ເມັກຊິກແຜ່ນດິນໄຫວອີກຄັ້ງ ແຮງສັ່ນ 7.1 ຍອດຜູ້ເສຍຊີວິດສູງກວ່າ 130 ຄົນແລ້ວ - ອິດສະຫຼະ

ເມັກຊິກແຜ່ນດິນໄຫວອີກຄັ້ງ ແຮງສັ່ນ 7.1 ຍອດຜູ້ເສຍຊີວິດສູງກວ່າ 130 ຄົນແລ້ວ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນ 19 ກັນຍາ 2017 ທີ່ຜ່ານມາວ່າ: ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມຣິກາ (USGS) ລາຍງນວ່າ ເກີດແຜ່ນດິນໄຫວຮຸນແຮງ 7.1 ແມັກນິຈູດ ໂດຍມີຈຸດຄູນກາງເລິກລົງໄປໃຕ້ພື້ນດິນປະມານ 51 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງເມັກຊິກຊີຕີ ໄປທາງທິດຕາເວັນອອກສຽງໃຕ້ປະມານ 120 ກິໂລແມັດ ເມື່ອຕອນບ່າຍຂອງວັນອັງຄານຕາມເວລາທ້ອງຖິ່ນ ໂດຍແຮງສັ່ນສະເທືອນສາມາດຮັບຮູ້ໄດ້ທົ່ວນະຄອນຫຼວງເມັກຊິກຊີຕີ ແລະ ໃນລັດປືບາ ທີ່ຢູ່ພາກກາງຂອງປະເທດ.

ເຊິ່ງໃນເບື້ອງຕົ້ນໜ່ວຍກູ້ໄພພົບຜູ້ເສຍຊີວິດຈາກແຜ່ນດິນໄຫວຄັ້ງນີ້ແລ້ວ 138 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍຮ້ອຍຄົນ ເນື່ອງຈາກແຮງສັ່ນສະເທືອນຢູ່ໃຕ້ພື້ນດິນໃນບໍລິເວນທີ່ຕັ້ງຂອງອາຄານສູງ ແລະ ບ້ານເຮືອນຫຼາຍຮ້ອຍແຫ່ງໃນເຂດທີ່ຢູ່ອາໄສຂອງນະຄອນຫຼວງເມັກຊິກຊີຕີ, ເຊິ່ງເມື່ອ 32 ປີກ່ອນ ແຜ່ນດິນໄຫວຄັ້ງໃຫຍ່ 8.0 ແມັກນິຈູດ ໃນນະຄອນຫຼວງເມັກຊິກຊີຕີ ເມື່ອວັນທີ 19 ກັນຍາ 1985 ເປັນເຫດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 5,000 ຄົນ ແລະ ຍັງເກີດຂຶ້ນຫ່າງຈາກເຫດແຜ່ນດິນໄຫວຢູ່ພາກໃຕ້ຂອງປະເທດ 8.1 ພຽງ 2 ອາທິດ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 98 ຄົນ.



No comments

Powered by Blogger.