ກົມອຸຕຸລາຍງານ ໄລຍະນີ້ອາກາດຈະໜາວເຢັນລົງໃນຂອບເຂດທົ່ວປະເທດ - ອິດສະຫຼະ

ກົມອຸຕຸລາຍງານ ໄລຍະນີ້ອາກາດຈະໜາວເຢັນລົງໃນຂອບເຂດທົ່ວປະເທດ



ອີງຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ 9 ທັນວາ 2017 ໃຫ້ຮູ້ວ່າ:  ມວນອາກາດໜາວເຢັນທີ່ໄດ້ປົກຄຸມທົ່ວທຸກພາກຂອງປະເທດລາວ ຍັງມີກຳລັງປານກາງ ຫາ ແຮງ ແລະ ສົມທົບກັບກະແສລົມຕາເວັນອອກສຽງເໜືອທີ່ປົກຄຸມ, ເຊິ່ງລັກສະນະແບບນີ້ຈະເຮັດໃຫ້ອາກາດເຢັນລົງຕື່ມອີກໃນແຕ່ລະພາກ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

- ບັນດາແຂວງພາກເໜືອ ດ້ານຕາເວັນອອກ: ແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ ອາກາດຈະໜາວເຢັນລົງຕື່ມອີກ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 11-13 ອົງສາ ແລະ ສູງສຸດ 19-21 ອົງສາ.

- ບັນດາແຂວງພາກເໜືອ ດ້ານຕາເວັນຕົກ: ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຫຼວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 25-27 ອົງສາ.

-ບັນດາແຂວງພາກຕາ: ນະຄອນຫຼວງວຽງຈັນ ມີເມກປົກຄຸມເປັນສ່ວນຫຼາຍ, ອາກາດຈະເຢັນລົງໃນຕອນເຊົ້າ, ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 28-30 ອົງສາ. ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ອາກາດເຢັນຢູ່ທົ່ວໄປ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ, ອຸນພະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ. ສ່ວນແຂວງໄຊສົມບູນ ອາກາດໜາວເຢັນພ້ອມມີໝອກປົກຫຸ້ມໃນຕອນເຊົ້າ ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 23-25 ອົງສາ.

- ບັນດາແຂວງພາກໃຕ້: ແຂວງສາລະວັນ,​ ແຂວງເຊກອງ, ແຂວງຈຳປາສັກ ແລະ ແຂວງອັດຕະປື ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 30-32 ອົງສາ, ສຳລັບເຂດພູພຽງບໍລະເວນ: ອາກາດຈະໜາວເຢັນຕື່ມອີກ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ອຸນຫະພູມຕ່ຳສຸດ 08-10 ອົງສາ ແລະ ສູງສຸດ 22-24 ອົງສາ.


No comments

Powered by Blogger.