ຈີນປາບປາມ ຜູ້ໃຊ້ເງິນກອງທຶນໂຄງການຫຼຸດຜ່ອນຄວາມທຸກຍາກ ທີ່ບໍ່ຖືກຕ້ອງ - ອິດສະຫຼະ

ຈີນປາບປາມ ຜູ້ໃຊ້ເງິນກອງທຶນໂຄງການຫຼຸດຜ່ອນຄວາມທຸກຍາກ ທີ່ບໍ່ຖືກຕ້ອງ



ສຳນັກຂ່າວຕ່າງປະເທດລາຍງານ 30 ທັນວາ 2017 ວ່າ: ປະຊາຊົນເກືອບ 450 ຄົນ ຖືກຕັ້ງຂໍ້ຫາດຳເນີນຄະດີ ໃນຄວາມຜິດຕ່າງໆທີ່ກ່ຽວຂ້ອງກັບການໃຊ້ເງິນກອງທຶນໂດຍບໍ່ຖືກຕ້ອງ ຈາກການກວດສອບການໃຊ້ເງິນໃນໂຄງການຫຼຸດຜ່ອນຄວາມທຸກຍາກແຫ່ງຊາດ ໃນ 28 ມົນທົນທົ່ວປະເທດ ຈາກການລາຍງານຂອງສຳນັກຂ່າວຊິນຫົວ ໃນວັນເສົານີ້ ໂດຍອ້າງການເປີດເຜີຍຂອງເຈົ້າໜ້າທີ່ກະຊວງການເງິນ ແລະ ສຳນັກງານຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ ໃນສັງກັດຄະນະລັດຖະມົນຕີ ເຖິງຢ່າງໃດກໍ່ຕາມລາຍງານບໍ່ໄດ້ລະບຸລາຍລະອຽດວ່າເງິນທຶນຖືກໃຊ້ໂດຍບໍ່ຖືກຕ້ອງນັ້ນ ແບບຮູບແບບໃດ.

ລັດຖະບານຈີນ ໄດ້ປະກາດລົບລ້າງຄວາມທຸກຍາກໃຫ້ໝົດໄປພາຍໃນປີ 2020 ໂດຍມີເປົ້າໝາຍຄືປະຊາກອນ 70 ລ້ານຄົນຂອງປະເທດ ທີ່ໃຊ້ຊີວິດຢູ່ລຸ່ມເສັ້ນຄວາມທຸກຍາກ ແຕ່ກຸ່ມນັກວິໄຈ ແລະ ພາກປະຊາສັງຄົມກ່າວວ່າ ການແກ້ໄຂບັນຫາຢ່າງຖາວອນຕ້ອງໃຊ້ເວລາຫຼາຍກວ່ານັ້ນ.

ລັດຖະບານຈີນໃຊ້ຈ່າຍເງິນງົບປະມານໄປແລ້ວ 196,100 ລ້ານຢວນ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນປະເທດ ໃນໄລຍະເວລາ 4 ປີທີ່ຜ່ານມາ.

ໃນຕົ້ນເດືອນນີ້ ທ່ານ ຫູ ເຊຈຸນ ຜູ້ອຳນວຍການສຳນັກງານກວດສອບບັນຊີແຫ່ງຊາດຈີນ ເປີດເຜີຍວ່າ ລັດຖະບານໄດ້ລົງໂທດປະຊາຊົນໄປແລ້ວຮ່ວມທັງໝົດ 970 ຄົນ ໃນຂໍ້ຫາໃຊ້ເງິນທຶນໂດຍບໍ່ຖືກຕ້ອງ ຕາມແຜນໂຄງການຫຼຸດຜ່ອນຄວາມທຸກຍາກແຫ່ງຊາດ ແຕ່ເບື້ອງຕົ້ນຍັງບໍ່ຊັດເຈນວ່າ ຕົວເລກດັ່ງກ່າວລວມກັບຈຳນວນເກືອບ 450 ຄົນ ທີ່ຫາກໍ່ຖືກຕັ້ງຂໍ້ຫານີ້ຫຼືບໍ່, ທ່ານ ຫູ ເປີດເຜີຍອີກວ່າ ປະຊາຊົນ 101,800 ຄົນ ຖືກລົບຊື່ອອກຈາກບັນຊີລາຍຊື່ຜູ້ມີຖານະທຸກຍາກຂອງລັດຖະບານ ຂະນະທີ່ມີຜູ້ຖືກເພີ່ມຊື່ເຂົ້າຕື່ມ 95,000 ຄົນ.

ໂດຍໃນປີ 2017 ນີ້ ລັດຖະບານຈີນໄດ້ປະກາດໃຊ້ງົບປະມານ 86,000 ລ້ານຢວນ ເພື່ອຫຼຸດຜ່ອນຄວາມທຸກຍາກ, ເງິນສ່ວນໃຫຍ່ຖືກໃຊ້ໃນໂຄງການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ລວມທັງອຸດໜຸນດ້ານການສຶກສາ ແລະ ສາທາລະນະສຸກ.

No comments

Powered by Blogger.