ທ່ານ ນາງ ຊູຈີ ຖະແຫຼງພ້ອມໃຫ້ປະຊາຄົມໂລກ ກວດສອບບັນຫາຄວາມຮຸນແຮງໃນລັດຍະໄຂ່ - ອິດສະຫຼະ

ທ່ານ ນາງ ຊູຈີ ຖະແຫຼງພ້ອມໃຫ້ປະຊາຄົມໂລກ ກວດສອບບັນຫາຄວາມຮຸນແຮງໃນລັດຍະໄຂ່



ສຳນັກຂ່າວຕ່າງປະເທດລາຍງານ 19 ກັນຍາ 2017 ວ່າ: ທ່ານ ນາງ ອອງ ຊານ ຊູຈີ ມົນຕີແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ກ່າວຖະແຫຼງຕໍ່ກອງປະຊຸມສະພາ ຫຼື ສະພາແຫ່ງຊາດ ໃນນະຄອນຫຼວງເນປີດໍ ມີເນື້ອໃນສຳຄັນວ່າ ລັດຖະບານພາຍໃຕ້ການນຳພາຂອງທ່ານນາງ ບໍ່ຢ້ານທີ່ຈະຖືກກວດສອບຢ່າງລະອຽດຈາກປະຊາຄົມໂລກ ຕໍ່ບັນຫາສະຖານະການຄວາມຮຸນແຮງໃນລັດຍະໄຂ່ທີ່ຢູ່ທາງທິດຕາເວັນຕົກຂອງປະເທດ ເນື່ອງຈາກທຸກຝ່າຍທີ່ກ່ຽວຂ້ອງກຳລັງພະຍາຍາມທຸກວິທີທາງຕາມແນວທາງຂອງກົດໝາຍ ໃນການຟື້ນຟູສະຖຽນລະພາບ ແລະ ສັນຕິພາບໃຫ້ກັບຄືນສູ່ປົກກະຕິ.

ເຊິ່ງທ່ານ ນາງ ຊູຈີ ກ່າວປະນາມການລະເມີດສິດທິມະນຸດທຸກຮູບແບບ ແລະ ການກໍ່ຄວາມຮຸນແຮງເປັນສິ່ງທີ່ຜິດຕໍ່ກົດໝາຍຢ່າງຊັດເຈນຢູ່ແລ້ວ ທ່ານ ນາງ ຢືນຢັນວ່າ ນະໂຍບາຍຂອງລັດຖະບານມຽນມາຢຶດໝັ້ນການຟື້ນຟູສັນຕິພາບ ແລະ ສະຖຽນລະພາບດ້ານຄວາມໝັ້ນຄົງ ເພື່ອປະຄອງໄວ້ຕາມຫຼັກນິຕິທຳໃນລັດຍະໄຂ່, ທຸກພາກສ່ວນໃນມຽໜມາບໍ່ຕ້ອງການໃຫ້ບ້ານເມືອງຖືກແບ່ງແຍກຈາກຄວາມເຊື່ອດ້ານສາສະໜາ ຫຼື ຊົນຊາດຊົນເຜົ່າທີ່ແຕກຕ່າງກັນ, ທ່ານ ນາງ ຊູຈີ ຢືນຢັນວ່າ ປະຊາຊົນມຽນມາທຸກຄົນມີສິດທິທາງສັງຄົມເທົ່າທຽມກັນ ເຖິງແມ່ນວ່າຈະມີຄວາມຫຼາກຫຼາຍທາງວັດທະນະທຳ.

ຂະນະດຽວກັນທ່ານ ນາງ ຊູຈີກ່າວວ່າ ມີຄວາມເຂົ້າໃຈເປັນຢ່າງດີ ແລະ ເຈັບປວດໄປກັບຊະຕາກຳຂອງປະຊາຊົນທຸກຄົນທີ່ຕົກເປັນເຫຍື້ອຂອງຄວາມຂັດແຍ່ງໃນລັດຍະໄຂ່ ແລະ ມີຄວາມເປັນຫ່ວງຕໍ່ສະຖານະການຂອງຄື້ນຜູ້ອົບພະຍົບຊາວມຸດສະລິມຫຼາຍແສນຄົນ ເຊິ່ງຂ້າມຊາຍແດນໄປຍັງບັງກະລາເທດ ເຊິ່ງທ່ານນາງ ແລະ ໜ່ວຍງານລັດທີ່ກ່ຽວຂ້ອງກຳລັງສືບສວນເຖິງບັນຫາ ເພື່ອໃຫ້ເຂົ້າໃຈເຖິງຮາກເຫງົ້າຂອງບັນຫາ ບຸກຄົນໃດກໍ່ຕາມທີ່ມີສ່ວນກ່ຽວຂ້ອງກັບສະຖານະການຮຸນແຮງໃນລັດຍະໄຂ່ຕ້ອງຮັບໂທດຕາມກົດໝາຍຂອງມຽນມາ ແລະ ລັດຖະບານພ້ອມທຸກເມື່ອໃນການພິສູດສັນຊາດຂອງຜູ້ອົບພະຍົບໃນບັງກະລາເທດ ແຕ່ບໍ່ໄດ້ກ່າວຢ່າງຊັດເຈນວ່າ ໝາຍເຖິງການຮັບຜູ້ລີ້ໄພເຫຼົ່ານັ້ນກັບຄືນມຽນມາຫຼືບໍ່.

ການຖະແຫຼງດັ່ງກ່າວຂອງທ່ານ ນາງ ຊູຈີ ໃຊ້ເວລາປະມານ 30 ນາທີ ໂດຍບໍ່ມີການໃຊ້ທັງຄຳວ່າ ໂຣຮິງຢາ ແລະ ເບງກາລີ ແມ່ນແຕ່ຄຳດຽວ ຖືເປັນການຖະແຫຼງຄັ້ງທຳອິດຢ່າງເປັນທາງການຂອງທ່ານ ນາງ ຕໍ່ປະຊາຄົມໂລກ ນັບຕັ້ງແຕ່ເກີດເຫດການສູ້ຮົບນອງເລືອດຮອບໃໝ່ໃນລັດຍະໄຂ່ ລະຫວ່າງກອງທັບມຽນມາກັບກຸ່ມຕິດອາວຸດໂຣຮິງຢາ ເມື່ອວັນທີ 25 ສິງຫາ 2017 ທີ່ຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 400 ຄົນ ແລະ ຊາວໂຣຮິງຢາຫຼາຍກວ່າ 400,000 ຄົນ ອົບພະຍົບຫຼີ້ໄພໄປຍັງບັງກະລາເທດ ແຕ່ທ່ານ ນາງ ຊູຈີກ່າວວ່າ ຫຼາຍກວ່າເຄິ່ງໜຶ່ງຂອງຊາວມຸດສະລິມໃນລັດຍະໄຂ່ ບໍ່ໄດ້ຮັບຜົນກະທົບຈາກເຫດການຄວາມຮຸນແຮງຄັ້ງນີ້ ແລະ ທ່ານ ນາງ ຊູຈີ ໄດ້ເຊີນນັກການທູດຕ່າງປະເທດໃຫ້ລົງພື້ນທີ່ກັບເຈົ້າໜ້າທີ່ຂອງລັດໃນການຕິດຕາມສະຖານະການ.

No comments

Powered by Blogger.