ທ່ານນາຍົກກ່າວເນັ້ນ ການສຶກສາໃນຕົວເມືອງ ແລະ ຊົນນະບົດຕ້ອງເທົ່າທຽມ ຕໍ່ຄະນະຜູ້ບໍລິຫານການສຶກສາ - ອິດສະຫຼະ

ທ່ານນາຍົກກ່າວເນັ້ນ ການສຶກສາໃນຕົວເມືອງ ແລະ ຊົນນະບົດຕ້ອງເທົ່າທຽມ ຕໍ່ຄະນະຜູ້ບໍລິຫານການສຶກສາ



ສຳນັກຂ່າວສານປະເທດລາວລາຍງານວ່າ: ໃນໂອກາດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ ທົ່ວປະເທດປະຈຳປີ 2017 ແລະ ກອງປະຊຸມຄົບຄະນະຄັ້ງທີ VI ຂອງຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ໃນວັນທີ 28 ທັນວາ 2017 ທີ່ທ່ານມາ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວ, ໂດຍທ່ານໄດ້ເນັ້ນໃຫ້ຂະແໜງການສຶກສາເອົາໃຈໃສ່ ແກ້ໄຂບັນຫາຊ່ອງຫວ່າງການສຶກສາລະຫວ່າງໃນຕົວເມືອງ ແລະ ຊົນນະບົດ ເປັນບັນຫາທີ່ຕ້ອງຮີບຮ້ອນແກ້ໄຂ ໂດຍສະເພາະບັນຫາຄູເຫຼືອບໍ່ພໍ, ແກ້ໄຂບັນຫາການຂາດຄູສອນ, ເອົາໃຈໃສ່ໃຫ້ມີຄູໄປສອນຢູ່ເຂດຊົນນະບົດຫ່າງໄກລອກຫຼີກໃຫ້ຫຼາຍຂຶ້ນ.

ສຳລັບພາກເອກະຊົນ ຕ້ອງຊຸກຍູ້ສົ່ງເສີມຄຸ້ມຄອງໃຫ້ຖືກຕ້ອງຕາມພາລະບົດບາດຂອງຕົນ, ສ່ວນຜູ້ບໍລິຫານການສຶກສາພາກເອກະຊົນ, ເຈົ້າຂອງໂຮງຮຽນ ແລະ ສະຖາບັນ ຕ້ອງຕັ້ງໜ້າປັບປຸງຕົນເອງໃຫ້ມີຄຸນນະພາບ. ພ້ອມດຽວກັນກໍ່ໃຫ້ເບິ່ງຄືນບັນດານິຕິກຳ, ກົນໄກ, ຂໍ້ກຳນົດ ແລະ ລະບຽບການຕ່າງໆທີ່ນຳໃຊ້ໃນປັດຈຸບັນໃຫ້ມີຄວາມສອດຄ່ອງ, ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ແຂ່ງຂັນຕິດພັນກັບວຽກງານສາມສ້າງຂອງຂະແໜງການສຶກສາ ແລະ ກີລາ. ໃນນັ້ນກໍ່ໃຫ້ເອົາໃຈໃສ່ດ້ານນະໂຍບາຍ, ແຜນການສຶກສາ ແລະ ເຝິກອົບຮົມ ລວມທັງການສຶກສາຊັ້ນສູງ, ທຶນການສຶກສາຕ່າງປະເທດ, ອາຊີວະສຶກສາ, ການສຶກສາຫຼັງມັດຕະຍົມ, ການສຶກສານອກໂຮງຮຽນ ແລະ ການເຝິກອົບຮົມອື່ນໆ.

ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີຍັງເນັ້ນຕື່ມວ່າ: ໃຫ້ເອົາໃຈໃສ່ສ້າງໃຫ້ຜູ້ບໍລິຫານ ແລະ ຄູ-ອາຈານ ມີຄວາມຮູ້ຄວາມເຂົ້າໃຈດ້ານການເມືອງ, ທິດສະດີ, ແນວທາງນະໂຍບາຍຂອງພັກ, ກົດໝາຍ, ກົດລະບຽບຂອງລັດ, ເອົາໃຈໃສ່ການປັບປຸງຄຸນນະພາບການສຶກສາ, ສືບຕໍ່ບຸກທະລຸດ້ານວຽກງານການສ້າງຄູ ໂດຍຖືອຸດົມຄະຕິທີ່ວ່າ: ສ້າງຄູເພື່ອສ້າງຄົນ, ມີຄູດີ, ຄູເກັ່ງ, ສືບຕໍ່ປັບປຸງການສິດສອນຄູ-ອາຈານ ແຕ່ລະຊັ້ນແຕ່ລະສາຍ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ໃນນັ້ນ, ໃຫ້ເອົາໃຈໃສ່ການກຳນົດຄືນໃໝ່ໃຫ້ຈະແຈ້ງ ກ່ຽວກັບການກໍ່ສ້າງພະນັກງານວິຊາສະເພາະ ໃນຂະແໜງວິຊາຕ່າງໆ ຕ້ອງກຳກົດແຜນການຄັກແນ່ ທັງໃຫ້ມີລະບຽບການລະອຽດຕື່ມ, ກ່ຽວກັບການຄຸ້ມຄອອງ ກໍ່ຕ້ອງຮັດກຸມເພື່ອຕອບສະໜອງຄວາມຕ້ອງການດ້ານປະລິມານ ແລະ ຄຸນນະພາບ, ປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເອົາໃຈໃສ່ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດ ແລະ ຄວາມຕ້ອງການແຮງງານ-ການສະໜອງກຳລັງແຮງງານ, ພ້ອມກັບການພັດທະນາຂີດຄວາມສາມາດ ແລະ ຍົກລະດັບສີມືແຮງງານລາວ ແລະ ການເຊື່ອມໂຍງກັບສາກົນ.

No comments

Powered by Blogger.