ອີຣານ ເກີດການປະທ້ວງໃຫຍ່ຂັບໄລ່ລັດຖະບານ ເຫດເພາະເສດຖະກິດຕົກຕໍ່າ ຄ່າຄອງຊີບສູງ - ອິດສະຫຼະ

ອີຣານ ເກີດການປະທ້ວງໃຫຍ່ຂັບໄລ່ລັດຖະບານ ເຫດເພາະເສດຖະກິດຕົກຕໍ່າ ຄ່າຄອງຊີບສູງ



ສຳນັກຂ່າວຕ່າງປະເທດລາຍງານ 31 ທັນວາ 2017 ວ່າ: ການປະທ້ວງຕໍ່ຕ້ານລັດຖະບານໃນຫຼາຍເມືອງທົ່ວອີຣານ ຕໍ່ເນື່ອງມາເປັນມື້ທີ 4 ແລ້ວ ແລະ ຂະຫຍາຍເປັນວົງກວ້າງໄປໃນຫຼາຍເຂດລວມເຖິງນະຄອນຫຼວງເຕຫະຣານ ແລະ ເມືອງມັສຮັດ ທີ່ໃຫຍ່ເປັນອັນດັບສອງຂອງປະເທດ ຈົນເກີດການປະທະກັນລະຫວ່າງຜູ້ປະທ້ວງ ແລະ ເຈົ້າໜ້າທີ່,  ໂດຍມີການແກວ່ງຫິນເຂົ້າໃສ່ເຈົ້າໜ້າທີ່, ທຳລາຍລົດ ແລະ ພາຫະນະຂອງເຈົ້າໜ້າທີ່ ລວມທັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ອາຄານສະຖານທີ່ທາງລັດຖະການອີກດ້ວຍ.



ຈຸດເລີ່ມຕົ້ນຂອງຂະບວນການຕໍ່ຕ້ານລັດຖະບານອີຣານທີ່ນຳໂດຍທ່ານ ຮັສຊັນ ໂຣຮານີ ປະທານປະເທດນັ້ນ ໄດ້ເລີ່ມຂຶ້ນຈາກເມືອງເຄີມັນຊາ ເມືອງໃຫຍ່ທາງຕາເວັນຕົກຂອງປະເທດ ເມື່ອວັນພະຫັດທີ່ຜ່ານມາ ແລະ ຂະຫຍາຍເປັນວົງກວ້າງຢ່າງໄວວາ ໂດຍເຫດຈູງໃຈຂອງການປະທ້ວງແມ່ນ ຄວາມບໍ່ພໍໃຈຕໍ່ສະຖານະການທາງເສດຖະກິດ ແລະ ຮຽກຮ້ອງໃຫ້ພາກລັດຮີບຮ້ອນແກ້ໄຂບັນຫາຄ່າຄອງຊີບທີ່ສູງ ຈົນກາຍເປັນການຕໍ່ຕ້ານຂັບໄລ່ລັດຖະບານ ພ້ອມທັງຮຽກຮ້ອງໃຫ້ທ່ານ ໂຣຮານີ ລາອອກຈາກຕຳແໜ່ງ ນອກຈາກນີ້ຍັງກ່າວຫາວ່າ ລັດຖະບານສົນໃຈແຕ່ເລື່ອງປາເລສໄຕ ແລະ ເລື່ອງອື່ນໆໃນພູມມິພາກ ຈົນປ່ອຍປະບັນຫາພາຍໃນປະເທດ, ໃນຂະນະດຽວກັນກໍ່ມີກຸ່ມຜູ້ໂຮມຊຸມນຸມ ເພື່ອສະໜັບສະໜູນລັດຖະບານເຊັ່ນດຽວກັນ.


ໃນດ້ານຂອງທ່ານ ອີຊັກ ອາຈັນກີຣີ ຮອງປະທານປະເທດອີຣານ ກ່າວວ່າ: ແນວຮ່ວມຂອງພັກຝ່າຍຄ້ານຂວາຈັດຄືຜູ້ຢູ່ເບື້ອງຫຼັງ ການປຸກລະດົມທາງການເມືອງໃນຄັ້ງນີ້ ແລະ ຕັ້ງຂໍ້ສັງເກດວ່າ ການເດີນຂະບວນປະທ້ວງທີ່ເກີດຂຶ້ນ ທີ່ມີຜູ້ເຂົ້າຮ່ວມຫຼາຍທີ່ສຸດ ນັບຕັ້ງແຕ່ການເດີນຂະບວນຕໍ່ຕ້ານທ່ານ ມາມູດ ອາມາດິເນຈັດ ເມື່ອປີ 2009 ຕ້ອງມີເບື້ອງຫຼັງ ແລະ ບັນຫາຄ່າຄອງຊີບເປັນພຽງຂໍ້ອ້າງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າຕ້ອງມີບຸກຄົນບາງກຸ່ມສວຍໂອກາດ ດ້ວຍການອາໄສກະແສທີ່ເກີດຂຶ້ນສ້າງເຫດການເພີ່ມຂຶ້ນຕື່ມ.


No comments

Powered by Blogger.