ສ.ອາເມຣິກາກ່າວວ່າ UN ຂົ່ມເຫງ ອິດສະຣາແອນ ຕໍ່ບັນຫາເຢຣູຊາເລມ ທີ່ທົ່ວໂລກບໍ່ເຫັນດີນຳ - ອິດສະຫຼະ

ສ.ອາເມຣິກາກ່າວວ່າ UN ຂົ່ມເຫງ ອິດສະຣາແອນ ຕໍ່ບັນຫາເຢຣູຊາເລມ ທີ່ທົ່ວໂລກບໍ່ເຫັນດີນຳ



ສຳນັກຂ່າວຕ່າງປະເທດລາຍງານ 9 ທັນວາ 2017 ວ່າ: ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ຈັດຂຶ້ນເປັນວາລະສຸກເສີນຕໍ່ກັບສະຖານະການລະຫວ່າງອິດສະຣາແອນ ກັບ ປາເລສໄຕ ເມື່ອວັນສຸກທີ່ຜ່ານມາວ່າ: ຂໍ້ຕົກລົງຫຼາຍສະບັບຂອງສະຫະປະຊາຊາດເປັນການ "ຂົ່ມເຫງ" ອິດສະຣາແອນມາຢ່າງຍາວນານ ແລະ ສະຖານະການແບບນີ້ບໍ່ຄວນດຳເນີນຕໍ່ໄປອີກ ລວມທັງນະໂຍບາຍຂອງປະເທດໃດກໍ່ຕາມຄວນຈະເຄົາລົບຕໍ່ອິດສະຣາແອນ.
ເຊິ່ງທ່ານ ນາງ ເຮລີ ຢືນຢັນວ່າ ການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເມື່ອວັນພຸດທີ່ຜ່ານມາ ໃນການຍອມຮັບນະຄອນເຢຣູຊາເລມໃນຖານະ ເມືອງຫຼວງຢ່າງເປັນທາງການຂອງອິດສະຣາແອນ ມີຈຸດປະສົງເພື່ອໃຫ້ຂະບວນການສັນຕິພາບເດີນໜ້າຕໍ່ໄປ ແລະ ລັດຖະບານສະຫະລັດຍັງຄົງເຫັນດີເຫັນພ້ອມກັບແນວທາງແກ້ໄຂບັນຫາດ້ວຍການເຈລະຈາສັນຕິພາບຕາມແນວທາງ 2 ລັດ, ໃນດ້ານຂອງທ່ານ ແດນນີ ດານອນ ເອກອັກຄະລັດຖະທູດອິດສະຣາແອນ ປະຈຳສະຫະປະຊາຊາດ ກໍ່ໄດ້ກ່າວສະໜັບສະໜູນຄຳຖະແຫຼງຂອງທ່ານ ນາງ ເຮລີ ວ່າ: ສັນຕິພາບໃນຕາເວັນອອກກາງຈະບໍ່ສາມາດເກີດຂຶ້ນໄດ້ ຕາບໃດທີ່ປະຊາຄົມໂລກຍັງບໍ່ຍອມຮັບນະຄອນເຢຣູຊາເລມເປັນເມືອງຫຼວງຂອງອິດສະຣາແອນ ແລະ ຮຽກຮ້ອງໃຫ້ສະມາຊິກສະຫະປະຊາຊາດແຕ່ລະປະເທດເດີນຕາມແນວທາງຂອງສະຫະລັດ ອາເມຣິກາ.

ເຖິງຢ່າງໃດກໍ່ຕາມທ່ານ ຣິຢາດ ມານຊູ ເອກອັດຄະລັດຖະທູດປາເລສໄຕປະຈຳສະຫະປະຊາຊາດກ່າວວ່າ ສະຫະລັດ ອາເມຣິກາ ບໍ່ມີສິດທິທີ່ຈະມາປ່ຽນສະຖານະນະຄອນເຢຣູຊາເລມ ແລະ ບໍ່ມີທາງທີ່ຈະປະຕິເສດຫຼັກແຫ່ງຄວາມເປັນຈິງໄປໄດ້ວ່າ ນະຄອນອັນສັກສິດແຫ່ງນີ້ມີຄວາມສຳຄັນຕໍ່ກັບປາເລສໄຕຫຼາຍໜ້ອຍພຽງໃດ ແລະ ຂໍເຕືອນລັດຖະບານສະຫະລັດ ອາເມຣິກາຢ່າລໍ້າເສັ້ນຂອງຫຼາຍຝ່າຍໃນບັນຫາດັ່ງກ່າວ.

ໃນດ້ານຂອງທ່ານ ແມດທິວ ໄຣຄຼອບ ເອກອັກຄະລັດຖະທູດອັງກິດປະຈຳສະຫະປະຊາຊາດກ່າວວ່າ ການປ່ຽນແປງທ່າທີຂອງສະຫະລັດ ອາເມຣິກາຕໍ່ສະຖານະຂອງນະຄອນເຢຣູຊາເລມ ບໍ່ແມ່ນການສະໜັບສະໜູນສັນຕິພາບລະຫວ່າງອິດສະຣາແອນ ກັບ ປາເລສໄຕ ແລະ ຮຽກຮ້ອງໃຫ້ລັດຖະບານສະຫະລັດຢຶດໝັ້ນຕາມຂໍ້ຕົກລົງສັນຕິພາບອອສໂລ ທີ່ອິດສະຣາແອນ ກັບ ປາເລສໄຕໄດ້ລົງນາມຮ່ວມກັນເມື່ອປີ 1993 ໂດຍລັດຖະບານສະຫະລັດສະໄໝການເປັນປະທານປະເທດຂອງທ່ານ ບິວ ຄລິນຕັນ ໄດ້ເຮັດໜ້າທີ່ໄກ່ເກ່ຍ, ນອກຈາກນີ້ອັງກິດ, ຝຣັ່ງ, ເຢຍລະມັນ, ຊູແອດ ແລະ ອິຕາລີ ອອກຖະແຫຼງການຮ່ວມກັນຢືນຢັນຈຸດຢືນໃນເລື່ອງນີ້ບໍ່ເຫັນດີກັບສະຫະລັດ ອາເມຣິກາ.

ນອກຈາກນີ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດກໍ່ໄດ້ມີມະຕິແລ້ວເມື່ອເດືອນທັນວາ ປີ 2016 ທີ່ປະຕິເສດຮັບຮອງການຂະຫຍາຍອານາເຂດຂອງຝ່າຍໃດກໍ່ຕາມທີ່ລ່ວງລໍ້າເສັ້ນແບ່ງດິນແດນທີ່ສະຫະປະຊາຊາດເປັນຜູ້ຂີດແບ່ງເຂດ ເມື່ອວັນທີ 4 ມິຖຸນາ 1997 ເຊິ່ງລະບຸວ່າອານາເຂດຂອງນະຄອນເຢຣູຊາເລມຕ້ອງເປັນໄປຕາມມະຕິລະຫວ່າງອິດສະຣາແອນ ກັບ ປາເລສໄຕເທົ່ານັ້ນ ໂດຍມະຕິດັ່ງກ່າວຜ່ານການຮັບຮອງຂອງກອງປະຊຸມໃນຄັ້ງນັ້ນເນື່ອງຈາກສະຫະລັດ ອາເມຣິກາ ງົດອອກສຽງ ສ້າງຄວາມບໍ່ພໍໃຈຢ່າງຍິ່ງໃຫ້ກັບອິດສະຣາແອນ.


No comments

Powered by Blogger.