີບຮ້ອນຜັນຂະຫຍາຍ ສ້າງເປັນໂຄງການລະອຽດ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງຂອງຈີນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິພາບໂດຍໄວ ສຳລັບໂຄງການຊ່ວຍເຫຼືອຂອງທາງການຈີນ ໃນມູນຄ່າ 4 ຕື້ຢວນ ແລະ 1.2 ຕື້ຢວນ, ນັບທັງໂຄງການຮ່ວມມືລາວ-ຫວຽດນາມ ທີ່ລັດຖະບານທັງສອງປະເທດໄດ້ເປັນເອກະພາບດ້ານຫຼັກການແລ້ວ ໃຫ້ມີການປະສານ ແລະ ເຈລະຈາກັບພາກສ່ວນກ່ຽວຂ້ອງຂອງຫວຽດນາມ ເພື່ອຈັດຕັ້ງປະຕິບັດ ເພື່ອໃຫ້ໄດ້ຮ່ວມລົງນາມໃນ 4 ສັນຍາ ໃນໂອກາດການພົບປະລະຫວ່າງສອງກົມການເມືອງ ແລະ ກອງປະຊຸມຄະນະກຳມາທິການລາວ-ຫວຽດນາມ ຄັ້ງທີ 40 ໃນເດືອນມັງກອນ 2018 ທີ່ຈະມາເຖິງນີ້.

ສະເພາະບັນດາໂຄງການທີ່ໄດ້ສະເໜີຂໍກູ້ຢືມມູນຄ່າສູງ ທີ່ສະພາໄດ້ຮັບຮອງແລ້ວ ໃຫ້ຮີບຮ້ອນປະສານສົມທົບກັບຜູ້ໃຫ້ທຶນກູ້ຢືມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ, ທັງນີ້, ໃນຕໍ່ໜ້າການກູ້ຢືມຈະເນັ້ນໃສ່ບັນດາໂຄງການທີ່ມີປະສິດທິຜົນສູງເທົ່ານັ້ນ ເພື່ອບໍ່ໃຫ້ເພີ່ມໜີ້ສິນຫຼາຍເກີນໄປ. ສ່ວນບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່ໄດ້ເລີ່ມດຳເນີນການຈັດຕັ້ງປະຕິບັດແລ້ວ ໂດຍຊຸກຍູ້ໃຫ້ສາມາດດຳເນີນໄປຕາມແຜນເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການພັດທະນາຕາມນະໂຍບາຍ 1 ແລວທາງ 1 ເສັ້ນທາງ, ໂຄງການພັດທະນາເສດຖະກິດພິເສດທີ່ກຳລັງດຳເນີນ, ໂຄງການທີ່ກຳລັງສຶກສາຄວາມເປັນໄປໄດ້ ແລະ ໂຄງການລົງທຶນຂະໜາດໃຫຍ່ອື່ນໆ ທີ່ມີຜົນກະທົບສູງຕໍ່ການພັດທະນາ ໃຫ້ສາມາດດຳເນີນໄປໄດ້ດີ.

ເຖິງຢ່າງໃດກໍ່ຕາມ ທ່ານ ທອງລຸນ ສີສຸລິດ ລະບຸວ່າ: ການລະດົມທຶນເພື່ອການພັດທະນາທັງພາຍໃນ ແລະ ຕ່າງປະເທດ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ໄດ້ຫຼາຍຂຶ້ນ ຕ້ອງໄດ້ເອົາໃຈໃສ່ວຽກງານ ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ, ສຸມໃສ່ແກ້ໄຂບັນຫາຄວາມບໍ່ສະດວກ ໃນການດຳເນີນທຸລະກິດ ແລະ ການອະນຸມັດການລົງທຶນ ຜ່ານປະຕູດຽວໃຫ້ວ່ອງໄວ, ໂປ່ງໃສ ແລະ ສອດຄ່ອງຕາມກົດໝາຍ-ລະບຽບການ. ສູ້ຊົນເຮັດໃຫ້ອັນດັບຄວາມສະດວກໃນການດຳເນີນທຸລະກິດຢູ່ປະເທດເຮົາໃຫ້ດີຂຶ້ນ ໃນປີ 2018-2019. ພ້ອມນີ້, ກໍ່ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ໄລຍະປີ 2016-2020 ທີ່ລັດຖະບານໄດ້ອອກດຳລັດຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອຊຸກຍູ້ການພັດທະນາຂອງ SMEs ຢູ່ປະເທດເຮົາໃຫ້ເຂັ້ມແຂງເທື່ອລະກ້າວ.

ສິ່ງສຳຄັນຕ້ອງສືບຕໍ່ຄຸ້ມຄອງ, ແກ້ໄຂການລົງທຶນ ແລະ ການເຄື່ອນໄຫວທຸລະກິດ ແລະ ບໍລິການທີ່ບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ໂດຍສະເພາະການລັກສອບຂຸດຄົ້ນ ແລະ ສົ່ງອອກໄປ, ການລັກລອບຂຸດຄົ້ນບໍ່ແຮ່ ແລະ ຊັບພະຍາກອນຫວງຫ້າມຢູ່ໃກ້ຊາຍແດນ ແລະ ເຂດຫ່າງໄກຈາກຕົວເມືອງ.

No comments

Powered by Blogger.