ລັດເຊຍ, ຈີນ ແລະ ສ.ອາເມຣິກາ 3 ຊາດມະຫາອຳນາດຊ້ອມຮົບຢູ່ແຫຼມເກົາຫຼີ - ອິດສະຫຼະ

ລັດເຊຍ, ຈີນ ແລະ ສ.ອາເມຣິກາ 3 ຊາດມະຫາອຳນາດຊ້ອມຮົບຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 19 ກັນຍາ 2017 ວ່າ: ຍົນຂັບໄລ່ F-35 4 ລຳ ແລະ ຍົນຖິ້ມລະເບີດທາງຍຸດທະສາດ B-1B 2 ລຳ ຂອງກອງທັບສະຫະລັດ ອາເມຣິກາ ຮ່ວມກັບຍົນຂັບໄລ່ F-15 ອີກ 4 ລຳຂອງກອງທັບອາກາດເກົາຫຼີໃຕ້ ເຝິກຊ້ອມຮົບຮ່ວມກັນໃນເຂດນ່ານຟ້າຂອງເກົາຫຼີໃຕ້ ເມື່ອວັນຈັນທີ່ຜ່ານມາ ເຊິ່ງເກົາຫຼີໃຕ້ເປີດເຜີຍວ່າເປັນການສະແດງຄວາມຄວາມສາມາດ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປະຈັນໜ້າກັບໄພຮຸກຮ້ານດ້ານຂີປະນາວຸດ ແລະ ນິວເຄຼຍຂອງເກົາຫຼີເໜືອ.


ໃນຂະນະດຽວກັນກອງທັບເຮືອຂອງຈີນ ແລະ ກອງທັບເຮືອຂອງລັດເຊຍກໍ່ໄດ້ມີການເຝິກຊ້ອມຮົບຮ່ວມກັນ ບໍລິເວນລະຫວ່າງເມືອງວະລາດີວອສສະຕັອກ ທີ່ຕັ້ງຢູ່ຕິດຕາເວັນອອກຂອງລັດເຊຍ ກັບ ທະເລໂອຄັອດ ທີ່ຢູ່ທິດເໜືອຂອງຍີ່ປຸ່ນ ຫຼື ຝັ່ງຕາເວັນອອກຂອງແຫຼມເກົາຫຼີ ເຊິ່ງສຳນັກຂ່າວຊິນຫົວຂອງທາງການຈີນລາຍງານວ່າ ເປັນການເຝິກຊ້ອມທາງທະເລຮ່ວມກັບລັດເຊຍ ເປັນຄັ້ງທີ 2 ແລ້ວ ໃນປີນີ້ ໂດຍບໍ່ມີການລະບຸຄວາມເຊື່ອມໂຍງເຖິງສະຖານະການຢູ່ແຫຼມເກົາຫຼີແຕ່ຢ່າງໃດ.






No comments

Powered by Blogger.