ເສກ ໂລໂຊ ນັກຮ້ອງຊື່ດັງຂອງໄທ ຖືກເຈົ້າໜ້າທີ່ບຸກຈັບຄາເຮືອນ - ອິດສະຫຼະ

ເສກ ໂລໂຊ ນັກຮ້ອງຊື່ດັງຂອງໄທ ຖືກເຈົ້າໜ້າທີ່ບຸກຈັບຄາເຮືອນ



ສຳນັກຂ່າວມະຕິຊົນລາຍງານ 31 ທັນວາ 2017 ວ່າ: ຈາກເຫດການທີ່ ເສກ ໂລໂຊ ໃຊ້ອາວຸດປືນຍິງຂຶ້ນຟ້າໜ້າສານພະເຈົ້າຕາສິນມະຫາລາດ ທີ່ຈັງຫວັດນະຄອນສີທຳມະລາດ ເມື່ອວັນທີ 29 ທັນວາ 2017 ທີ່ຜ່ານມາ ເຮັດໃຫ້ເຈົ້າໜ້າທີ່ໄດ້ອອກໝາຍຈັບ ເພາະການກະທຳດັ່ງກ່າວຖືເປັນສິ່ງທີ່ຜິດກົດໝາຍໃນໄທ ແຕ່ຜູ້ກ່ຽວບໍ່ຍອມມອບຕົວຕໍ່ເຈົ້າໜ້າທີ່ ແລະ ບໍ່ຍອມອອກຈາກຫ້ອງສ່ວນຕົວ, ເຊິ່ງເຈົ້າໜ້າທີກໍ່ໃຊ້ເວລາຫຼາຍຊົ່ວໂມງໃນການເຈລະຈາ ແຕ່ກໍ່ບໍ່ສຳເລັດ ຈຶ່ງໄດ້ມີການບຸກເຂົ້າຈັບກຸມຕົວຜູ້ກ່ຽວດ້ວຍກຳລັງ.






No comments

Powered by Blogger.