10 ປີຜ່ານມາ ລັດໄດ້ສ່ວນແບ່ງຈາກການຂຸດຄົ້ນຄຳ ກວ່າ 600 ລ້ານໂດລາ ຈາກພູເບ້ຍມາຍນິງ - ອິດສະຫຼະ

10 ປີຜ່ານມາ ລັດໄດ້ສ່ວນແບ່ງຈາກການຂຸດຄົ້ນຄຳ ກວ່າ 600 ລ້ານໂດລາ ຈາກພູເບ້ຍມາຍນິງ



ສຳນັກຂ່າວສານປະເທດລາວລາຍງານ 29 ທັນວາ 2017 ວ່າ: ເມື່ອທ້າຍອາທິດຜ່ານມາ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ມອບເງິນປັນຜົນ ແລະ ອາກອນກຳໄລ ໄຕມາດ 4 ປະຈຳປີ 2017 ຈຳນວນ 10.6 ລ້ານໂດລາສະຫະລັດ ໃຫ້ລັດຖະບານລາວ ເຊິ່ງຈຳນວນເງິນດັ່ງກ່າວ ລວມມີເງິນສົດຈາກເງິນປັນຜົນທີ່ໄດ້ຮັບຄັ້ງທຳອິດພາຍຫຼັງການຊຳລະຄ່າຮຸ້ນ. ພິທີມອບ-ຮັບໄດ້ຈັດຂຶ້ນໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ເຊິ່ງມອບໂດຍທ່ານ ຣີຊາ ເທລີ ຜູ້ອຳນວຍການ ແລະ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ແລະ ກ່າວຮັບຕາງໜ້າໃຫ້ລັດຖະບານໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ.

ຈຳນວນເງິນດັ່ງກ່າວແມ່ນສ່ວນໜຶ່ງຂອງການຄາດຄະເນການປະກອບສ່ວນປະຈຳປີ 2017 ທີ່ມີຈຳນວນຫຼາຍກວ່າ 80 ລ້ານໂດລາສະຫະລັດ ແລະ ການປະກອບສ່ວນທັງໝົດໃນປີ ແມ່ນຈະມີການແຈ້ງຕື່ມໃນເດືອນຕໍ່ໄປ  ເພາະການສົ່ງອອກແຮ່ໃນທ້າຍປີ ແມ່ນຍັງດຳເນີນການຢູ່ ແລະ ລາຄາຂອງໂລຫະໃນ້ທາຍປີຍັງຄົມມີການປ່ຽນແປງ, ການປະກອບສ່ວນຂອງບໍລິສັດຕໍ່ລັດຖະບານລາວລວມມີ ຄ່າຊັບພະຍາກອນທຳມະຊາດຈຳນວນ 43.8 ລ້ານໂດລາ, ອາກອນເງິນເດືອນ 4.16 ລ້ານໂດລາ, ອາກອນຊົມໃຊ້ທາງ 4.68 ລ້ານໂດລາ ແລະ ຄ່າທຳນຽມເຂົ້າຈຳນວນ 1.64 ລ້ານໂດລາ.

ໃນພິທີດັ່ງກ່າວ, ທ່ານ ຈັນເພັງ ບຸນນະຜົນກ່າວວ່າ: ເຖິງແມ່ນປີ 2017 ແມ່ນອີກປີໜຶ່ງທີ່ລາຄາທອງ ແລະ ຄຳ ມີການຜັນຜວນກໍ່ຕາມ, ບໍລິສັດ ຍັງສາມາດເພີ່ມການຜະລິດ ແລະ ຮັກສາຄ່າໃຊ້ຈ່າຍໃຫ້ຕ່ຳ, ເຮັດໃຫ້ສາມາດປະກອບສ່ວນເຂົ້າໃນລາຍຮັບຂອງລັດຖະບານ ຈາກການດຳເນີນງານຂອງບໍລິສັດຢູ່ລາວ. ບໍລິສັດ ພູເບ້ຍ ມາຍນິງ ໃນນາມຜູ້ມອບອາກອນລາຍໃຫຍ່ຂະແໜງບໍ່ແຮ່ຢູ່ ສປປ.ລາວ ແມ່ນພູມໃຈໃນການປະກອບສ່ວນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ. ການປະກອບສ່ວນຂອງບໍລິສັດ ພູເບ້ຍ ມາຍນິງ ເຂົ້າລາຍຮັບຂອງລັດຖະບານໃນປີ 2017 ແມ່ນການທຸ່ມເທຂອງພະນັກງານບໍລິສັດທຸກຄົນ.

ບໍລິສັດ ພູເບ້ຍ ມາຍນິງ ມີພະນັກງານຫຼາຍກວ່າ 3,200 ຄົນ ເຊິ່ງພະນັກງານລາວກວມເອົາ 92% ບໍລິສັດໄດ້ລົງທຶນໃນການເຝິກອົບຮົບ ແລະ ການພັດທະນາພະນັກງານໃນຫຼາຍໂຄງການ ເພື່ອສະໜັບສະໜູນການຜະລິດ ທີ່ເພີ່ມຂຶ້ນໃນການດຳເນີນງານ. ໃນຕົ້ນປີນີ້ ບໍລິສັດໄດ້ຮັບເອົານັກສຶກສາຮຽນຈົບໃໝ່ຊຸດທຳອິດ ໃນໂຄງການພັດທະນາຊ່າງສີມືແຮງງານ ເຂົ້າເປັນພະນັກງານຂອງບໍລິສັດ, ນັກສຶກສາຮຽນຈົບການຊ່າງຈຳນວນ 34 ຄົນ ໄດ້ຮັບໃບປະກາດວຸດທິການຊ່າງຂອງອົດສະຕາລີຂັ້ນ III ຈາກວິທະຍາໄລ ລັດຄີນສະແລນ ແລະ ວຸດທິທຽບເທົ່າຢູ່ລາວໃນເດືອນທັນວາ 2017.

ລັດຖະບານລາວ ຖືຮຸ້ນໃນບໍລິສັດ ພູເບ້ຍ ມາຍນິງ 10% ແລະ ບໍລິສັດໄດ້ສ້າງລາຍຮັບທາງກົງໃຫ້ລັດຖະບານ ນັບແຕ່ປີ 2008 ເຖິງປີ 2017 ຫຼາຍກວ່າ 600 ລ້ານໂດລາສະຫະລັດ.


No comments

Powered by Blogger.