ທ່ານ ປູຕິນ ລົງຕິດຕາມການຊ້ອມຮົບໃຫຍ່ ພາຍໃຕ້ລະຫັດ Zapad 2017 - ອິດສະຫຼະ

ທ່ານ ປູຕິນ ລົງຕິດຕາມການຊ້ອມຮົບໃຫຍ່ ພາຍໃຕ້ລະຫັດ Zapad 2017



ສຳນັກຂ່າວຕ່າງປະເທດລາຍງານ 19 ກັນຍາ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ໃນຖານະຜູ້ບັນຊາການທະຫານສູງສຸດຂອງລັດເຊຍໂດຍຕຳແໜ່ງ ລົງຕິດຕາມໃນເຂດຄາລິນິນກຣາດ ເຊິ່ງເປັນເຂດປົກຄອງພາຍໃຕ້ອະທິປະໄຕຂອງລັດເຊຍ ແຕ່ຕັ້ງຢູ່ແຄມຝັ່ງທະເລບໍຕິກ ລະຫວ່າງປະເທດໂປໂລຍກັບລິດຕັວນີ ເມື່ອວັນຈັນທີ່ຜ່ານມາ ເພື່ອສັງເກດການຊ້ອມຮົບ "Zapad 2017" ທີ່ກອງທັບລັດເຊຍເຝິກຊ້ອມຮ່ວມກັບເບລາຣຸດຊີ ຕັ້ງແຕ່ວັນທີ 14 ກັນຍາ 2017 ທີ່ຜ່ານມາ ແລະ ຈະສິ້ນສຸດໃນວັນທີ 20 ກັນຍາ 2017 ນີ້.


ຂ່າວທີ່ກ່ຽວຂ້ອງ:
- ລັດເຊຍເປີດສາກຊ້ອມຮົບ ພາຍໃຕ້ລະຫັດ "ຊາປັດ 2017" ຢ່າງຍິ່ງໃຫຍ່


No comments

Powered by Blogger.