ປ.ທຣຳ ບໍ່ພໍໃຈທີ່ຈີນລັກລອບສົ່ງນ້ຳມັນໃຫ້ເກົາຫຼີເໜືອ ໃນຂະນະທີ່ຈີນປະຕິເສດວ່າບໍ່ມີມູນຄວາມຈິງ - ອິດສະຫຼະ

ປ.ທຣຳ ບໍ່ພໍໃຈທີ່ຈີນລັກລອບສົ່ງນ້ຳມັນໃຫ້ເກົາຫຼີເໜືອ ໃນຂະນະທີ່ຈີນປະຕິເສດວ່າບໍ່ມີມູນຄວາມຈິງ



ສຳນັກຂ່າວຕ່າງປະເທດລາຍງານ 30 ທັນວາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ເມື່ອວັນພະຫັດທີ່ຜ່ານມາວ່າ: ເປັນການຈັບໄດ້ກັບຕາເຫັນ - ຮູ້ສຶກເສຍໃຈເປັນຢ່າງຍິ່ງທີ່ຈີນຍັງມີການລຳລຽງນ້ຳມັນໃຫ້ກັບເກົາຫຼີເໜືອ ແລະ ບັນຫາດັ່ງກ່າວຈະບໍ່ມີທາງແກ້ໄຂໄດ້ແບບເພື່ອນມິດ ຕາບໃດທີ່ຈີນຍັງປ່ອຍໃຫ້ເກີດເຫດການດັ່ງກ່າວ.

ການສະແດງອອກຂອງຜູ້ນຳສະຫະລັດ ອາເມຣິກາ ເກີດຂຶ້ນພາຍຫຼັງທີ່ໜັງສືພິມ ໂຊຊອນ ຂອງເກົາຫຼີໃຕ້ສະເໜີລາຍງານໃນລະບັບວັນອັງຄານທີ່ຜ່ານມາ ໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວໃນລັດຖະບານເກົາຫຼີໃຕ້ວ່າ ດາວທຽມສອດແນມຂອງສະຫະລັດ ອາເມຣິກາ ສາມາດກວດຈັບເຫດການເຮືອບັນທຸກສິນຄ້າຫຼາຍລຳຂອງຈີນ ຂົນຖ່າຍນ້ຳມັນດິບໄປຍັງເກົາຫຼີເໜືອຫຼາຍກວ່າ 30 ຄັ້ງ ນັບຕັ້ງແຕ່ເດືອນຕຸລາ ທີ່ຜ່ານມາ ແລະ ສື່ໃຫຍ່ຂອງສະຫະລັດ ອາເມຣິກາ ຫຼາຍແຫ່ງກໍ່ໄດ້ນຳສະເໜີລາຍງານດັ່ງກ່າວຕໍ່ອີກດ້ວຍ, ດ້ານກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ປະຕິເສດທີ່ຈະສະແດງຄວາມຄິດເຫັນຕໍ່ຄຳເວົ້າຂອງທ່ານ ທຣຳ ແລະ ລາຍງານຂອງໜັງສືພິມ ໂຊຊອນ.

ໃນຂະນະທີ່ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານ ນາງ ຮົວ ຊຸນຫຍິງ ກໍ່ໄດ້ຖະແຫຼງເມື່ອວັນສຸກ ທີ່ຜ່ານມາວ່າ: ລັດຖະບານຈີນໄດ້ປະຕິບັດຕາມຢ່າງເຄັ່ງຄັດຕໍ່ມະຕິຂວໍ້າບາດເກົາຫຼີເໜືອ ຂອງສະຫະປະຊາຊາດ ໃນການຈຳກັດການສົ່ງນ້ຳມັນໃຫ້ກັບເກົາຫຼີເໜືອ ເພື່ອຫາທາງກົດດັນບໍ່ໃຫ້ທ່ານ ຄິມ ຈອງ-ອຶນ ຜູ້ນຳເກົາຫຼີເໜືອເດີນໜ້າໂຄງການອາວຸດນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ, ລັດຖະບານຈີນບໍ່ເຄີຍຍິນຍອມໃຫ້ພົນປະເມືອງຈີນ ແລະ ບໍລິສັດສັນຊາດຈີນໃນການສົ່ງນ້ຳມັນໃຫ້ກັບເກົາຫຼີເໜືອ ເຊິ່ງເທົ່າກັບເປັນການລະເມີດມະຕິຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.

ໂດຍໃນອາທິດກ່ອນໜ້ານີ້ ສະມາຊິກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດທັງ 15 ປະເທດ ມີມະຕິເປັນເອກະພາບໃນກອງປະຊຸມ ໃຫ້ຈຳກັດການຊື້-ຂາຍນ້ຳມັນດິບ ແລະ ຜະລິດຕະພັນປີໂຕຣລຽມໃຫ້ກັບເກົາຫຼີເໜືອ ຫຼຸດລົງ 90% ແລະ ແຮງງານຊາວເກົາຫຼີເໜືອໃນຕ່າງປະເທດຕ້ອງເດີນທາງກັບປະເທດພາຍໃນທ້າຍປີ 2019 ແລະ ການຫ້າມເກົາຫຼີເໜືອສົ່ງອອກເຄື່ອງກົນຈັກ ແລະ ຊິ້ນສ່ວນອຸປະກອນອີເລັກໂຕຣນິກ.


ໃນຂະນະທີ່ທາງການເກົາຫຼີໃຕ້ເອງ ກໍ່ໄດ້ຖະແຫຼງການຢຶດເຮືອລຳໜຶ່ງ ທີ່ຕິດທຸງຮົງກົງ ທີ່ສົງໄສວ່າຂົນຖ່າຍນ້ຳມັນໃຫ້ກັບເຮືອຂົນສົ່ງນ້ຳມັນຂອງເກົາຫຼີເໜືອໃນທະເລ ເມື່ອວັນທີ 19 ຕຸລາ ທີ່ຜ່ານມາ, ໂດຍລາຍງານລະບຸວ່າ: ເຮືອທີ່ຕິດທຸງຮົງກົງ The Lighthouse Winmore ໄດ້ຂົນສົ່ງນ້ຳມັນປີໂຕຣລຽມ 600 ໂຕນ ໃຫ້ກັບເຮືອຂົນສົ່ງນ້ຳມັນ Sam Jong 2 ຂອງເກົາຫຼີເໜືອ ພາຍຫຼັງທີ່ອອກຈາກທ່າເຮືອໂຢຊູຂອງເກົາຫຼີໃຕ້ ເຊິ່ງເຮືອ The Lighthouse Winmore ຖືກຢຶດໄວ້ໃນຕອນທີ່ເດີນທາງກັບມາຍັງທ່າເຮືອໂຢຊູ, ແຕ່ໂຄສົກກະຊວງການຕ່າງປະເທດຂອງຈີນກ່າວວ່າ ຍັງບໍ່ມີຂໍ້ມູນໃດໆກ່ຽວກັບເຮືອຕິດທຸງຮົງກົງລຳດັ່ງກ່າວ.


No comments

Powered by Blogger.