ມີຜູ້ພົບເຫັນທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກຂອງໄທ ທີ່ປະເທດອັງກິດ - ອິດສະຫຼະ

ມີຜູ້ພົບເຫັນທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກຂອງໄທ ທີ່ປະເທດອັງກິດ



30 ທັນວາ 2017 : ໃນສື່ສັງຄົມອອນລາຍໃນໄທໄດ້ມີການເຜີຍແຜ່ພາບຖ່າຍ ທີ່ເຊື່ອກັນວ່າເປັນທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ພ້ອມລູກຊາຍ ທີ່ຖ່າຍໄດ້ຢູ່ພາຍໃນສູນການຄ້າແຫ່ງໜຶ່ງຂອງປະເທດອັງກິດ ໂດຍຫຼາຍຄົນຄາດການວ່າເປັນສູນການຄ້າ Westfield ສາຂາ Sheperp Bush.



ເຊິ່ງອະດີດນາຍົກລັດຖະມົນຕີຂອງໄທຄົນດັ່ງກ່າວ ແມ່ນຖືກສານຕັດສິນໃຫ້ຕິດຄຸກ 5 ປີ ເມື່ອວັນທີ 27 ກັນຍາ 2017 ທີ່ຜ່ານມາ ໃນຄະດີອາຍາທາງການເມືອງ ທີປ່ອຍປະໃຫ້ມີການສໍ້ໂກງໃນໂຄງການຮັບຈຳນຳເຂົ້າ, ແຕ່ທ່ານ ນາງ ຍິ່ງລັກ ບໍ່ໄດ້ເດີນທາງໄປຟັງຄຳຕັດສິນນັບຕັ້ງແຕ່ມື້ຕັດສິນຄັ້ງທຳອິດ ເມື່ອວັນທີ 25 ສິງຫາ 2017 ທີ່ຜ່ານມາ ແລະ ໄດ້ມີການເດີນທາງອອກນອກປະເທດກ່ອນໜ້ານັ້ນແລ້ວ.


ທາງດ້ານຂອງເຈົ້າໜ້າທີ່ໄທ ຮອງຜູ້ບັນຊາການຕຳຫຼວດສູງສຸດ ທ່ານ ພົນຕຳຫຼວດເອກ ສຣີວະຣາ ຣັງສິພຣາມມະນະກຸນ ກ່າວຕໍ່ສື່ມວນຊົນວ່າ: ຕົນໄດ້ສອບຖາມໄປຍັງກະຊວງການຕ່າງປະເທດເຖິງກໍ່ລະນີ້ດັ່ງກ່າວແລ້ວ ໂດຍທາງກະຊວງການຕ່າງປະເທດໄດ້ປະສານງານເຖິງຕຳຫຼວດສາກົນແລ້ວ ແຕ່ຍັງບໍ່ມີຂໍ້ມູນຢ່າງເປັນທາງການ ແລະ ຍັງບໍ່ໄດ້ຮັບການຢືນຢັນຈາກທາງລັດຖະບານອັງກິດວ່າ ທ່ານ ນາງ ຍິ່ງລັກ ຊິນນະວັດ ຢູ່ໃນສະຖານທີ່ຕາມທີ່ປາກົດໃນພາບຫຼືບໍ່, ເຊິ່ງບໍ່ສາມາດຄາດເດົາ ຫຼື ວິເຄາະໄດ້ວ່າ ພາບດັ່ງກ່າວເປັນພາບໃໝ່ ຫຼື ເປັນພາບຕັດຕໍ່ ແຕ່ຫາກຢາກຮູ້ວ່າຕັດຕໍ່ຫຼືບໍ່ ກໍ່ຈະສົ່ງໃຫ້ເຈົ້າໜ້າທີ່ພິສູດຫຼັກຖານຕໍ່ໄປ. ນອກຈາກນີ້ທ່ານ ນາງ ຍິ່ງລັກ ຍັງໄດ້ຖືກຖອດຖອນໜັງສືຜ່ານແດນແລ້ວ ແລະ ບໍ່ຮູ້ວ່າທ່ານ ນາງ ຢູ່ໃນປະເທດໃດ ແລະ ຈະໃຊ້ໜັງສືຜ່ານແດນຂອງປະເທດໃດ ຫຼື ສິດທິອັນໃດໃນການເດີນທາງອອກນອກປະເທດ.


ໃນຂະນະທີ່ພັກເພື່ອໄທ ຕົ້ນສັງກັດຂອງທ່ານ ນາງ ຍິ່ງລັກ ອະດີດນາຍົກລັດຖະມົນຕີຂອງໄທ, ທ່ານ ຊູສັກ ສິຣິນິນ ປະທານຄະນະຝ່າຍກົດໝາຍພັກເພື່ອໄທໃຫ້ສຳພາດກັບສື່ວ່າ: ຍັງບໍ່ຮູ້ເຖິງລາຍລະອຽດຂອງຂ່າວ ແລະ ເນື້ອໃນຢ່າງຈະແຈ້ງເທື່ອວ່າ ເປັນພາບແທ້ ຫຼື ປອມ, ຕົນບໍ່ຮູ້ເພາະທີ່ຜ່ານມາຕ່າງຝ່າຍຕ່າງກໍ່ບໍ່ໄດ້ມີການຕິດຕໍ່ຫຍັງກັນ.



No comments

Powered by Blogger.