ລັດເຊຍເປີດໂຮງງານຜະລິດແກັດ ໂຄງການມູນຄ່າ 27,000 ລ້ານໂດລາ ຢູ່ຂົ້ວໂລກເໜືອ - ອິດສະຫຼະ

ລັດເຊຍເປີດໂຮງງານຜະລິດແກັດ ໂຄງການມູນຄ່າ 27,000 ລ້ານໂດລາ ຢູ່ຂົ້ວໂລກເໜືອ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ທັນວາ 2017 ທີ່ຜ່ານມາວ່າ: ລັດເຊຍໄດ້ເປີດໂຮງງານຜະລິດແກັດແຫຼວທຳມະຊາດ (LNG) ທີ່ແຫຼມຢາມານ (Yamal) ໃນແຄວ້ນໄຊບີເຣຍ ເຂດຂົ້ວໂລກເໜືອ ເມື່ອວັນສຸກທີ່ຜ່ານມາ ໂດຍການເປັນປະທານ ແລະ ກ້າວເປີດໂຄງການດັ່ງກ່າວຂອງທ່ານ ປູຕິນ ປະທານປະເທດລັດເຊຍ,​ ເຊິ່ງໂຄງການດັ່ງກ່າວມີມູນຄ່າ 27,000 ລ້ານໂດລາ ຕັ້ງຢູ່ໃນເຂດທີ່ສາມາດເຂົ້າເຖິງໄດ້ງ່າຍຫຼາຍຂຶ້ນ ທີ່ເປັນຜົນມາຈາກພາວະໂລກຮ້ອນ.


ໂຄງການດັ່ງກ່າວເປັນການຮ່ວມທຶນລະຫວ່າງບໍລິສັດຜູ້ຜະລິດແກັດເອກະຊົນຂອງລັດເຊຍ ບໍລິສັດ ໂນວາເທັກ (Novatek), ບໍລິສັດ ໂທໂທ (Total) ຂອງຝຣັ່ງ, ບໍລິສັດ CNPC ຂອງຈີນ ແລະ ກອງທຶນໜຶ່ງແລວທາງໜຶ່ງເສັ້ນທາງ ຂອງຈີນ, ເຊິ່ງໄດ້ມີກຳນົດຂົນສົ່ງແກັດຄັ້ງທຳອິດຈາກທ່າເຮືອເມືອງຊາເບດຕາ ແຄມຝັ່ງມະຫາສະໝຸດອາກຕິກ ໃນວັນສຸກທີ່ຜ່ານມາ, ຈາກການເປີດເຜີຍຂອງເຈົ້າໜ້າທີ່ ໂຮງງານຢາມານຈະເລີ່ມຈາກການຜະລິດແອັດປີລະ 5.5 ລ້ານໂຕນ ແລະ ເພີ່ມຂຶ້ນເປັນປີລະ 16.5 ລ້ານໂຕນໃນຕົ້ນປີ 2019.


ບໍລິສັດ ຢາມານ ​ແອວເອັນຈີ (Yamal LNG) ເປັນເຈົ້າຂອງໂດຍ ໂນວາເທັກ 50.1%, ໂທໂທ 20%, CNPC 20% ແລະ ກອງທຶນໜຶ່ງແລວທາງໜຶ່ງເສັ້ນທາງ 9.9%.


ແຫຼມຢາມານເປັນແຫຼ່ງຮີໂດກາກບອນຂະໜາດໃຫຍ່ ແຕ່ເປັນພູມມິພາກທີ່ຢູ່ຫ່າງໄກ ໃນເຂດຮອບຂົ້ວໂລກເໜືອ ປະມານ 2,500 ກິໂລແມັດ ຈາກນະຄອນຫຼວງມົດສະກູ ແລະ ປົກຄຸມດ້ວຍນ້ຳກ້ອນເກືອບທັງປີ, ອຸດຫະພູມຕ່ຳສຸດປະມານ -50 ອົງສາເຊ, ນັບຕັ້ງແຕ່ເລີ່ມໂຄງການໃນປີ 2013 ມີການສ້າງສະໜາມບິນ ແລະ ທ່າເຮືອ, ບໍ່ເກັບແກັດ ແລະ ໂຮງງານ LNG.




No comments

Powered by Blogger.