ທ່ານ ປູຕິນ ລົງເລືອກຕັ້ງໃນນາມຕົວແທນອິດສະຫຼະ ບໍ່ສັງກັດພັກການເມືອງໃດໆ - ອິດສະຫຼະ

ທ່ານ ປູຕິນ ລົງເລືອກຕັ້ງໃນນາມຕົວແທນອິດສະຫຼະ ບໍ່ສັງກັດພັກການເມືອງໃດໆ



ສຳນັກຂ່າວຕ່າງປະເທດລາຍງານ 29 ທັນວາ 2017 ວ່າ: ທ່ານ ປູຕິນ ໄດ້ເດີນທາງໄປຍັງສຳນັກງານຄະນະກຳມະການການເລືອກຕັ້ງແຫ່ງຊາດ ໃນນະຄອນຫຼວງມົດສະກູ ເມື່ອວັນພຸດ (27 ທັນວາ) ທີ່ຜ່ານມາ ເພື່ອຍື່ນເອກະສານສະໝັກເລືອກຕັ້ງຊິງຕຳແໜ່ງປະທານປະເທດລັດເຊຍ ທີ່ຈະຈັດຂຶ້ນໃນວັນທີ 18 ມີນາ 2018 ທີ່ຈະມາເຖິງນີ້ ໂດຍເອກະສານສຳຄັນລວມເຖິງລາຍຊື່ຈາກຜູ້ສະໜັບສະໜູນ 300,000 ລາຍຊື່ ຄົບຕາມທີ່ກົດໝາຍກຳນົດໃນນາມຜູ້ລົງເລືອກຄັ້ງອິດສະຫຼະ.


No comments

Powered by Blogger.