ກຸ່ມ IS ຍອມຮັບຢູ່ເບື້ອງຫຼັງ "ວາງລະເບີດ" ໂຈມຕີສູນການຄ້າໃນລັດເຊຍ ເມື່ອ 27 ທັນວາ ທີ່ຜ່ານມາ - ອິດສະຫຼະ

ກຸ່ມ IS ຍອມຮັບຢູ່ເບື້ອງຫຼັງ "ວາງລະເບີດ" ໂຈມຕີສູນການຄ້າໃນລັດເຊຍ ເມື່ອ 27 ທັນວາ ທີ່ຜ່ານມາ



ສຳນັກຂ່າວຕ່າງປະເທດລາຍງານ 30 ທັນວາ 2017 ວ່າ: ສຳນັກຂ່າວອາມັກຂອງກຸ່ມ ​IS ອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາວ່າ ເຫດລະເບີດທີ່ສູນການຄ້າໃນນະຄອນເຊັນປີເຕີສະເບີກ ຂອງລັດເຊຍ ທີ່ເປັນເຫດເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 14 ຄົນ ເມື່ອວັນພຸດ (27 ທັນວາ) ທີ່ຜ່ານມານັ້ນ ແມ່ນລົງມືໂດຍທະຫານສັກສິດຂອງກຸ່ມ IS.


ຂະນະທີ່ທ່ານ ອະເລັກຊານເດີ ບອດນິຄັອບ ຜູ້ອຳນວຍການສຳນັກງານຄວາມໝັ້ນຄົງແຫ່ງລັດ (FSB) ຫຼື ໃນອະດີດຄືຄະນະກຳມະການຄວາມໝັ້ນຄົງແຫ່ງລັດ (KGB) ຂອງລັດເຊຍກ່າວວ່າ: ໜ່ວຍງານດ້ານຄວາມໝັ້ນຄົງທຸກແຫ່ງຂອງລັດເຊຍຢູ່ໃນສະຖານະກຽມພ້ອມຂັ້ນສູງສຸດຕະຫຼອດເວລາ ເພື່ອປ້ອງກັນ ແລະ ຮັບມືກັບເຫດການບໍ່ຄາດຝັນ ທີ່ອາດເປັນສີມືຂອງສະມາຊິກກຸ່ມຫົວຮຸນແຮງ ທີ່ລັກລອບເດີນທາງໄປຍັງຕາເວັນອອກກາງ ແລະ ໄດ້ເລີ່ມເດີນທາງກັບເຂົ້າມາໃນປະເທດແລ້ວ, ໂດຍສະເພາະໃນປີ 2018 ຈະມີການເລືອກຕັ້ງປະທານປະເທດໃນເດືອນມີນາ ແລະ ລັດເຊຍໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກໃນລະຫວ່າງເດືອນມິຖຸນາ ເຖິງ ເດືອນກໍລະກົດ 2018 ທີ່ຈະມາເຖິງນີ້.


ກ່ອນໜ້ານີ້ທ່ານ ປູຕິນ ປະທານປະເທດລັດເຊຍກໍ່ໄດ້ຖະແຫຼງວ່າ​: ເຫດການລະເບີດໃນຄັ້ງນີ້ ຖືເປັນການກໍ່ການຮ້າຍ ແລະ ຢ້ຳໃຫ້ເຈົ້າໜ້າທີ່ຄວາມໝັ້ນຄົງຕ້ອງດຳເນີນການຕາມຂັ້ນຕອນ, ລວມທັງສາມາດຂ້າຜູ້ຕ້ອງສົງໄສວ່າກໍ່ການຮ້າຍໄດ້ ຖ້າຫາກອີກຝ່າຍມີພຶດຕິກຳທີ່ເປັນອັນຕະລາຍຕໍ່ຊີວິດຂອງເຈົ້າໜ້າທີ່ ໂດຍລະເບີດທີ່ຄົນຮ້າຍໃຊ້ແມ່ນທີ່ປະດິດແຕ່ງຂຶ້ນມາ ມີກຳລັງແຮງທຽບເທົ່າລະເບີດ TNT ນ້ຳໜັກ 200 ກຣາມ.

ນອກຈາກນີ້, ເມື່ອຫວນຄືນໄປເມື່ອເດືອນກໍລະກົດ ທີ່ຜ່ານມາ ເຈົ້າໜ້າທີ່ FSB ໄດ້ມີການຈັບກຸມຜູ້ຕ້ອງສົງໄສ 7 ຄົນ ທີ່ໄດ້ກຽມການກໍ່ການຮ້າຍ ໃນນະຄອນເຊັນປີເຕີສະເບີກ ໂດຍເປົ້າໝາຍຄືລະບົບຂົນສົ່ງມວນຊົນ ລະ ສະຖານທີ່ທີ່ມີປະຊາຊົນຢູ່ຮ່ວມຕົວກັນໜາແໜ້ນ ແລະ ລາຍງານຂອງ FSB ໄດ້ເປີດເຜີຍເມື່ອຕົ້ນເດືອນທັນວານີ້ວ່າ ມີພົນລະເມືອງລັດເຊຍກວ່າ 4,500 ຄົນ ເດີນທາງອອກນອກປະເທດໃນໄລຍະ 2-3 ປີທີ່ຜ່ານມາ ເພື່ອໄປຮ່ວມກັບກຸ່ມກໍ່ການຮ້າຍ ທີ່ມີຖານໃນຕາເວັນອອກກາງ ແລະ ອາຟຣິກາເໜືອ.

ນະຄອນເຊັນປີເຕີສະເບີກ ແມ່ນຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງລັດເຊຍ ຖືເປັນເມືອງໃຫຍ່ອັນດັບ 2 ຂອງປະເທດຮອງຈາກນະຄອນຫຼວງມົດສະກູ ແລະ ເປັນບ້ານເກີດຂອງທ່ານ ປູຕິນ ເຊິ່ງເປັນຜູ້ທຳອິດທີ່ກ່າວຢ່າງກົງໄປກົງມາວ່າ ເຫດລະເບີດທີ່ສູນການຄ້າໃນນະຄອນເຊັນປີເຕີສະເບີກຄັ້ງນີ້ ຖືເປັນການກໍ່ການຮ້າຍ.


No comments

Powered by Blogger.