ປ.ທຣຳ ຂູ່ຈະໂຈມຕີເກົາຫຼີເໜືອໃຫ້ຮາບກຽງ ຫາກບໍ່ຢຸດໂຄງການພັດທະນານິວເຄຼຍ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjij76AEWKPtRmfP43SlOJpff5j_AMbNhBph614E8oEH5aphNAhwsI0-VvxWVGGgp_9liZUtYa_8krCVEX143IN8CBnS5H9k5J8JJ-RzouJGwn03plEOuKk4ERrNxmon9wVZt4f2n1diPo/s1600/568.jpg)
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 19 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຂຶ້ນເວທີກ່າວປາໄສຕໍ່ກອງປະຊຸມປະຈຳປີ ສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ເມື່ອວັນອັງຄານທີ່ຜ່ານມາ ໂດຍເນື້ອໃນຫຼັກທີ່ ປ.ທຣຳ ໄດ້ກ່າວຄື ການເຕືອນເກົາຫຼີເໜືອດ້ວຍຖ້ອຍຄຳທີ່ຮຸນແຮງທີ່ສຸດເທົ່າທີ່ເຄີຍມີມາວ່າ ໃຫ້ຍົກເລີກຄວາມພະຍາຍາມໃນການເດີນໜ້າໂຄງການອາວຸດນິວເຄຼຍ ແລະ ສະຫະລັດ ອາເມຣິກາ ພ້ອມທີ່ຈະທຳລາຍລ້າງເກົາຫຼີເໜືອ ເພື່ອຂັດຂວາງໂຄງການນິວເຄຼຍດັ່ງກ່າວ, ສະຫະລັດ ອາເມຣິກາມີກຳລັງທະຫານພຽງພໍ ແລະ ໄດ້ອົດທົນມາດົນນານ ແຕ່ຖ້າຈຳເປັນຕ້ອງປ້ອງກັນຕົນເອງ ຫຼື ກຸ່ມພັນທະມິດກໍ່ບໍ່ມີທາງເລືອກອື່ນໃດ ນອກຈາກໂຈມຕີເກົາຫຼີເໜືອ ດ້ວຍກຳລັງທະຫານໃຫ້ຮາບກຽງ, ປ.ທຣຳ ກ່າວພ້ອມທັງຕັ້ງນາມສົມມຸດໃຫ້ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອວ່າ "ມະນຸດຈະຫຼວດ" ທີ່ໄດ້ຮັບມອບໝາຍພາລະກິດຂ້າຕົວຕາຍ ແລະ ລະບອບຂອງຕົນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ