ພາບເດັ່ນ ປະຈຳເດືອນ ທັນວາ 2017 - ອິດສະຫຼະ

ພາບເດັ່ນ ປະຈຳເດືອນ ທັນວາ 2017



ເດັກນ້ອຍຊາວປາເລສໄຕ ຍືນທ່າມກາງແປວໄຟຂະໜາດໃຫຍ່ ທີ່ເກີດຈາກການປະທະກັນລະຫວ່າງຢູ່ປະທ້ວງຊາວປາເລສໄຕ ກັບ ກອງກຳລັງອິດສະຣາແອນ, ຖ່າຍເມື່ອວັນທີ 4 ທັນວາ 2017, ໂດຍ: ABBAS MOMANI / AFP


ກອງກຳລັງເພດຍິງຕິດອາວຸດຂອງກຸ່ມຈີຮາດ ທີ່ເຂົ້າຮ່ວມໂຮມຊຸມນຸມປະທ້ວງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດຮັບຮອງເອົານະຄອນເຢຣູຊາເລມ ເປັນນະຄອນຫຼວງຂອງອິດສະຣາແອນ ທີ່ເຂດກາຊາ ເມື່ອວັນທີ 11 ທັນວາ 2017, ຖ່າຍໂດຍ: MOHAMMED ABED / AFP


ພາບຜູ້ປະທ້ວງຊາວປາເລສໄຕ ຈູດຢາງຕີນລົດ ເພື່ອສ້າງກຸມຄວັນໃຫ້ບົດບັງໃນການປະທະກັບກອງກຳລັງອິດສະຣາແອນ ທີ່ເຂດເວດແບັງ ເມື່ອວັນທີ 11 ທັນວາ 2017, ຖ່າຍໂດຍ: THOMAS COEX / AFP


ພາບຖ່າຍການໂຮມຊຸມນຸມລະນຶກເຖິງວັນຂ້າລ້າງເຜົ່າພັນ ທີ່ໜານຈິງ ປະເທດຈີນ ຄົບຮອບ 80 ປີ  ໂດຍຟາດຊິດຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ II, ຖ່າຍເມື່ອວັນທີ 13 ທັນວາ 2017 ໂດຍ: CHANDAN KHANNA / AFP


ພາບຖ່າຍກອງກຳລັງນອກເຄື່ອງແບບຂອງອິດສະຣາແອນ ເຂົ້າຈັບກຸມຜູ້ປະທ້ວງຊາວປາເລສໄຕ ໃນເຂດເວດແບັງ ເມື່ອວັນທີ 13 ທັນວາ 2017, ຖ່າຍໂດຍ: ABBAS MOMANI / AFP


ຜູ້ປະທ້ວງຊາວອາກຊັງຕິນປະທະກັບເຈົ້າໜ້າທີ່ ໃນການປະທ້ວງຕໍ່ຕ້ານແຜນການປະຕິຮູບເງິນບຳນານຂອງລັດຖະບານ ຢູ່ດ້ານນອກຂອງສະພາ ທີ່ນະຄອນບົວໂນ ໄອເຣສ ເມື່ອວັນທີ 18 ທັນວາ 2017 ຖ່າຍໂດຍ: EITAN ABRAMOVICH / AFP


ພາບນີ້ຖ່າຍເມື່ອວັນທີ 23 ທັນວາ 2017, ປະຕິມະກຳຈາກຫິມະຮູບມັງກອນຂະໜາດໃຫຍ່ ໃນເທດສະການ Vasaloppet China ski festival ທີ່ເມືອງຊາງຊຸນ, ມົນທົນຈີຫຼິນ ທາງພາກຕາເວັນອອກສຽງເໜືອຂອງຈີນ, ຖ່າຍໂດຍ: AFP


ຊາວປາເລສໄຕຮ່ວມອາໄລແດ່ຮ່າງໄຮ້ວິນຍານຂອງ ໂມຮຳເໝັດ ຊາມິ ອັນ-ດາດູ ອາຍຸ 19 ປີ ທີ່ເສຍຊີວິດຈາກການປະທະກັບກອງກຳລັງອິດສະຣາແອນ ທີ່ເຂດກາຊາຕາເວັນອອກ ເມື່ອວັນທີ 24 ທັນວາ 2017,​ ຖ່າຍໂດຍ: MAHMUD HAMS / AFP


ແມ່ຍິງຄົນໜຶ່ງກຳລັງປະເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດປາບຈະລາຈົນ ໃນລະຫວ່າງການປະທ້ວງຕໍ່ຕ້ານການຂາດແຄນອາຫານ ທີ່ເມືອງຄາຣາຄັສ ປະເທດເວເນຊູເອລາ 28 ທັນວາ 2017, ຖ່າຍໂດຍ: FEDERICO PARRA / AFP


ຊາວປະມົງແຄສເມຍ ຂອງອິນເດຍ ທີ່ກຳລັງຫາປາດ້ວຍການໃຊ້ຫອກແທງ ໃນທະເລຊາບອານຊາ ຢູ່ເຂດຊານເມືອງສຣິນາກາ, ໂດຍຊາວປະມົງໄດ້ໃຊ້ຜ້າ ແລະ ເຟືອງປົກຄຸມຫົວ ລວມທັງສ່ວນໜຶ່ງຂອງເຮືອ ທີ່ເປັນວິທີໜຶ່ງໃນການຈັບປາຂອງເຂົາເຈົ້າ, ຖ່າຍເມືອວັນທີ 28 ທັນວາ 2017, ໂດຍ: TAUSEEF MUSTAFA / AFP

No comments

Powered by Blogger.